ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-05 16:08:06    
ລັດຖະບານ​ແລະ​ວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ບັນ​ດາ​ປະ​ເທດ​ອະ​ນຸ​ພາກ​ພື້ນ​​ແມ່​ນ້ຳ​ຂອງ​ຈະ​ພ້ອມ​ກັນ​ອອກ​ແຮງ​ຮ່ວມ​ມື​ໃນ​ພາກ​ພື້ນ

cri Author: li
ຕາມ​ຂ່າວ CRI: ກອງ​ປະຊຸມ​ສົນທະນາ​ລະຫວ່າງ​ຜູ້ນຳ​ກັບ​ຜູ້​ແທນ​ວົງ​ການ​ອຸດສາຫະກຳ​ການ​ຄ້າ​ຂອງ​ອະນຸ​ພາກ​ພື້ນ​ແມ່ນ້ຳຂອງ​ໄດ້​ໄຂ​ຂຶ້ນຢູ່​ຄຸນ​ມິງ ​ເມືອງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ,ຜູ້ນຳ 6 ປະ​ເທດ​ຄື​ຈີນ,ກຳປູ​ເຈຍ,ລາວ,ມຽນມາ,​ໄທ​ແລະ​ຫວຽດນາມ​ແລະ​ຜູ້​ວ່າການ​ທະນາຄານ​ພັດທະນາ​ອາຊີ​ພ້ອມ​ດ້ວຍ​ຜູ້​ແທນ​ວົງ​ການ​ອຸດສາຫະກຳ​ການ​ຄ້າ​ຂອງ​ບັນດາ​ປະ​ເທດ​ອາ​ນຸພາກ​ພື້ນ 300 ກວ່າ​ຄົນ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ສົນທະນາ. ຜູ້ນຳ​ບັນດາ​ປະທດ​ເປັນ​ເອກະສັນ​ກັນ​ກ່າວ​ວ່າ,ລັດຖະບານ​ປະ​ເທດ​ຕົນ​ຈະ​ອອກ​ແຮງ​ສຸດ​ຂີດສ້າງ​ສະພາບ​ແວດ​ລ້ອມ​ທີ່​ທ່ຽງ​ທຳ​ແລະ​ສະດວກ​ກວ່າ​ເກົ່າ​ເພື່ອ​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ຂ້າມ​ຊາດ​ແລະ​ການ​ລົງທຶນ​ຂອງ​ຂະ​ແໜງ​ການເອກະ​ຊົນຂອງ​ອະນຸ​ພາກ​ພື້ນ.

​ໃນ​ກອງ​ປະຊຸມ​ສົນທະນາ,ທ່ານ​ເວີນ​ເຈຍ​ປາວ ນາຍົກ​ລັດຖະມົນຕີ​ຈີນ,​ທ່ານຮຸນ​ແຮງ ນາຍົກ​ລັດຖະ​ມົນຕີ​ກຳປູ​ເຈຍ,ທ່ານ​ບຸນ​ຍັງ ວໍລະ​ຈິດ ນາຍົກ​ລັດຖະ​ມົນຕີ​ລາວ,​ທ່ານ​ໂຊ​ວິນ ນາຍົກ​ລັດຖະ​ມົນຕີ​ມຽນມາ,​ທ່ານ​ທັກສິນ ຊິນນະ​ວັດ ນາຍົກ​ລັດຖະ​ມົນຕີ​ໄທ,ທ່ານ​ຟານ​ວັນ​ຂ້າຍ ນາຍົກ​ລັດຖະ​ມົນຕີ​ຫວຽດນາມ​ແລະ​ທ່ານ​ຄູ​ໂຣດາ ຮາ​ຣູຮີ​ໂຄ ຜູ້​ວ່າການ​ທະນາຄານ​ພັດທະນາ​ອາຊີ​ພ້ອມ​ກັບ​ຜູ້​ແທນ​ທີ່​ຮ່ວມ​ປະຊຸມ​ໄດ້​​ແລກ​ປ່ຽນ​ຄວາມ​​ເຫັນກັນ​ຢ່າງ​ເຕັມ​ສ່ວນ​ແລະ​ກົງ​ໄປ​ກົງ​ມາ​ກ່ຽວ​ກັບ​ບັນຫາ​ຕ່າງໆ​ເຊັ່ນ​ເຮັດ​ໃຫ້ການ​ລົງທຶນ​ການ​ຄ້າ​ສະດວກ​ກວ່າ​ເກົ່າ,ປົວ​ແປງ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ແລະ​ການ​ກໍ່ສ້າງ​ລະບົບ​ເຄືອ​ຂ່າຍຂໍ້​ມູນ​ຂ່າວສານ​ປັນ​ຕົ້ນ. ທ່ານ​ເວີນ​ເຈຍ​ປາວ​ໄດ້​ເປັນ​ປະທານຈັດ​ກອງ​ປະຊຸມ​ແລະ​ກ່າວ​ຄຳ​ປາ​ໄສ,ທ່ານ​ເວົ້ວ່າ:

