|
 |
(GMT+08:00)
2005-07-04 20:36:43
|
 |
ຝ່າຍຈີນຍິນດີເປີດກວ້າງຂະໜາດການຮ່ວມມືດ້ານເສດຖະກິດການຄ້າກັບກຳປູເຈຍ
cri
Author: da
ຕາມຂ່າວcri: ວັນທີ 4 ກໍລະກົດ ຢູ່ເມືອງຄຸນມິງ,ທ່ານເວີນເຈຍປາວ ນາຍົກລັດຖະມົນຕີຈີນເວົ້າວ່າ,ຝ່າຍຈີນຍິນດີເປີດກວ້າງຂະໜາດການຮ່ວມມືດ້ານເສດຖະກິດການຄ້າກັບກຳປູເຈຍຢ່າງຕັ້ງໜ້າ.

ໃນເວລາພົບປະທ່ານຮຸນເຊນ ນາຍົກລັດຖະມົນຕີກຳປູເຈຍທີ່ມາເຂົ້າຮ່ວມກອງປະຊຸມຜູ້ນຳ GMS ຄັ້ງທີ 2 ,ທ່ານເວີນເຈຍປາວເວົ້າວ່າ,ໃນຂະນະສອງຝ່າຍຈັດຕັ້ງປະຕິບັດສັນຍາຫຼາຍສະບັບທີ່ໄດ້ເຊັນກັນແລ້ວນັ້ນ,ຝ່າຍຈີນຍິນດີສະໜອງທຶນແລະອຸປະກອນສະໜັບສະໜູນໂຄງການກໍ່ສ້າງພື້ນຖານໂຄງລ່າງກຳປູເຈຍ,ສົ່ງເສີມບໍລິສັດຈີນໄປລົງທຶນແລະເຂົ້າຮ່ວມການດັດແປງເຕັກນິກຢູ່ກຳປູເຈຍ.ຝ່າຍຈີນກໍຊົມເຊີຍຝ່າຍກຳປູເຈຍໄປມາຫາສູ່ກັບແຂວງຢຸນນານແລະແຂວງກຸ້ຍໂຈ່ວ,ສະແຫວງຫາໂອກາດການຮ່ວມມື.
ທ່ານຮຸນເຊນຫວັງໃຫ້ສອງຝ່າຍຈົ່ງຮ່ວມມືກັນຕື່ມອີກໃນການກໍ່ສ້າງຊົນລະປະທານແລະພື້ນຖານໂຄງລ່າງຂອງກຳປູເຈຍ,ຝ່າຍກຳປູເຈຍກໍຍີນດີພ້ອມກັນກັບຝ່າຍຈີນເພີ່ມທະວີການຫາລືແລະການຮ່ວມມືກັນໃນຂົງເຂດອື່ນລະຫວ່າງສອງຝ່າຍແລະໃນວຽກງານສາກົນ,ສືບຕໍ່ຊຸກຍູ້ການພົວພັນລະຫວ່າງສອງປະເທດຂະຫຍາຍຕົວລົງສູ່ລວງເລິກ.
|
|
|