ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-04 17:12:52    
ເຮືອບິນ​ເລກ​ໜຶ່ງ--​ການບິນ​ທີ່​ແຍ່ງ​ຍຸກ​ສະ​ໄໝ

cri
ຕາມ​ຂ່າວCRI, ​ເຮືອບິນ​ເປັນ​ພາຫະນະ​ຄົມມະນາຄົມ​ຊະນິດ​ໜຶ່ງ, ​ແມ່ນ​​ໃກ້ຊິດ​ກັບ​ຊີວິດ​ຕົວ​ຈິງ​ຂອງ​ພວກ​ເຮົາ​ຫຼາຍ, ​ຕໍ່​ໄປ​ພວກ​ເຮົາ​ຈະ​ສະ​ເໜີ​ເຄື່ອງ​ບິນ​ເລກ​ໜຶ່ງ: ການບິນ​ທີ່​ແຍ່ງ​ຍຸກ​ສະ​ໄໝ.

​ເຮືອບິນ​ເລກ​ໜຶ່ງ, ​ເຮືອບິນ​ທີ່​ມີ​ຄວາມ​ໝາຍ​ແທ້​ຈິງ​ລຳ​ທຳ​ອິດ​ໃນ​ໂລກ, ​ແມ່ນ​ສອງອ້າຍນ້ອງ​ໄລ​ທ໌ຂອງ​ອາ​ເມ​ລິ​ກາ​ເປັນ​ຜູ້​ປະດິດ​ສ້າງ. ​ໃນ​ນາມ​ເປັນ​ນັກ​ປະດິດ​ສ້າງ​ຜູ້​ໜຶ່ງ​ທີ່​ມີ​ຊື່ສ​ຽງກວ່າ​ໝູ່​ໃນ​ສະຕະວັດ​ທີ20, ການ​ເຕີບ​ໂຕ​ຂອງ​ສອງອ້າຍນ້ອງ​ໄລທ໌​ແມ່​ນ່​ເລື່ອງ​ທີ່​ຄົນ​ທັງຫຼາຍ​ມັກ​ເວົ້າ​ສູ່​ກັນ​ຟັງ​ໂດຍ​ຕະຫຼອດ. ຕັ້ງ​ແຕ່​ຍາມ​ຍັງ​ນ້ອຍ, ສອງອ້າຍນ້ອງ​ກໍ​ຊ່າງ​ຄິດ​ຊ່າງ​ເຮັດ. ​ໃນ​ໄວ​ເຍົາ, ພວກ​ທ່ານ​ທັງ​ສອງ​ເຄີຍ​ເອົາ​ລົດ​ເພ​ຂອງ​ຮ້ານ​ຄ້າ​ຂ້າງ​ບ້ານ, ມ​າ​ແປງ​ເປັນ​ລົດ​ຂົນ​ສົ່ງສິນຄ້າ​ທີ່​ໃຊ້​ແຮງ​ຄົນ. ປີ1894, ສອງອ້າຍນ້ອງ​ຍັງ​ໄດ້​ເປີດ​ຮ້ານ​ລົດ​ຖີບ​ຫຼັງ​ໜຶ່ງ, ດັດ​ແປງ​ແລະ​ສ້ອມ​ແປງ​ລົດຖີບ.

ສອງອ້າຍນ້ອງ​ໄລ​ທ໌​ແມ່ນ​ເລີ່​ມຕັດສິນ​ໃຈ​ສ້າງ​ພາລະກິດ​ການບິນ​ແຕ່​ຍາມ​ໃດ? ຄົນ​ທັງຫຼາຍ​ຄິດ​ວ່າ​ອາດ​ຈະ​ແມ່ນຂ່າວ​ທີ່​ທ່ານ​ອອດ​ໂທ-ລີ​ລິ​ນດາ ທົດ​ລອງ​ເຮືອ​ເຫາະ​ປະລາ​ເນ​ບິນ​ຢ່າງ​ສຳ​ເລັດ​ຜົນ​ໄດ້​ກະຕຸກ​ພວກ​ທ່ານ. ປີ1896, ການ​ທົດ​ລອງ​ບິນ​ຂອງ​ທ່ານ​ອອດ​ໂທ​ເກີດ​ອຸປະຕິ​​ເຫດ, ​ເຣັດ​ໃຫ້​ພວກ​ທ່ານ​ຍິ່ງ​ຕັດສິນ​ໃຈ​ເດັດດ່ຽວ​ກວ່າ​ເກົ່າ, ຈິ່ງ​ທຸ່ມ​ເທ​ກຳລັງວັງຊາ​ຍິ່ງ​ຫຼາຍ​ເຂົ້າ​ໃນ​ການ​ທົດ​ລອງ​ເຮືອບິນ. ​ເທື່ອ​ນີ້, ພວກ​ທ່ານ​ໄດ້​ຖອດຖອນ​ເອົາ​ບົດຮຽນ​ທາງ​ລົບ​ຂອງ​ຄົນ​ຮຸ່ນ​ກ່ອນ, ​ໂດຍ​ສະ​ເພາະ​ແມ່ນ​ໄດ້​ເອົາ​ໃຈ​ໃສ່​ຄົ້ນຄວ້າ​ການບິນ​ຂອງ​ນົກ​ທໍ່​ນັ້ນ, ຫາກ​ຍັງ​ໄດ້​ລົງ​ເລິກ​ຄົ້ນຄວ້າ​ປຶ້ມ​ເກືອບ​ທັງ​ໝົດ​ກ່ຽວ​ກັບ​ທິດ​ສະ​ດີກາ​ນບິນ​ໃນ​ຄາວ​ນັ້ນ.

