ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-03 17:06:34    
ເວທີ​ປາ​ໄສ​ອຸດສາຫະກຳ​ການ​ຄ້າ​GMS​ແລະ​ງານ​ວາງ​ສະ​ແດງ​ການ​ຂະຫຍາຍ​ຕົວ​ຂອງ​ໂທ​ລະ​ຄົມ​ໄຂ​ຂຶ້ນ​ຢູ່​ຄຸນ​ມິງ​ພາກ​ໃຕ້​ຂອງ​ຈີນ

cri Author: li
ຕາມ​ຂ່າວ CRI: ​ເວທີ​ປາ​ໄສ​ວົງ​ການ​ອຸດສາຫະກຳ​ການ​ຄ້າ​ເຂົ້າຮ່ວມ​ການ​ຮ່ວມ​ມື​ອະນຸ​ພາກ​ພື້ນ​ແມ່ນ້ຳ​ຂອງ​ແລະ​ງານ​ວາງສະ​ແດງ​ການ​ຂະຫຍາຍ​ຕົວ​ຂອງ​ໂທລະ​ຄົມ​ໄດ້​ໄຂ​ຂຶ້ນຢູ່​ຄຸນ​ມິງ ​ເມືອງ​ພາກ​ໃຕ້​ຂອງ​ຈີນ​ໃນ​ວັນ​ທີ 3 ກໍລະກົດ.

ຕາມ​ຊາບ​ວ່າ,​ເທິງ​ເວທີ​ປາ​ໄສດັ່ງກ່າວ,ຜູ້​ແທນ​ວົງ​ການ​ອຸດສາ​ຫະກຳ​ການ​ຄ້າ​ແລະ​ຜູ້​ຮັບຜິດຊອບ​ພະ​ແນກ​ທີ່​ກ່ຽວຂ້ອງ​ຂອງ​ບັນດາ​ປະ​ເທດ​ລ້ອງ​ແມ່ນ້ຳ​ຂອງຈະ​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ຫັນ​ການ​ຄ້າ​ການ​ລົງທຶນ​ໃຫ້​ສະດວກ,ປົວ​ແປງ​ພື້ນ​ຖານ​ໂຄງ​ລ່າງ,ຍົກ​ລະດັບ​ຫັນ​ເປັນ​ຂໍ້​ມູນ​ຂ່າວສານ​ຂອງ​ພາກ​ພື້ນ​ໃຫ້​ສູງ​ຂຶ້ນ​ເປັນຕົ້ນ.

ທ່ານ​ອານ​ມິນ ຮອງ​ລັດຖະມົນຕີ​ກະຊວງ​ການຄ້າ​ຈີນ​ທີ່​ຮ່ວມ​ປະຊຸມ​ເຫັນ​ວ່າ,ລັດຖະບານ​ຈີນ​ຈະ​ຕັ້ງໜ້າ​ສົ່ງ​ເສີມ​​ໃຫ້​ວິ​ສາ​ຫະກິດ​ຈີນ​ໄປ​ລົງທຶນ​ຕັ້ງ​ໂຮງ​ງານ​ຢູ່ປະ​ເທດ​ອະນຸ​ພາກ​ພື້ນ ​ເພື່ອ​ຊຸກ​ຍູ້​ການ​ພັດທະນາ​ເສດຖະກິດ​ທ້ອງ​ຖິ່ນ; ​ຂ້ຽວ​ເລັ່ງຊຸກ​ຍູ້​ການ​ກໍ່ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ,​ເປີດ​ກວ້າງ​ການ​ຄ້າ​ຂາ​ເຂົ້າ​ຈາກ​ອະນຸ​ພາກ​ພື້ນ​ແມ່ນ້ຳ​ຂອງ; ສືບ​ຕໍ່​ສະໜອງ​ທຶນ​ຮ່ວມ​ມືຊ່ອຍ​ເຫຼືອ​ຕ່າງ​ປະ​ເທດ,​ສະໜັບ​ສະໜູນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຂອງ​ອະນຸ​ພາກ​ນີ້.

ຄະນະ​ຜູ້​ແທນ​ວົງ​ການ​ອຸດສາ​ຫະກຳ​ການ​ຄ້າ​ຂອງ​ລາວ 22 ຄົນ​ໄດ້​ເຂົ້າຮ່ວມ​ເວທີ​ປາ​ໄສ​ເທື່ອ​ນີ້. ປະທານ​ສະມາຄົມ​ການ​ຄ້າ​ລາວ​ໄດ້​ກ່າວ​ປາຖະ​ກະຖາ​ຫົວ​ຂໍ້​ສະ​ເພາະ​ເລື່ອງ"​ຖານະ​ແລະ​ບົດບາດ​ຂອງ​ພະ​ແນກ​ເອກະ​ຊົນ​ໃນ​ການ​ຮ່ວມ​ມື​ອະນຸ​ພາກ​ພື້ນ​ແມ່ນ້ຳຂອງ".