"ການ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ລັດຖະບານ​ກັບ​ວົງ​ການ​ອຸດສາ​ຫະກຳ​ການ​ຄ້າ​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ບັນລຸ​ຄວາມ​ຈະ​ເລີນຮຸ່ງ​ເຮືອງ​ນຳ​ກັນ​ໃນ​ອະນຸ​ພາກ​ພື້ນ. ພຶດຕິ​ກຳ​ພິສູດ​ໃຫ້​ເຫັນ​ວ່າ,ຖ້າ​ຢາກ​ສ້າງ​ອະນຸ​ພາກ​ພື້ນ​ທີ່​ມີ​ກຳລັງ​ແກ່ງ​ແຍ່ງ​ຫຼາຍ​ກວ່າ​ເກົ່າ​ແລະ​ກົມກຽວ​ກັນຈະ​ເລີນຮຸ່ງ​ເຮືອງ​ກວ່າ​ເກົ່າ​ໃນ​ຂະ​ບວນ​ການ​ໂລກາ​ວິວັດ,​ຕ່ອງ​ໂສ້​ອັນ​ສຳຄັນ​ກໍ​ແມ່ນ​ເພີ່​ມະ​ວີ​ການ​ຕິດ​ຕໍ່​ພົວພັນ​ລະຫວ່າງ​ລັດຖະບານ​ກັບ​ວົງ​ການ​ອຸດສາ​ຫະກຳ​ການ​ຄ້າ,ສົ່ງ​ເສີມ​ແລະ​ຊຸກ​ຍູ້​​ໃຫ້ວົງ​ການ​ອຸດສາ​ຫະກຳ​ການ​ຄ້າ​ເຂົ້າຮ່ວມ​ການ​ຮ່ວມ​ມື​ເສດຖະກິດ​ຂອງ​ອະນຸ​ພາກ​ພື້ນ​ຢ່າງ​ຕັ້ງໜ້າ​."

ການ​ກໍ່ສ້າງລະບົບ​ເຄືອ​ຂ່າຍຂໍ້​ມູນ​ຂ່າວສານ​ແມ່ນ​ຫົວ​ຂໍ້ໜຶ່ງ​ທີ່​ສຳຄັນ​ຂອງ​ກອງ​ປະຊຸມ​ສົນທະນາ​ເທື່ອ​ນີ້. ​ໃນ​ເວລາ​ທ່ານ​ເຈີນ​ຫວຽດຮຸງ ຮອງ​ຜູ້​ຈັດການ​ຂອງ​ບໍລິສັດ​ໂທລະ​ຄົມດີ​ຈີ​ຕອນ​ຫວຽດນາມ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ສົນທະນາ​ໃນ​ມື້​ດຽວ​ກັນ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ພວກ​ເຮົາ​ນັ້ນທ່ານ​ກ່າວ​ວ່າ,

"ການ​ສ້າງ​ທາງ​ດ່ວນ​ຂໍ້​ມູນ​ຂ່າວສານ​ຢູ່​ອະນຸ​ພາກ​ພື້ນ​ແມ່ນ້ຳ​ຂອງ​ຈະ​ມີ​ຜົນ​ສະທ້ອນ​ເລິກ​ເຊິ່ງ​ຍາວ​ໄກ​ຕໍ່​ປະຊາຊົນ 6 ປະ​ເທດ,ມີ​ຜົນ​ດີ​ທີ່​ຈະ​ຊ່ອຍ​ໃຫ້​ບັນດາ​ປະ​ເທດ​ພັດທະນາ​ເສດຖະກິດ​ນຳ​ກັນ,​ແລກ​ປ່ຽນ​ວັດທະ​ນະທຳ​ແລະ​ຊ່ອຍ​ເຫຼືອ​ເຊິ່ງກັນ​ແລະ​ກັນ. ​ໃນ​ດ້ານ​ໂທລະ​ຄົມ,ບາງ​ບໍລິ​ສັດ​ຂອງ​ຝ່າຍຈີນ​ໄດ້​ອອກ​ແຮງຊ່ອຍ​ເຫຼືອ​ຫວຽດນາມ​ໃນ​ດ້ານ​ສະໜັບ​ສະໜູນ​ທາງ​ເຕັກນິກ​ແລະ​ຄ້ຳປະກັນ​ທາງ​ລະບົບ. ​ໃນ​ດ້ານ​ບຸກ​ເບີກ​ໂທລະ​ຄົມ,ຈີນ​ຫວຽດນາມ​ໄດ້​ດຳ​ເນີນຫຼາຍ​ໂຄງ​ການ​ຮ່ວມ​ມື​ທີ່​ໃຫຍ່​ສົມຄວນ,​ສອງ​ປະ​ເທດ​ໃນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ໂທລະ​ຄົມສອງ​ປະ​ເທດ​ມີກຳລັງ​ບົ່ມ​ຊ້ອນ​ໃຫຍ່ຫຼາຍ."