ສິ່ງ​ທີ່​ເປັນຕາ​ເວົ້າ​ນັ້ນ​ແມ່ນ: ​ໃນ​ເວລາ​ສອງອ້າຍນ້ອງ​ໄລ​ທ໌ຄົ້ນຄວ້າ​ການບິນ​ນັ້ນ, ພາລະກິດ​ການບິນ​ພວມ​ຢູ່​ໃນ​ໄລຍະ​ທີ່​ປະສົບ​ຄວາມ​ຫຼົ້ມ​ເຫຼວ​ເລື້ອຍໆ. ທ່ານ​ປີ​ແອກ ຊ່າງ​ຂັບ​ຍົນ​ຕົກ​ແລ້ວ​ເສຍ​ຊີວິດ, ທ່ານ​ມັກ​ຊິນ ຜູ້​ປະດິດ​ສ້າງ​ປືນ​ກົນ​ໜັກ​ທົດ​ລອງ​ການບິນ​ປະລາ​ໄຊ, ທ່ານ​ລານ​ລີ ນັກວິທະຍາສາດ​ການບິນ​ຂັບ​ຍົມ​ຕົກ​ນ້ຳ​ແລະ​ອື່ນໆ, ການ​ໃຊ້​ແມ່​ແຮງ​ຂອງ​ຍົນ​ເອງ​ມາ​ບິນ​ອາດ​ເປັນ​ໄປ​ໄດ້​ຫຼື​ບໍ່? ຄົນ​ສ່ວນ​ຫຼາຍ​ຕົກ​ຢູ່​ໃນ​ສະພາບ​ໝົດ​ຫວັງ, ຢູ່​ອ້ອມ​ຂ້າງ​ເຕັມ​ໄປ​ດ້ວຍ​ບັນຍາກາດ​ທີ່​ບໍ່​ມີ​ກຳລັງ​ໃຈ, ນີ້​ກໍ​ແມ່ນ​ສະພາບ​ກ່ອນ​ສິ່ງ​ມະຫັດສະຈັນ​ທີ່​ເກີດ​ຂຶ້ນ.

​ແຕ່​ສອງອ້າຍນ້ອງ​ໄລ​ທ໌ບໍ່​ເຄີຍ​ປະລະ​ຄວາມ​ພະຍາຍາມ​ຂອງ​ຕົນ​ຈັກ​ເທື່ອ. ​ແຕ່​ປີ1900​ຮອດ​ປີ1902, ພວກ​ທ່ານ​ນອກຈາກ​ໄດ້​ທົດ​ລອງ​ບິນ​ເຈີດ1000​ກວ່າ​ເທື່ອ​ແລ້ວ, ຍັງ​ໄດ້​ເຮັດ​ປີກ​ຍົນ​ຕ່າງ​ກັນ200​ກວ່າ​ອັນ, ດຳ​ເນີນ​ການ​ທົດ​ລອງ​ຢູ່​ປ່ອງ​ລົມ​ນັບ​ເປັນ​ພັນ​ເທື່ອ, ດັດ​ແປງ​ຕົວ​ເລກ​ການບິນ​ທີ່​ຜິດພາດ​ຈຳນວນ​ໜຶ່ງ​ຂອງ​ທ່ານ​ລີ​ລິນ​ດາ, ​ໄດ້​ອອກ​ແບບ​ຮູບ​ໜ້າ​ຕັດ​ຂອງ​ປີກ​ຍົນ​ທີ່​ມີ​ກຳລັງ​ບິນ​ຂຶ້ນ​ອ່າວ​​ແຮງ.

​ເຮືອບິນ​ເລກ​ໜຶ່ງ​ທີ່​ສະ​ເທືອ​ນ​ໂລກ​ກໍ​ໄດ້​ເກີດ​ຂຶ້ນ​ແນວ​ນີ້​ແຫຼະ, ປີກ​ຍົນ​ກວ້າງ13,2​ແມັດ, ​ເຄື່ອງ​ປັບ​ຂຶ້ນ​ລົງ​ທາງ​ໜ້າ, ຫາງ​ເສືອ​ຢູ່​ທາງຫຼັງ. ພາຍ​ໃຕ້​ການ​ຊ່ອຍ​ເຫຼືອ​ຂອງ​ທ່ານ​ດີ​ລາ ຊ່າງ​ເຕັກນິກ, ສອງອ້າຍນ້ອງ​ໄດ້​ຜະລິດ​ເຄື່ອງ​ໂມ​ເຕີ4​ລູກ​ສູບ​ທີ່​ນັກ70​ກິ​ໂລ12​ແຮງ​ມ້າ.

