ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-06 21:45:10    
ປະທານສະມາຄົມການຄ້າລາວລົມເລື່ອງການຮ່ວມມືເສດຖະກິດGMS(ສຽງ)

cri Author: q


ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ​, ​ໃນ​ກອງ​ປະຊຸມ​ເວທີ​ປາ​ໄສ​ວົງ​ການ​ອຸດສາຫະກຳ​ການ​ຄ້າ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ ​3 ກໍ​ລະ​ກົດ, ທ່ານ​ກິດ​ສະ​ໜາ ວົງ​ໄຊ ປະທານ​ສະມາຄົມ​ການ​ຄ້າ​ສປປລາວ​ໄດ້​ກ່າວ​ປາຖະກະຖາ​ທີ່ມີ​ຫົວ​ເລື່ອງ​ວ່າ" ຖາ​ນະ​ແລະ​ບົດ​ບາດ​ຂອງ​ພາກ​ສ່ວນເອກະ​ຊົນ​ໃນ​ການ​ຮ່ວມ​ມື​​ເສດຖະກິດອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ", ຫລັງ​ກອງ​ປະ​ຊຸມ, ທ່ານ​ກິດສະໜາໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວິ​ທະ​ຍຸ​CRI​ໂດຍ​ສະ​ເພາະ, ​ທ່ານ​ກ່າວ​ວ່າ, ​ພາກ​​ເອກະ​ຊົນ​ຈະປະໝາດ​ບໍ່​ໄດ້​​ໃນ​ການ​ຮ່ວມ​ມື​​ເສດຖະກິດGMS.ທ່ານເວົ້າວ່າ:

"ພາກ​ເອກະ​ຊົນ​ມີ​ບົດ​ບາດ​ສຳຄັນ​ຫຼາຍ​ຕໍ່​ກັບ​ຜົນ​ສຳ​ເລັດ​ຂອງ​ນະ​ໂຍບາຍ​ຂອງ​ລັດ​ຖະ​ບານ​6ປະ​ເທດ​ໃນ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ.GMS BF ໝາຍ​ຄວາມ​ວ່າ​ພາກ​ເອກະ​ຊົນ​ໄດ້​ຮ່ວມ​ໂຕ​ກັນ​ສ້າງ​ຕັ້ງ. GMS BF​ເຊິ່ງມາ​ຈາກ​ສະພາ​ການ​ຄ້າ​ຂອງ6​ປະ​ເທດ​ໃນ​ລຸ່ມ​ແມ່​ນ້ຳຂ​ອງ​ນີ້.​ພາກ​ເອ​ກະ​ຊົນ​ຈີນ​ນີ້​ແມ່ນ​ມົນ​ທົນ​ຢຸນ​ນານ​ໄດ້​ເຂົ້າ​ຮ່ວມ,​ເຊິ່ງ​ສະ​ພາ​ດັ່ງ​ກ່າວ​ນັ້ນ​ໄດ້​ມາ​ຕັ້ງ​ແຕ່​ປີ​2000,​ມາ​ຮອດ​ປັດ​ຈຸ​ບັນ​ກໍ​ຖື​ວ່າ​ໄດ້5​ປີ​ແລ້ວ,​ຕົ້ນ​ຕໍ​ຂອງ​ພາກ​ເອ​ກະ​ຊົນ,​ເຮັດ​ແນວ​ໃດ​ໃຫ້​ໂຄງ​ການ​ທີ່​ທັງ​ລັດ​ຖະ​ບານ​6​ປະ​ເທດ​ໄດ້​ຮ່ວມ​ກັນ​ຕົກ​ລົງ​ນັ້ນ​ໄປ​ຜັນ​ຂະ​ຫຍາຍ​ແລະ​ຮ່ວມ​ກັບ​ອົງ​ການ​ສາ​ກົນ​ເຊັ່ນ​ວ່າ​ອົງ​ການ​ADB ອົງ​ການ​UNESCAP​ທີ່​ເປັນ​ອົງ​ການ​ຫຼັກ​ໃນ​ການ​ຊ່ອຍ​ເຫຼືອ​ໃຫ້​ພາກ​ເອ​ກະ​ຊົນ​ຢູ່​ໃນ6​ປະ​ເທດ​ຂອງ​ພວກ​ເຮົາ​ນີ້​ຮ່ວມ​ກັບ​ລັດ​ຖະ​ບານ​ເຮັດ​ໂຄງການ​ດັ່ງ​ກ່າວ​ເກີດ​ປະ​ສິດ​ທິ​ຜົນ​ຂຶ້ນ."

ເຖິງ​ວ່າ​ຂົງ​ເຂດ​ແມ່​ນ້ຳຂອງ​ມີ​ຊັບພະຍາກອນ​ອຸດົມສົມບູນ, ​ແຕ່​​ຍ້ອນ​​ບັນດາ​ປະ​ເທດ​ຢູ່​ລ້ອງ​ແມ່​ນ້ຳຂອງ​ ສ່ວນ​ຫລາຍ​ແມ່ນ​ປະ​ເທດ​ທີ່​​ເສດຖະກິດ​ບໍ່​ພັດທະນາ​ປານ​ໃດ, ສະນັ້ນ, ​ໃນ​ການ​ຮ່ວມ​ມື​GMSນັ້ນ, ​ເວົ້າສຳລັບ​ລາວ​ແລ້ວ, ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຍິ່ງ​​ເປັນ​ເລື່ອງ​ສຳ​ຄັນ​ພິ​ເສດ,​ທ່ານ​ກິດ​ສະ​ໜາ​ເວົ້າວ່າ:

