ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-03 17:41:23    
ກອງ​ປະຊຸມ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ອົງ​ການ​ອານ​ຟາ​ຕາ​ປິດ​ປະ​ຊຸມ

cri Author: li
ຕາມ​ຂ່າວສານ​ຊິນ​ຮວາ: ກອງ​ປະຊຸມ​ຄະນະ​ກຳມະການ​ສູນ​ກາງ​ຂະ​ບວນການ​ປົດ​ປ່ອຍ​ຊາດ​ປາ​ເລັສຕີນ​ຄື​ອົງການ​ອານ​ຟາ​ຕາ​ທີ່​ໄຂ​ຂຶ້ນຢູ່ອຳ​ມານ​ນະຄອນ​ຫຼວງ​ຊອກ​ດາ​ນີ​ນັ້ນ​ໄດ້​ສິ້ນສຸດ​ລົງ​ໃນ​ວັນ​ທີ 2 ກໍລະກົດ. ກອງ​ປະຊຸມ​ໄດ້​ປະສານ​ຫຼັກໝັ້ນ​ກ່ຽວ​ກັບ​ຫົວ​ຂໍ້​ສຳຄັນ​ເຊັ່ນ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ພາຍ​ໃນ​ປາ​ເລັສຕີນ​ເປັນຕົ້ນ,​ແລະ​ໄດ້​ບັນ​ລະ​ຍາຍ​ຫຼັກໝັ້ນ​ຂອງ​ອົງການ​ອານ​ຟາ​ຕາ​ໃນ​ບັນຫາ​ການ​ຕໍ່​ສູ້​ຂອງ​ຊາດ​ປາ​ເລັສຕີນ.

ກອງ​ປະຊຸມ​ກ່າວ​ເນັ້ນວ່າ,ຄວນ​ສ້າງຕັ້ງລັດຖະບານ​ສາມັກຄີ​ທີ່​ມີ​ບັນດາ​ຝ່າຍ​ປາ​ເລັສຕີນ​ເຂົ້າຮ່ວມ. ກອງ​ປະຊຸມ​ຍັງ​ກ່າວ​ເນັ້ນວ່າ,ບົນ​ພື້ນຖານ​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ,ປາ​ເລັສຕີນ​ຄວນ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ກັບປະ​ເທດ​ອາ​ລັບ​ອ້ອມ​ຂ້າງ,​ເພື່ອ​ບັນລຸ​ການ​​ແກ້​ໄຂ​ບັນຫາ​ປາ​ເລັສຕີນ​ອິສຣາ​ແອນ​ຢ່າງ​ທ່ຽງ​ທຳ​​ໃນ​ທີ່​ສຸດ.

ກອງ​ປະຊຸມ​ກ່າວ​ລື້​ມວ່າ​,ອົງການ​ອານ​ຟາ​ຕາ​ຈະ​ອີງ​ຕາມ​ມະຕິ​ສາກົນ​ທີ່​ກ່ຽວ​ຂ້ອງ​ຖື​ສັນຕິພາບ​ຕາ​ເວັນ​ອອກ​ກາງ​ເປັນ​ການ​ຄັດ​ເລືອກ​ທາງ​ຍຸດ​ທະ​ສາດ​ໃນ​ອະນາຄົດ. ຂະ​ບວນ​ວິວັດ​ສັນຕິພາບ​ຕາ​ເວັນ​ອອກ​ກາງ​ໝາຍ​ເຖິງ​ອິສຣາລາ​ແອນ​ສິ້ນສຸດ​ການ​ຍຶດຄອງ​ຮອບດ້ານ​ແລະ​ສ້າງຕັ້ງ​ປະ​ເທດ​ປາ​ເລັສ​ຕີນ​ທີ່​ເປັນ​ເອກະລາດ.