ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-03 17:19:19    
ນາຍົກ​ໄທ​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ຈີນ​​ແລ້ວ​ກັບ​ຄືນ​ປະ​ເທດ

cri Author: li
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 2 ກໍລະກົດ ພາຍຫຼັງທ່ານ​ທັກສິນ ຊິນນະ​ວັດ ນາຍົກ​ລັດຖະ​ມົນຕີ​ໄທ​ໄປ​ຢ້ຽມຢາມ​ແຂວງ​ກວາງ​ຕຸ້ງ ພາກ​ໃຕ້​ຂອງ​ຈີນ ​ເຊິ່ງ​ເປັນ​ຖິ່ນ​ຖານ​ບ້ານ​ເດີນຂອງ​ບັນພະ​ບຸລຸດ​ແລ້ວ,​ກໍໄດ້​ກັບ​ຄືນ​ປ​ະ​ເທດ​ໃນ​ຕອນ​ຄ່ຳ​ມື້​ດຽວ​ກັນ.

ທ່ານ​ທັກສິນ ຊິນນະ​ວັດ​ແມ່ນ​​ເຊື້ອສາຍຈີນ​ຮຸ້ນ​ທີ​ສີ່ຢູ່​ໄທ,​ໃນ​ໄລຍະ​ສົງຄາມ​ໂລກ​ຄັ້ງທີ 2,​ແມ່​ຂອງ​ທ່ານ​ເຄີຍ​ອາ​ໄສ​ຢູ່​ເມືອງ​ເມ​ໂຈວ​ແຂວງ​ກວ້າງ​ຕຸ້ງ.

ຕອນ​ເຊົ້າວັນ​ທີ 2 ກໍລະກົດ ​ໃນ​ເວລາ​ພົບ​ປະ​ທ່ານ​ຮວງ​ຮວາ​ຮວາ ​ເຈົ້າ​ແຂວງ​ແຂວງ​ກວາງ​ຕຸ້ງ,ທ່ານ​ທັກສິນ​ເວົ້າວ່າ,ການ​ໄປມາ​ຫາສູ່ກັນ​ທາງ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ໄທ​ກັບ​ກວາງ​ຕຸ້ງ​ໄດ້​ມີມາ​ດົນ​ນານ​ແລ້ວ,​ປັດຈຸບັນ,​ຍັງ​ຄວນ​​ເປີດ​ຕະຫຼາດ​ໃຫ້​ກວ້າງ​ຕື່ມອີກ,​ເປີດ​ກວ້າງ​ການ​ແລກປ່ຽນ​ກັນ.

ທ່ານ​ທັກສິນ ຊິນນະ​ວັດ​ແມ່ນ​​ເດີນ​ທາງ​ມາ​ຮອດ​ປັກ​ກິ່ງ​ໃນ​ວັນ​ທີ 30 ມິຖຸນາ ​ເລີ່​ມຢ້ຽມຢາມ​ຈີນ​ຢ່າງ​ເປັນ​ທາງ​ການ​ເປັນ​ເວລາ 3 ມື້​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ເວີນ​ເຈຍ​ປາວ ນາຍົກ​ລັດຖະ​ມົນຕີ​ຈີນ,​ໃນ​ໄລຍະ​ຢ້ຽມຢາມ,​ທ່ານ​ຍັງ​​ໄດ້​ເຂົ້າຮ່ວມ​ການ​ສະຫຼອງ​ວັນ​ສ້າງສາຍ​ສຳພັນ​ທາງ​ການ​ທູດ​ຈີນ​ໄທ​ຄົບຮອບ 30 ປີ.