ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-05 14:39:03    
GMS ວາງ​ຂອບ​ດຳ​ເນີນ​ງານ​ຍຸດ​ທະ​ສາດ​ທີ່​ເຮັດ​ໃຫ້​ການ​ລົງ​ທຶນ​ການ​ຄ້າ​ສະ​ດວກ​ກວ່າ​ເກົ່າ

cri Author: li
ຕາມ​ຂ່າວ CRI: ວັນ​ທີ 5 ກໍ​ລະ​ກົດ ຢູ່​ຄຸນ​ມິ​ງ ​ເມືອງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ ກອງ​ປະຊຸມ​ຜູ້ນຳ​ຄັ້ງທີ​ສອງ​ຂອງ​ການ​ຮ່ວມ​ມື​ເສດຖະກິດ​ອະນຸ​ພາກ​ພື້ນ​​ແມ່ນ້ຳ​ຂອງ​ໄດ້​ຜ່ານ"ຂອບ​ດຳ​ເນີນ​ງານ​ຍຸດ​ທະ​ສາດ​ທີ່​ເຮັດໃຫ້​ການ​ລົງທຶນ​ການ​ຄ້າ​ສະດວກ​ກວ່າ​ເກົ່າ".

ການ​ເຮັດ​ໃຫ້ການ​ລົງທຶນ​ການ​ຄ້າ​ສະດວກ​ກວ່າ​ເກົ່າ​ແມ່ນ​ຂົງ​ເຂດ​ຮ່ວມ​ມືຈຸດ​ໜັກຂອງ GMS,​ ເຖິງ​ວ່າບັນດາ​ປະ​ເທດ​ສະມາຊິກ​ໄດ້​ທຳ​ຄວາມ​ພະຍາຍາມ​ຢ່າງ​ຫຼວງຫຼາຍ​ໃນ​ດ້ານ​ນີ້​ກໍ​ຕາມ,​ແຕ່​ຍ້ອນ​ບໍ່ມີ​ແຜນການ​ກວມ​ລວມ,ຈຶ່ງພາ​ໃຫ້ຄືບ​ໜ້າ​ຊັກ​ຊ້າ​. ຕາມ​ຊາບ​ວ່າ, ​ຂອບ​ດຳ​ເນີນ​ງານ​ຍຸດ​ທະ​ສາດ​ທີ່ໃຫ້​ການ​ລົງທຶນ​ການ​ຄ້າ​ສະດວກ​ກວ່າ​ເກົ່າ​ໄດ້​ກຳນົດ​ເປົ້າໝາຍ​ແລະ​ມາດ​ຕະການ​ຂອງ​ບັນດາ​ປະ​ເທດ​ທີ່​ອຳນວຍ​ຄວາມ​ສະດວກ​ກວ່າ​ເກົ່າ​ໃນ​ຂົງ​ເຂດ​ບູລິ​ມະ​ສິດ​ຕ່າງໆ​ເຊັ່ນ​ທຳນຽມ​ຜ່ານດ່ານ,​ກວດ​ສອບ​ຄຸນ​ນະພາບ​ແລະ​ກວດກາ​ພະຍາດ,ການ​ຈໍລະ​ຈອນ​ສິນຄ້າ​ແລະ​ການ​ໄປ​ມາ​ລະຫວ່າງ​ບຸກຄົນ​ການ​ຄ້າ​ ​ເປັນຕົ້ນ.