ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-04 16:42:26    
ທ່ານ​ສາວ​ກ່າງ​ຊວນ​ພົບ​ປະ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​​ເທດ​​ໄທ

cri Author: q
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ4​ກໍລະກົດ​,ຢູ່​ທີ່​ປັກ​ກິ່ງ,ທ່ານ​ສາວ​ກ່າງ​ຊວນທີ່​ປຶກສາ​ແຫ່ງ​ລັດທັງ​ເປັນ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ທ່ານອ໊ອດ​ເບັ່ງ​ບົນຮອງ​ລັດຖະມົນ​ຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ໄທ​ພ້ອມ​ດ້ວຍ​ຄະນະທີ່​ມາ​ຈີນ​ເຂົ້າ​ຮ່ວມ​ການ​ປຶກສາ​ຄວາມ​ປອດ​ໄພ​ແຫ່ງ​ວຽກ​ງານ​ປ້ອງ​ກັນ​ປະຈຳ​ປີ​ຄັ້ງ​ທີ​4ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ-​ໄທ.

ທ່ານ​ສາວ​ກ່າງ​ຊວນ​ກ່າວ​ວ່າ,ຈີນ​​ໄທ​ແມ່ນ​ປະ​ເທດບ້ານ​ໃກ້​ເຮືອນ​ຄຽງທີ່​ສະໜິດ​ແໜ້ນ​ແລະ​ເປັນ​ເພື່ອນ​ມິດ​ແລະ​ຄູ່​ຂາທີ່​​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ.ການ​ແລກປ່ຽນ​ແລະກາ​ນຮ່ວມ​ມື​ດ້ວຍ​ໄມຕີ​ຈິດ​ລະ​ຫວ່າງ​ສອງ​ປະ​​ເທດ​ໃນ​ບັນດາ​ຂົງ​ເຂດ​ໄດ້​ຂະ​ຫຍາຍ​ຕົວ​ລົງ​ສູ່​ລວງ​ເລິກ,​ການ​ໄປ​ມາ​ຫາ​ສູ່​ ​ລະຫວ່າງ​ກອງ​ທັບ​ຈີນ​ ​ໄທ​ກໍ​ໄດ້​ເພີ່ມ​ທະວີ​ຂຶ້ນ​ຕື່ມ​ອີກ.

ທ່ານ​ອ໊ອດ​ເບັ່ງ​ບົນ​ກ່າວ​ວ່າ,​ໄທ​ຖະໜຸຖະໜອມ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ໄທ​ຈີນ,ຫວັງ​ໃຫ້​ປັບປຸງ​ແລະ​ຂະ​ຫຍາ​ຍການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ຕື່ມອີກ.