ວັນ​ທີ14​ທັວາປີ1903, ​ແມ່ນ​ການບິນ​ທີ່​ແບ່ງ​ຍຸກ​ສະ​ໄໝ​ແທ້ໆ. ທ່ານ​ໂອ​ວິນ ​ໄລ​ທ໌ ຜູ້​ເປັນ​ນ້ອງ​ໄດ້​ຂັບ​ຍົນ​ບິນ​ໄປ​ໄກ​ເຖິງ36​ແມັດ, ບິນ​ຢູ່​ເທິງ​ທ້ອງຟ້າ12​ວິນາທີ​ຖ້ວນ. ມວນ​ມະນຸດ​ໄດ້​ຄວບ​ຄຸມ​ປີກ​ຂອງ​ຕົນ​ຢ່າງ​ເສລີ​ເໝືອນ​ກັບ​ຮຸ້ງ​ບິນ​ເວີນ​ຢູ່​ເທິງ​ທ້ອງຟ້າ​ສີ​ຄາມ​ເປັນ​ເທື່ອ​ທຳ​ອິດ.

​ໃນ​ຫຼາຍ​ມື້​ຕໍ່​ມາ, ສອງອ້າຍນ້ອງ​ໄລ​ທ໌​ໄດ້​ທົດ​ລອງ​ບິນ​ອີກ​ຫຼາຍ​ເທື່ອ. ​ໃນ​ນັ້ນ, ​ເທື່ອ​ທີ4​ແມ່ນ​ທ່ານ​ເວ​ເບີ ​ໄລ​ທ໌ ຜູ້​ເປັນ​ອ້າຍ​ເປັນ​ຜູ້​ຂັບ, ບິນ​ໄກ260​ແມັດ, 59ວິນາທີ.

ປີ1906, ຍົນ​ຂອງ​ພວກ​ທ່ານ​ໄດ້​ຮັບ​ສິດທິ​ບັດ​ປະດິດ​ສ້າງ​ຢູ່​ອາ​ເມ​ລິ​ກາ. ປີ1909, ພວກ​ທ່ານ​ໄດ້​ຮັບ​ລາ​ງວັນ​ກຽດຕິຍົດ​ຂອງ​ລັດຖະສະພາ​ອາ​ເມ​ລິ​ກາ. ​ໃນ​ປີດ​ຽວກັນ, ພວກ​ທ່ານ​ໄດ້​ຕັ້ງ​ບໍລິສັດ​ເຮືອບິນ​ໄລ​ທ໌. ຈາກ​ນັ້ນ​ມາ, ບໍລິສັດ​ເຮືອບິນ​ໄລ​ທ໌​ໄດ້​ກາຍ​ເປັນ​ວິ​ສາ​ຫະກິດ​ຜະລິດ​ເຮືອບິນ​ທີ່​ມີ​ຊື່ສ​ຽງ​ໃນ​ໂລກ.

​ເມື່ອ​ເບິ່ງ​ດ້ານ​ນອກ, ສ່ວນ​ປະກອບ​ຂອງ​ສອງອ້າຍ​ນ້ອງ​ໄລ​ທ໌ຕໍ່​ມວນ​ມະນຸດ​ແມ່ນ​ຢູ່​ບ່ອນ​ວ່າ, ພວກ​ທ່ານ​ໄດ້​ເຮັດ​ໃຫ້​ເຮືອບິນ​ໃຊ້​ຄວາມ​ແຮງ​ຂອງ​ເຄື່ອງ​ໂມ​ເຕີ​ແລະ​​ແຮງ​ດັນ​ຂອງ​ໝາກ​ປິ່ນ, ບິນ​ທຸກ​ຄົນ​ບິນ​ຂຶ້ນ​ສູ່​ທ້ອງຟ້າ, ​ແຕ່​ຄວາມ​ຈິງ​ແລ້ວ, ນ້ຳ​ໃຈ​ຂອງ​ພວກ​ທ່ານ​ທີ່​ສຸມ​ຈິດ​ສຸມ​ໃຈ, ບຸກບືນ​ກ້າວ​ຂຶ້ນ​ແລະ​ບໍ່​ຢ້ານ​ຄວາມ​ເສຍສະຫຼະ​ຕໍ່​ພາລະກິດ​ການບິນ​ນັ້ນ​ໄດ້​ເຍືອງ​ຮຸ່ງ​ທ້ອງຟ້າ​ທີ່​ມວນ​ມະນຸດ​ພັດທະນາ​ພາລະກິດ​ການບິນ​ໂດຍ​ຕະຫຼອດ, ກາຍ​ເປັນ​ດວງ​ປະທີບ​ເຍືອງ​ທາງ​ໃຫ້​ຄົນ​ຮຸ່ນ​ຫຼັງ​ທີ່​ນັບ​ບໍ່​ຖ້ວນ​ກ້າວ​ຂຶ້ນ​ຕໍ່​ໄປ.