ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-06 10:54:24    
ເຈົ້າໜ້າ​ທີ່​ການ​ທູດ​ຊັ້ນ​ສູງ​ປະ​ຈຳ​ອີ​ຣັກ​ຖືກ​ຫຼອນ​ໂຈມ​ຕີ​ຕໍ່​ເນື່ອງ​ກັນ

cri Author: li
ຕາມ​ຂ່າວ CRI: ວັນ​ທີ 5 ກໍລະກົດ ຢູ່​ແບກ​ແດັດ ຂະ​ບວນລົດ​ຂອງ​ເອກ​ອັກຄະ​ລັດຖະທູດ​ປາ​ກີ​ສະຖານ​ປະຈຳ​ອີຣັກ​ໄດ້​ຖືກ​ພວກ​ປະກອບ​ອາ​ວຸດ​ຂອງ​ອີຣັກ​ຫຼອນ​ໂຈມ​ຕີ,​ແຕ່​ບໍ່ມີ​ຜູ້​ຕາຍ​ແລະ​ບາດ​ເຈັບ. ນີ້​ແມ່ນ​ເຫດການ​ຫຼອນ​ໂຈມຕີ​​ເຈົ້າໜ້າ​ທີ່ການ​ທູດ​ປະຈຳ​ອີຣັກ​ລາຍທີ​ສາມ​ໃນ​ສາມ​ມື້​ມໍ່ໆ​ນີ້.

ຝ່າຍ​ຕຳຫຼວດຂອງ​ອີຣັກກ່າວ​ວ່າ,​​ເອກ​ອັກຄະ​ລັດຖະທູດ​ບໍ່​ໄດ້​ບາດ​ເຈັບ.

ວັນ​ທີ 5 ກໍລະກົດ ທ່ານ​ອານ​ນານ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ອອກ​ຖະ​ແຫຼງການ,ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ເຫດການ​ຫຼອນ​ໂຈມ​ຕີ​ເຈົ້າໜ້າ​ທີ່​ການ​ທູດ​ທີ່​ເກີດ​ຂຶ້ນຢູ່​ອີຣັກ​ຢ່າງ​ຕໍ່​ເນື່ອງ​ກັນ; ມື້​ດຽວ​ກັນ ທ່ານ​ມຸດ​ຊາ ​ເລຂາທິການ​ໃຫຍ່​ສັນນິບາດ​ປະ​ເທດ​ອາ​ລັບ​ກໍ​ໄດ້​ອອກ​ຖະ​ແຫຼງ​ການ,ກ່າວ​ປະນາມ​ເຫດການ​ຫຼອນ​ໂຈມ​ຕີ​ເຈົ້າໜ້າ​ທີ່​ການ​ທູດ​ຂອງ​ປະ​ເທດ​ອາ​ລັບ​ທີ່​ເກີດ​ຂຶ້ນຢູ່​ອີຣັກ​ໃນ​ມໍ່ໆ​ນີ້.

ນອກ​ນີ້ ຂ່າວ​ແຈ້ງວ່າ,ວັນ​ທີ 5 ກໍລະກົດ ອົງການ​ຈີ​ຮັດ​ອານ​​ເຄດາ ສາຂາ​ຂອງ​ອົງການ​ອານ​ເຄດາ​ຢູ່​ອີຣັກ​ໄດ້​​ອອກ​ຖະ​ແຫຼງ​ການ​ທາງ​ອິນ​ເຕີ​ເນັດ,ປະກາດ​ວ່າ​ຮັບຜິດຊອບ​ຕໍ່​ເຫ​ດການ​ລັກ​ພາ​ຕົວ​ທ່ານ​ເຊ​ລິຟ ຫົວ​ໜ້າ​ເຈົ້າໜ້າ​ທີ່​ການ​ທູດ​ຂອງ​​ເອ​ຢິບ​ປະຈຳ​ອີຣັກ.