|
 |
(GMT+08:00)
2005-07-06 12:41:31
|
 |
ທ່ານຫູຈິນທາວແຍກອອກພົບປະປະທານາທິບໍດີຂອງອຸສເບກີສະຕັງແລະປະທານາທິບໍດີພາງຂອງກຽກກິສຕັງ
cri
Author: li
ຕາມຂ່າວ CRI: ວັນທີ 5 ກໍລະກົດ ຢູ່ອັສທານາ ນະຄອນຫຼວງກາຊັກສະຕັງ ທ່ານຫູຈິນທາວ ປະທານປະເທດຈີນໄດ້ພົບປະທ່ານຄາຣີມົຟ ປະທານາທິບໍດີອຸສເບກີສະຕັງແລະທ່ານບາກີເຢັຟ ປະທານາທິບໍດີພາງຂອງກຽກກິສຕັງທີ່ເຂົ້າຮ່ວມກອງປະຊຸມປະມຸກລັດອົງການຮ່ວມມືຊຽງໄຮ້.

ທ່ານຫູຈິນທາວກັບທ່ານຄາຣີມົຟໄດ້ແລກປ່ຽນຄວາມເຫັນກ່ຽວກັບສະຖານະການພາກພື້ນອາຊີກາງ. ທ່ານຫູຈິນທາວຊີ້ເນັ້ນວ່າ,ຍາມໃດ,ຈີນກໍເຄົາລົບແລະສະໜັບສະໜູນບັນດາປະເທດອາຊີກາງເຊັ່ນອຸສເບກີສະຕັງເປັນຕົ້ນເລືອກເອົາເສັ້ນທາງພັດທະນາຂອງຕົນເອົາເອງ. ທ່ານຄາຣີມົຟໄດ້ຕີລາຄາສູງຕໍ່ນະໂຍບາຍພາກພື້ນອາຊີກາງຂອງຈີນ,ກ່າວວ່າ,ຍິນດີພ້ອມກັນກັບຝ່າຍຈີນເພີ່ມທະວີການຮ່ວມມືໃນຂອບສອງຝ່າຍແລະຫຼາຍຝ່າຍເຊັ່ນອົງການຮ່ວມມືຊຽງໄຮ້ເປັນຕົ້ນ,ຮັກສາສະຖຽນລະພາບຂອງພາກພື້ນ,ຊຸກຍູ້ການພັດທະນານຳກັນ.

ໃນເວລາພົບປະທ່ານບາກີເຢັຟ ປະທານາທິບໍດີພາງຂອງກຽກກິສຕັງນັ້ນ ທ່ານຫູຈິນທາວກ່າວວ່າ,ຈີນກຽກກິສຕັງເພີ່ມທະວີການຮ່ວມມືດ້ານຄວາມປອດໄພມີຄວາມໝາຍສຳຄັນຕໍ່ການຮັກສາສະຖຽນລະພາບຂອງພາກພື້ນອາຊີກາງ. ທ່ານເວົ້າວ່າ,ຝ່າຍຈີນເອົາໃຈໃສ່ນຳການພົວພັນຈີນກຽກກິສຕັງໃນລະດັບສູງ.
ທ່ານບາກີເຢັຟກ່າວວ່າ,ຝ່າຍກຽກກິສຕັງບໍ່ຫ່ອນຈະປ່ຽນແປງທ່າທີຕໍ່ອົງການຮ່ວມມືຊຽງໄຮ້ແລະທິດຍຶດໝັ້ນຂະຫຍາຍການຮ່ວມມືດ້ວຍໄມຕີຈິດລະຫວ່າງກຽກກິສຕັງກັບຈີນຢ່າງຮອບດ້ານ.
|
|
|