ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-03 17:34:36    
ຂະ​ແໜງ​ການ​ການ​ທະ​ນາ​ຄານ​ຂອງ​ຮົງ​ກົງ​ຂະ​ຫຍາຍ​ຕົວ​ຢ່າງ​ປອດ​​ໃສ​ແລະ​ວ່ອງ​ໄວ

cri Author: li
ຕາມ​ຂ່າວສານ​ຊິນ​ຮວາ: ​ແຕ່ຮົງ​ກົງ​ກັບ​ຄືນ​ສູ່​ປະ​ເທດ​ຊາດ 8 ປີ​ມາ​ນີ້,ຂະ​ແໜງ​ການ​ການ​ທະນາ​ຄານ​ໄດ້​ຂະຫຍາຍ​ຕົວ​ຢ່າງ​ປອດ​​ໃສ​ແລະ​ວ່ອງ​ໄວ,​ໃນຂົງ​ເຂດ​ຕ່າງໆ​ດ້ານ​ການ​ທະນາຄານ​ເຊັ່ນ​ຫຼັກຊັບ,​ທະນາ​ຄານ​ແລະ​ການ​ປະກັນ​ໄພ​ລ້ວນ​ແຕ່​ໄດ້​ມີ​ການ​ກ້າວ​ໜ້າ​ຢ່າງ​ຫຼວງ​ຫຼາຍ.

​ໃນ​ເດືອນ​ມິ​ຖຸນາປີ​ນີ້ ຕະຫຼາດ​ຫຼັກຊັບ​ຮົງ​ກົງ​​ໂຮມ​ທຶນ​​ໄດ້​ເຖິງ​ປະມານ 50 ຕື້​ໂດ​ລາ​ຮົງ​ກົງ,​ອັນ​ໄດ້ສ້າງ​ສະຖິຕິ​ສູງ​ສຸດ​ໃນ​ເດືອນ​ດຽວ; ​ໃນ​ຈຳນວນ 100 ທະນາຄານ​ທີ່​ໃຫຍ່​ກວ່າ​ໝູ່​ໃນ​ໂລກ,ມີ 3 ສ່ວນ 4 ທຸລະ​ກິດ​ຢູ່​ຮົງ​ກົງ; ການ​ລົງທຶນ​ຢູ່​ຮົງ​ກົງໂດຍ​ກົງ​ຂອງ​ພາຍ​ນອກ​ໃນ​ປີ​ກາຍ​ນີ້​​ໄດ້ບັນລຸ 2960 ກວ່າ​ຕື້​ໂດ​ລາ​ຮົງ​ກົງ.

ຜູ້​ຊ່ຽວຊານ​ທີ່​ກ່ຽວຂ້ອງ​ເຫັນ​ວ່າ,ຮົງ​ກົງ​ມີລະບອບ​ກົດໝາຍ​ແລະ​ລະບອບ​ຕິດຕາມ​ຄຸ້ມ​ຄອງ​ທີ່​ດີງາມ​ແລະ​ຄົບ​ຖ້ວນ​ບໍລິບູນ,​ມີຂໍ້​ມູນ​ຂ່າວສານ​ທີ່​ເສລີ​ແລະ​​ເປີດຕໍ່​ພາຍ​ນອກ,​ອົງການ​ປົກຄອງ​ທີ່​ປອດ​ໃສ​ໄຮ້​ມົນທິນ​ແລະ​ຕຸລາ​ການ​ທີ່​ເປັນ​ອິດສະຫຼະ,​​ໄດ້​ຖືກ​ປະ​ກວດ​ເປັນ"ລະບົບ​ເສດຖະກິດ​ທີ່​ເສລີ​ກວ່າ​ໝູ່​ໃນ​ທົ່ວ​ໂລກ" 11 ປີ​ລຽນຕິດ,​ໄດ້​ຄ້ຳປະກັນ​ສະພາບ​ແວດ​ລ້ອມ​ການ​ລົງທຶນ​ທີ່​ດີງາມ,​ກໍແມ່ນ​ມູນ​ເຫດ​ໜຶ່ງທີ່​​ເຮັດ​ໃຫ້ຂະ​ແໜງ​ການ​ທະນາຄານ​ຂອງ​ຮົງ​ກົງ​ໄດ້​ຮັບ​ໝາກຜົນ​ເປັນ​ເປັນ​ໜ້າ​ພູມ​ໃຈ.