ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-03 17:15:06    
ນັກ​ພຶກສາສາດ​ຈີນ​ສະ​ເໜີ​ໃຫ້​ສ້າງ​ເຂດ​ສະ​ຫງວນ​ທຳ​ມະ​ຊາດ​ຂ້າມ​ຊາດ​ຈີນ​ຫວຽດ​ນາມ​ລາວ

cri Author: li
ຕາມ​ຂ່າວສານ​ຊິນ​ຮວາ: ຫວ່າງ​ມໍ່ໆ​ນີ້ ນັກວິທະຍາສາດ​ຈີນ​ສະ​ເໜີ​ວ່າ,ຈີນ,​ຫວຽດນາມ​ແລະ​ລາວ​ຄວນ​ຮ່ວມ​ມື​ກັນສ້າງ​ເຂດ​ສະ​ຫງວນ​ທຳ​ມະ​ຊາດ​ຂ້າມ​ຊາດ​ຢູ່​ເຂດ​ຊາຍ​ແດນ,​ເພື່ອ​ພ້ອມ​ກັນຫາບ​ແບກ​ວຽກ​ງານ​ອະນຸລັກ​ປ່າ​ໄມ້​ແຖບ​ຮ້ອນ​ທີ່​ກວ້າງ​​ໃຫຍ່​ກວ່າ​ໝູ່​ຂອງ​ອາຊີ​ຢູ່​ໃນ​ເຂດ​ດັ່ງກ່າວ.

ທ່ານ​​ເຜີຍ​ເຊີ້ງຈີ ນັກ​ພຶກສາ​ສາດ​ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ພຶກສາຊາດ​ຄຸນ​ມິງ​ແຫ່ງ​ສະພາ​ບັນດິດ​ວິທະຍາສາດ​ຈີນ​ທີ່​ສະ​ເໜີ​ແຜນການ​ດັ່ງກ່າວ​ກ່າວ​ວ່າ,ຈີນ,ຫວຽດນາມ​ແລະ​ລາວ​ຮ່ວມ​ມື​ກັນ​ອະນຸລັກ​ຄວາມ​ມີ​ຫຼາຍ​ຢ່າງ​ຫຼາຍ​ແນວ​ຂອງ​ຊີວະ​ຊາດຢູ່​ເຂດ​ຊາຍ​ແດນ​ສາມາດ​ອະນຸລັກ​ຄວາມ​ຄົບ​ຖ້ວນ​ຂອງ​ລະບົບ​ຊີວະ​ພາບ​ຈາກ​ດ້ານ​ກວມ​ລວມ,​ແລະກໍ​​ໄດ້​ອຳນວຍ​ບ່ອນ​ພັກ​ເຊົາ​ຢ່າງ​ພຽງພໍ​ໃຫ້​ແນວ​ພັນ​ທີ່​ຕ້ອງການ​ຂອບ​ເຂດ​ເຄື່ອນ​ໄຫວ​ຂ້ອນ​ຂ້າງ​ກວ້າງຂວາງ.

​ເຂດ​ສະຫງວນ​ທຳ​ມະ​ຊາດຢູ່​ເຂດ​ຕໍ່​ແດນລະຫວ່າງ​ຈີນ,ລາວ​ກັບ​ຫວຽດ​ນາມ​ມີ​ເນື້ອ​ທີ່ 5 ໝື່ນ​ກວ່າ​ຕາລາງ​ກິ​ໂລ​ແມັດ,ຕ່າງ​ເຊື່ອມ​ຕໍ່​ກັນ,​ເພິ່ງ​ພາ​ອາ​ໄສ​ກັນ,​ມີ​ຊັບພະ​ຍາກອນ​ຊີວະ​ຊາດ​ທີ່​ອຸດົມ​ສົມບູນ​ທີ່​ສຸດ,​ແມ່ນ​ເຂດ​ປ່າ​ໄມ້​ແຖບ​ຮ້ອນ​ທີ່​ມີ​ເນື້ອ​ທີ່​ກວ້າງ​ກວ່າ​ໝູ່​ໃນ​ອາຊີ.