ນອກ​ນີ້ ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ດັ້ງ​ເດີມ​ເຊັ່ນ​ກະສິກຳ​ເປັນຕົ້ນ​ກໍ​ແມ່ນ​ບັນຫາ​ສຳຄັນ​ທີ່​ຈະ​ຫາລື​ກັນໃນ​ກອງ​ປະຊຸມ​ສົນທະນາ​ເທື່ອ​ນີ້​ລະຫວ່າງ​ຜູ້ນຳ​ແລະ​ວົງ​ການ​ອຸດສາ​ຫະກຳ​ການ​ຄ້າ. ​ໃນ​ເວລາ​ທ່ານ​ກິດສະໜາ ວົງ​ໄຊ ປະທານ​ສະມາຄົມ​ການ​ຄ້າ​ລາວ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ພວກ​ເຮົາ​ນັ້ນ ທ່ານ​ໄດ້​ເນັ້ນໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ກະສິກຳ​ໃນ​ອະນຸພາກ​ພື້ນ​ທີ່​ມີ​ຕໍ່​ລາວ. ທ່ານ​ເວົ້າວ່າ:

"​ໃນ​ດ້ານ​ກະສິກຳ,ປັດຈຸບັນ ຈີນ​ໄດ້ຫຼຸດຫຼືຍົກ​ເວັ້ນພາສີ​ຜົນ​ຜະລິດ​ ​ກະສິກຳ 208 ຊະນິດ​ແລ້ວ. ລັດຖະບານ​ລາວ​ພວມ​ອອກ​ແຮງ​ເຊື້ອ​ເຊີນ​ນັກ​ທຸລະກິດ​ຈີນ​ໄປ​ຜະລິດ​ແລະ​ລົງທຶນ​ດ້ານ​ກະສິກຳ​ຢູ່​ລາວ,​ເພື່ອ​ໃຫ້​ຜະລິດ​ຕະພັນ​ກະສິກຳ​ເຫຼົ່ານີ້​ຂາຍ​ຢູ່​ຈີນ​ໄດ້,​ແລະ​ສາມາດ​ສົ່ງ​ໄປ​ຂາຍ​ຢູ່​ປະ​ເທດ​ທີ​ສາມ. ປັດຈຸບັນ,​ນັກ​ທຸລະກິດ​ຈີນ​ພວມ​ພາກັນ​ໄປ​ລົງທຶນ​ຢູ່​ລາວ​ຢ່າງ​ຫ້າວຫັນ. ຂ້າພະ​ເຈົ້າ​ເຊື່ອ​ວ່າ,​ໃນ​ອະນາຄົດ​ທີ່​ບໍ່​ດົນນີ້,ຜະລິດ​ຕະພັນ​ກະສິກຳ​ຂອງ​ລາວ​ຈະ​ມີ​ໂອກາດ​​​ເຂົ້າສູ່​ຕະຫຼາດ​ຈີນ​ຫຼາຍກວ່າ​ເກົ່າ."

ຜູ້​ແທນວົງ​ການອຸດສາຫະກຳ​ການ​ຄ້າ​ຂອງ​ບັນດາ​ປະ​ເທດ​ທີ່​ຮ່ວມ​ປະຊຸມ​ຍັງ​ໄດ້​ສະ​ເໜີຄວາມ​ເຫັນ​ແລະ​ຂໍ້​ສະ​ເໜີ​ທີ່​ມີ​ລັກສະນະ​ສ້າງສັນ​ຫຼາຍ​ຢ່າງກ່ຽວ​ກັບ​ການ​ເຮັດ​ໃຫ້​ລະບຽບ​ການ​ລົງທຶນ​ການ​ຄ້າ​ຂ້າມ​ຊາດ​ງ່າຍ​ກວ່າ​ເກົ່າ,ຍົກ​ລະດັບ​ຄຸ້ມ​ຄອງ​ຂອງ​ລັດຖະບານ​ໃຫ້​ສູງ​ຂຶ້ນ,ຂ້ຽວ​ເລັ່ງ​ສ້າງທາງ​ຜ່ານ​ເສດຖະກິດ​ເປັນຕົ້ນ. ຜູ້ນຳ​ບັນດາ​ປະ​ເທດ​ກໍ​ກ່າວ​ວ່າ,ຈະ​ຕັ້ງໜ້າ​ຄົ້ນຄວ້າ​ຄວາມ​ເຫັນ​ແລະ​ຂໍ້​ສະ​ເໜີ​ເຫຼົ່ານີ້ ​ແລະ​ຫັນປ່ຽນ​ເປັນ​ມາດ​ຕະການ​ການ​ກະທຳ​ຕົວ​ຈິງ.