|
|
(GMT+08:00)
2005-07-06 08:46:32
|
|
ແຕ້ມຮູບເຂົ້າໜົມເບິ່ງເພື່ອແກ້ຄວາມຫິວ
cri
Author: li
ສະບາຍດີທ່ານຜູ່ຟັງທີ່ໂຄລົບ, ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການນິທານສຸພາສິດ, ໃນລາຍການພາກນີ້, ຂ້າພະເຈົ້າຈະເລົ່ານິທານສຸພາສິດເລື່ອງ "ຮວາປິງຊົງຈີ" ແປວ່າ "ແຕ້ມຮູບເຂົ້າໜົມເບິ່ງເພື່ອແກ້ຄວາມຫິວ" ສູ່ຟັງ, ຫວັງວ່າທ່ານຄົງຈະມັກ.
ນິທານສຸພາສິດເລື່ອງ "ແຕ້ມຮູບເຂົ້າໜົມເບິ່ງເພື່ອແກ້ຄວາມຫິວ" ໄດ້ມີໃຫ້ເຫັນໃນພົງສາວະດານ "ຊານໂກຈື້" ແປວ່າ "ບັນທຶກເລື່ອງສາມກົ໊ກ" ທີ່ແຕ່ງໂດຍເສິນໂຊວໃນສະໄໝລາຊາວົງຈິ້ນຕາເວັນຕົກຂອງຈີນ, ໃຊ້ມາອຸປະມາການທີ່ມີແຕ່ຊື່ເປົ່າ ບໍ່ມີຜົນປະໂຫຍດຫຍັງ; ຫຼືອຸປະມາປະເອີບໃຈຕົນເອງດ້ວຍຄວາມເພີ້ຝັນ. ເລື່ອງກ່ຽວກັບຄຳສຸພາສິດນີ້ມີດັ່ງລຸ່ມນີ້:
ໃນລາຊະສຳນັກລັດເວິ້ຍເຊິ່ງແມ່ນລັດໜຶ່ງໃນສະໄໝສາມກົ໊ກ, ມີເສນາບໍດີຜູ່ໜຶ່ງຊື່ວ່າລູອີ້, ເພິ່ນກ້າບອກເຕືອນຮ້ອງເຕ້ຢ່າງກົງໄປກົງມາ ແລະຊ່າງສະເໜີຜູ່ມີຄວາມຮູ້ຄວາມສາມາດໃຫ້ລາຊະສຳນັກ. ເມື່ອໂສພີເປັນຮອງມະຫາອຸປະຫຼາດນັ້ນ, ລູອີ້ເປັນເຈົ້າຄອງແຂວງຈີ້ໂຈ່ວ. ໃນຄາວນັ້ນ ກົດໝາຍໄດ້ລະບຸໄວ້ວ່າ, ຖ້ານັກໂທດໂຕນໜີ, ເມຍຕ້ອງຮັບໂທດແທນ. ໃນຄາວນັ້ນ ມີເມຍຂອງນັກໂທດທີ່ໂຕນໜີຈຳນວນໜຶ່ງຫາກໍ່ແຕ່ງງານ, ຍັງບໍ່ທັນໄດ້ເຫັນໜ້າຜົວ, ກໍ່ຖືກຮັບໂທດແທນ. ລູອີ້ຄັດຄ້ານຢ່າງມີເຫດຜົນ, ພາຍຫຼັງມາ ໂຈໂສໄດ້ຮູ້ເລື່ອງນີ້ແລ້ວ, ຍ້ອງຍໍຊົມເຊີຍລູອີ້ທີ່ສຸດ. ພາຍຫຼັງໂຈໂສຂຶ້ນເປັນເຈົ້າຊີວິດລັດເວິ້ຍແລ້ວ, ກໍໃຫ້ລູອີ້ດຳລົງຕຳແໜ່ງ "ລີ້ປູ້ລາງ" ຄຸ້ມຄອງພວກຂຸນນາງ.
ພາຍຫຼັງໂສພີຂຶ້ນຮັບລາຊະບັນລັງເປັນຮ້ອງເຕ້ແລ້ວ, ລູອີ້ໄດ້ດຳລົງຕຳແໜ່ງເຈົ້າຄອງແຂວງລຽງແລະແຂວງສຽວ. ຍ້ອນວ່າແຂວງສຽວໄດ້ຕັ້ງຂຶ້ນມາແຕ່ດົນນານແລ້ວ, ຈຶ່ງຄຸ້ມຄອງໄດ້ຂ້ານຂ້າງງ່າຍ, ອີງຕາມແຜນການຂອງລາຊະສຳນັກ, ຈະຍົກຍ້າຍມວນຊົນມາຢູ່ແຂວງສຽວເປັນຈຳນວນຫຼວງຫຼາຍ. ແຕ່ແຂວງສຽວມີທີ່ດິນທຸລະກັນດານ, ເກັບກ່ຽວໄດ້ໜ້ອຍ, ຊີວິດຂອງສາມັນຊົນລຳບາກກາກກຳທີ່ສຸດ. ລູອີ້ເລີຍຂຽນໜັງສືລາຍງານຕໍ່ລາຊະສຳນັກ, ຮຽກຮ້ອງໃຫ້ຍົກຍ້າຍມວນຊົນໄປແຂວງລຽງທີ່ດິນດຳນ້ຳຊຸ່ມ. ເຖິງວ່າໂສພີຂືນເຫັນດີນຳ, ແຕ່ໄດ້ຝືນພະໄທຂອງພະອົງ, ສະນັ້ນໂສພີຈຶ່ງບໍ່ດີພະໄທ, ເລີຍຫຼຸດຕຳແໜ່ງຂອງລູອີ້, ໃຫ້ລູອີ້ນຳພາການຍົກຍ້າຍສາມັນຊົນໂດຍກົງ. ລູອີ້ຄຳນຶງເຖິງຜົນປະໂຫຍດ ຂອງສາມັນຊົນຢູ່ສະເໝີ, ໄດ້ນຳພາສາມັນຊົນສ້າງໄຮ່ນາຮົ້ວສວນຢ່າງຫຼວງຫຼາຍ, ສາມັນຊົນຈຶ່ງຮັກຫອມເພິ່ນທີ່ສຸດ.
