ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-06 15:52:19    
ທ່ານ​ຫູ​ຈິນ​ທາວ​ພົບ​ປະ​ທ່ານ​ອາ​ຊີ​ສ

cri Author: q
ຕາມ​ຂ່າວCRI,ວັນ​ທີ6​ກໍລະກົດ​,ຢູ່​ອັສທຼາ​ນາ ນະຄອນຫຼວງ​ກາ​ຊັກ​ສະ​ຕັງ,ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ທ່ານ​ອາຊີ​ສ ນາຍົກລັດຖະມົນ​ຕີ​ປາ​ກີ​ສະຖານ.

ທ່ານ​ຫູ​ຈິນທາວ​ຊົມ​ເຊີຍ​ປາ​ກີ​ສະຖານໄດ້​ກາຍ​ເປັນ​ຜູ້​ສັງ​ເກດ​ການ​ຂອງ​ອົງການ​ຮ່ວມ​ມື​ຊຽງ​ໄຮ້​ຢ່າງ​ເປັນ​ທາງ​ການ,ທ່ານ​ຊີ້​ອອກ​ວ່າ,ນີ້​ບໍ່​ພຽງ​ແຕ່​ມີ​ຜົນ​ດີ​ຕໍ່ປາ​ກີ​ສະຖານ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບປະ​ເທດ​ສະມາຊິກ​ອົງການ​ຮ່າວ​ມມື​ຊຽງ​ໄຮ້​,ພ້ອມ​ກັນ​ຊຸກ​ຍູ້​ສະຖຽນ​ລະ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ​ແຫ່ງ​ນີ້​ເທົ່າ​ນັ້ນ,ຫາກ​ຍັງ​ໄດ້​ເພີ່ມ​​ແທ່ນໃໝ່​ໃຫ້​ແກ່​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ປາກີສະຖານ.

ທ່ານ​ອາຊີ​ສກ່າວ​ວ່າ,ປາ​ກີ​ສະ​ຖານ​ຊົມ​ເຊີຍ​ວິ​ສາ​ຫະ​ກິດ​ຈີນ ​ເຂົ້າ​ຮ່ວມ​ການ​ສ້າງ​ສາ​ເສດ​ຖະ​ກິດ​ຂອງ​ປາ​ກີ​ສະ​ຖານ​ນັບ​ມື້​ນັບ​ຫຼາຍ.

ໃນ​ເວລາ​ກ່າວ​ເຖິງ​ບັນຫາ​ ​ປະຕິ​ຮູບອົງການ​ສະຫະ​ປະຊາ​ຊາດ,​ທັງ​ສອງ​ຝ່າຍ​ເປັນ​ເອ​ກະ​ສັນ​ກັນ​ເຫັນ​ວ່າ,ອົງການ​ສະຫະ​ປະຊາ​ຊາດ​ຕ້ອງການ​ປະຕິ​ຮູບ,​ແຕ່​ຄວນ​ພິ​ຈາ​ລະ​ນາ​ຢ່າງ​ເຕັມ​ສ່ວນ​ເຖິງ​ຄວາມ​ປາຖະໜາ​ແລະ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ພວມ​ພັດທະນາ​ອັນ​ໄພ​ສານ.