ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-02 19:57:54    
ແບ​ກ​ແດັດ​ເກີດ​ການລະ​ເບີດ​ແບບ​ຂ້າ​ໂຕ​ຕາຍ​ຢ່າງ​ໜ້ອຍ​ເຮັດ​ໃຫ້20​ຄົນ​ເສຍ​ຊີວິດ

cri
ຕາມ​ຂ່າວCRI, ​ໂຄສົກ​ກະຊວງ​ພາຍ​ໃນ​ອີ​ລັກ​ກ່າວ​ວ່າ, ຕອນ​ເຊົ້າ​ວັນ​ທີ2​ກໍລະກົດ, ຢູ່​​ແບກ​ແດັດ, ສູນ​ຮັບ​ສະໝັກ​ທະຫານ​ໃໝ່​ຂອງ​ກອງ​ທະຫານ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ອີຣັກ​​ໄດ້​ເກີດ​ເຫ​ດການລະ​ເບີດ​ແບບ​ຂ້າ​ໂຕ​ຕາຍ, ຢາງ​ໜ້ອຍ​ມີ20​ຄົນ​ເສຍ​ຊີວິດ.

ກ່ອນ​ໜ້າ​ນີ້, ວັນ​ທີ1​ກໍລະກົດ, ຫ້ອງການທີ່​ຕັ້ງ​ຢູ່​ແບກ​ແດັດ​​ຂອງ​ພັກ​ດາ​ວາ​ທີ່​ນຳ​ໂດຍ​ທ່ານຈາ​ຟາ​ລີ ນາຍົກລັດຖະມົນຕີລັດຖະບານ​ຂ້າມ​ຜ່ານ​ອີຣັກກໍ​ຖືກ​​ລ​ະ​ເບີດ​, ​ເຮັດ​ໃຫ້1​ຄົນ​ເສຍ​ຊີວິດ, ຫຼາຍ​ຄົນ​ບາດ​ເຈັບ. ​​ໃນ​ເວລາເກີດ​ເຫດ, ທ່ານ​ຈາ​ຟາ​ລີ​ບໍ່​ຢູ່​ໃນ​ຫ້ອງການ.

ຕາມ​​ສະຖິຕິ​ທີ່​ບໍ່​ຄົບ​ຖ້ວນ, ​ແຕ່​ອາ​ເມ​ລິ​ກາມ​ອບອຳນາດ​ໃຫ້​ອີຣັກ​ໃນ​ປີ​ໜຶ່ງ​ມາ​ນີ້, ອີຣັກ​ໄດ້​​ເກີດ​ເຫດການລົດຍົນ​ລະ​ເບີດ480​ກວ່າ​ລາຍ, ​ເຮັດ​ໃຫ້2170ກວ່າ​ຄົນ​ເສຍ​ຊີວິດ.