ເມື່ອປີທີສອງຂອງລາຊະການຮ້ອງເຕ້ມິງຕີ້, ລູອີ້ໄດ້ຮັບແຕ່ງຕັ້ງເປັນຂຸນນາງໃນລາຊະສຳນັກອີກ. ເພິ່ນດຳລົງຕຳແໜ່ງເປັນເວລາ 3 ປີ, ຊື່ສັດຕໍ່ໜ້າທີ່ວຽກງານ, ຈຶ່ງຖືກແຕ່ງຕັ້ງເປັນເສນາບໍດີທີ່ຄຸ້ມຄອງພວກຂຸນນາງ ເຊັ່ນແຕ່ງຕັ້ງຫຼືປົດຕຳແໜ່ງແລະເລື່ອນຂັ້ນໃຫ້ຂຸນນາງເປັນຕົ້ນ. ພາຍຫຼັງມາ, ລາຊະສຳນັກໃຫ້ເພິ່ນສະເໜີຜູ່ດຳລົງຕຳແໜ່ງ "ຈົ່ງຊູລາງ", ມິງຕີ້ຮ້ອງເຕ້ກ່າວວ່າ: "ຈະຊອກໄດ້ຜູ່ເໝາະສົມຫຼືບໍ່ ຂໍກະແຈແມ່ນຢູ່ນຳເຈົ້າຫລະ. ການຄັດເລືອກຜູ່ມີຄວາມຮູ້ຄວາມສາມາດ, ຢ່າເບິ່ງຊື່ສຽງຂອງເພິ່ນເປັນແນວໃດ, ຊື່ສຽງມັນເໝືອນຮູບເຂົ້າໜົມທີ່ແຕ້ມຢູ່ໜ້າດິນ, ເບິ່ງໄດ້ແຕ່ພັດກິນບໍ່ໄດ້." ລູອີ້ອະທິບາຍວ່າ: "ພະບາດສົມເດັດ, ຂ້າພະບາດເຫັນວ່າ ເຖິງວ່າຊື່ສຽງບໍ່ສາມາດໃຊ້ມາສຳຫຼວດຜູ່ເກັ່ງກ້າພິເສດ, ແຕ່ພັດໃຊ້ມາສຳຫຼວດຜູ່ມີຄວາມຮູ້ຄວາມສາມາດທົ່ວໄປໄດ້. ກິລິຍາວາຈາຂອງບາງຄົນເກັ່ງກ້າພິເສດບໍ່ເຂົ້າກັບຮີດຄອງປະເພນີ, ອາດບໍ່ໄດ້ຮັບຄວາມເຂົ້າໃຈຈາກຄົນທົ່ວໄປ, ສະນັ້ນຈຶ່ງບໍ່ສາມາດຊັ່ງຊາເຂົາດ້ວຍຊື່ສຽງດີຫຼືບໍ່ດີ. ສ່ວນຄົນທຳມະດາ, ມີແຕ່ໂຄລົບກົດໝາຍແລະໃຈບຸນທໍ່ນັ້ນ, ຈຶ່ງຈະມີຊື່ສຽງທີ່ດີ. ສະນັ້ນ ຂ້າພະບາດເຫັນວ່າ, ຜູ່ມີຊື່ສຽງນັ້ນ ບໍ່ຄວນເຫັນວ່າແມ່ນຄົນບໍ່ດີ."
ມິງຕີ້ຮ້ອງເຕ້ຟັງແລ້ວຮູ້ສຶກມ່ວນຫູລູອີ້ເລີຍເວົ້າຕໍ່ວ່າ: "ຂ້າພະບາດບໍ່ມີຄວາມສາມາດຈຳແນກຜູ່ເກັ່ງກ້າພິເສດ, ພັດຕ້ອງຮັບຜິດຊອບວຽກງານດ້ານນີ້, ສະນັ້ນຈຶ່ງຈຳຕ້ອງອີງຕາມຊື່ສຽງກັບການປະພຶດຂອງເຂົາໃນຍາມທຳມະດາມາສຳຫຼວດເຂົາ, ພ້ອມທັງຈະສຳຫຼວດການປະພຶດຂອງເຂົາໃນຕໍ່ໄປພາຍໜ້າເພື່ອເປັນການຢືນຢັນ. ໃນສະໄໝບູຮານເຄີຍມີກົດໝາຍສຳຫຼວດຜົນງານ, ແຕ່ດຽວນີ້ໄດ້ຍົກເລີກໄປແລ້ວ, ສະນັ້ນ ຈຶ່ງຈຳຕ້ອງຕົກລົງຫຼຸດຕຳແໜ່ງຫຼືເລື່ອນຂັ້ນຂຸນນາງໂດຍອີງຕາມຊື່ສຽງອັນດີຫຼືບໍ່ດີ."
ເມື່ອໄດ້ຍິນຄວາມເວົ້າຂອງລູອີ້ແລ້ວ, ມິງຕີ້ຮ້ອງເຕ້ກໍ່ຊົງອອກລາຊະໂອງການໃຫ້ຟື້ນຟູກົດໝາຍສຳຫຼວດຜົນງານຂອງພວກຂຸນນາງຄືນໃໝ່.
|
|
|