|
 |
(GMT+08:00)
2005-07-05 15:15:35
|
 |
ກອງປະຊຸມGMSຄັ້ງທີສອງຜ່ານຄຳຖະແຫຼງການຄຸນມິງ
cri
Author: li
ຕາມຂ່າວ CRI: ກອງປະຊຸມGMSຄັ້ງທີສອງທີ່ໄຂຂຶ້ນຢູ່ຄຸນມິງ ເມືອງພາກຕາເວັນຕົກສຽງໃຕ້ຂອງຈີນໃນວັນທີ 5 ກໍລະກົດໄດ້ຜ່ານຄຳຖະແຫຼງການຄຸນມິງທີ່ມີວັດຖຸປະສົງເສີມສ້າງການພົວພັນຄູ່ຂາແລະບັນລຸຄວາມຈະເລີນຮຸ່ງເຮືອງນຳກັນ,ຄຳຖະແຫຼງການໄດ້ກຳນົດການເສີມສ້າງພື້ນຖານໂຄງລ່າງ,ປົວແປງສະພາບແວດລ້ອມການລົງທຶນການຄ້າ,ເພີ່ມທະວີການພັດທະນາສິ່ງແວດລ້ອມແລະການພັດທະນາສັງຄົມເປັນທິດຈຸດໜັກໃນການຮ່ວມມືຂອງບັນດາປະເທດໃນອະນາຄົດ.
ຄຳຖະແຫຼງການຂຽນວ່າ,ໜ້າທີ່ໃຈກາງຂອງການຮ່ວມມືລະຫວ່າງບັນດາປະເທດແມ່ນບຳບັດຄວາມທຸກຍາກ,ບັນດາປະເທດຈະເພີ່ມທະວີການຮ່ວມມືໃນດ້ານກະສິກຳ,ຮັບປະກັນຄວາມປອດໄພດ້ານທັນຍາຫານ; ສະໜັບສະໜູນການຈັດວາງຍຸດທະສາດຄົມມະນາຄົມໃນອະນຸພາກພື້ນ,ຈັດເອົາການຂົນສົ່ງທາງລົດໄຟ,ທາງອາກາດແລະທາງນ້ຳເຂົ້າໃນກົນໄກຮ່ວມມື; ຍົກປະສິດທິພາບການເງິນໃຫ້ສູງຂຶ້ນ,ສ້າງສະພາບແວດລ້ອມການລົງທຶນການຄ້າທີ່ມີກຳລັງແກ່ງແຍ່ງຫຼາຍກວ່າເກົ່າ,ຮັບປະກັນໃຫ້ວົງການອຸດສາຫະກຳການຄ້າເຂົ້າຮ່ວມການຮ່ວມມືຂອງອະນຸພາກພື້ນ; ເພີ່ມທະວີການຮ່ວມມືໃນດ້ານວຽກງານປ້ອງກັນແລະຄວບຄຸມພະຍາດສັດໃນອະນຸພາກພື້ນ, ສືບຕໍ່ລົງເລິກແລະຂະຫຍາຍການພົວພັນຄູ່ຂາກັບຂະແໜງການເອກະຊົນ,ວົງການວິຊາການແລະປະຊາສັງຄົມ.
|
|
|