"ນະ​ໂຍບາຍ​ຂອງGMSຄື​ວ່າ6​ປະ​ເທດ​ໃນ​ລຸ່ມ​ແມ່​ນ້ຳຂອງ​ນີ້​ແມ່ນ​ຕົ້ນຕໍ​ການ​ຮ່ວມ​ກັນ​ແນວ​ໃດ,​ໜຶ່ງແມ່ນ​ຫຼຸດຜ່ອນ​ຄວາມ​ທຸກ​ຈົນ​ຂອງ​ປະຊາຊົນ​ໃນ​ພາກ​ພື້ນ​ນີ້,ອັນ​ທີ​ສອງ​ແມ່ນ​ສ້າງ​ຄວາມ​ສະ​ດວກ​ທາງ​ດ້ານ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ,​ໂດຍ​ສະ​ເພາະ​ທາງ​ດ້ານ​ການ​ຂົນ​ສົ່ງ​ໂດຍ​ສານ​ແລະ​ການ​ຂົນ​ສົ່ງ​ສິນຄ້າ.​ເຮັດ​​ແນວ​ໃດ​ໃຫ້​ຕົ້ນ​ທຶນ​ການ​ຂົນ​ສົ່ງ​ສິນ​ຄ້າ​ຖືກ​ລົງ.​ສະ​ນັ້ນ,​ນະ​ໂຍ​ບາຍ​ຫຼັກ​ຢູ່​ໃນ​ພາກ​ພື້ນ​ລຸ່ມ​ແມ່​ນ້ຳຂ​ອງ​ນີ້​ໂຄງ​ການ​ໃຫຍ່ໆ​ກໍ​ແມ່ນ​ການ​ສ້າງ​ເສັ້ນ​ທາງ​ເຊື່ອມ​ຕໍ່.

ປັດຈຸບັນ​ນີ້​ມີ3​ໂຄງການ​ໃຫຍ່.​ເຊິ່ງ​ໂດຍ​ທີ​ໜຶ່ງ​ແມ່ນ​ເຊື່​ອມຕໍ່​ຄຸນ​ມິ​ງກັບ​ບາງ​ກອກ,​ເຊິ່ງ​ຜ່ານ​ລາວ.​ເສັ້ນ​ທາງ​ນີ້800​ກິ​ໂລ​ແມັດ​ປັດຈຸບັນ​ກໍ​ກຳລັງ​ກໍ່ສ້າງ,ຄາດ​ວ່າ​ປີ2007​ກໍ​ຈະ​ສຳ​ເລັດ.​ໂຄງ​ການ​ທີ​ສອງ​ໂຄງການ​ເຂົາ​ເຈົ້າ​ເອີ້ນ​ວ່າ​EWECເຊິ່ງ​ເຊື່ອມ​ຕໍ່4​ປະ​ເທດ,ມີ​ມຽນມາ,​ໄທ,ລາວ,​ຫວຽດ​ນາມ​ເຊິ່ງ​ຄວາມ​ຍາວ​ຂອງ​ໂຄງ​ການ​ດັ່ງ​ກ່າວ​2450​ກິ​ໂລ​ແມັດ.ຖ້າວ່າ​ສຳ​ເລັດ​ກໍ​ຈະ​ເຮັດ​ໃຫ້​ລາວ​ພວກ​ເຮົາ​ນີ້​ສາ​ມາດ​ອອກ​ສູ່​ທ່າ​ເຮືອ​ຕາໜ່າງປະ​ເທດ​ຫວຽດນາມ​ໄດ້,ຈະ​ເຮັດ​ໃຫ້ການ​ຂົນ​ສົ່ງ​ສິນຄ້າ​ໃນ4​ປະ​ເທດ​ນີ້​ມີ​ຄວາມ​ຄ່ອງ​ຕົວ​ຂຶ້ນ​ແລະ​ເຮັດ​ໃຫ້ການ​ໄປມາຫາ​ສູ່​​ເພື່ອ​ເພີ່ມ​ການ​ລົງ​ທຶນ​ແລະ​ການ​ທ່ອງ​ທ່ຽວ​ໃຫ້​ມັນ​ໄດ້​ຫຼາຍຂຶ້ນ.​ເສັ້ນທາງ​ໂຕ​ໜຶ່ງ​ແມ່ນ​ເຊື່ອມ​ຕໍ່​ຄຸນ​ມິ​ງກັບ​ຮ່າ​ໂນ​ຍຄາຍ​ຟອງ.​ປະ​ຈຸ​ບັດ,​ກຳ​ລັງ​ເຮັດ​ເປັນ​ຈຸດ​ໜັກ.

ນອກ​ຈາກ​ນີ້,​ໂຄງການGMS​ແມ່ນ​ຍັງ​ເນັ້ນ​ທາງ​ດ້ານ​ການ​ກໍ່​ສ້າງ​ບຸກ​ຄະ​ລາ​ກອນ​ເພື່ອ​ເຮັດ​ໃຫ້​ບຸກຄະລາ​ກອນ​ມີ​ສ່ວນ​ຮ່ວມ​ເຮັດ​ໃຫ້​ໂຄງການ​ດັ່ງກ່າວ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ,ມື້​ນີ້,ພວກ​ເຮົາ​ກໍ​ໄດ້​ປະ​ຊຸມ​ກັນ​ຢູ່​ຫົວ​ຂໍ້​ໜຶ່ງ​ກ່ຽວ​ຂ້ອງ​ກັບ​ການ​ເຊື່ອມ​ຕໍ​ຊ່ຕາ​ຂ່າຍ​ຄົມມະນາຄົມ​,ສື່​ສານ,​ເຊິ່ງ​ລະ​ບົບທັງ​ໝົດ​ນີ້​ຈະ​ເຮັດ​ໃຫ້​6ປະ​ເທດ​ໃນ​ພາກ​ພື້ນ​ແມ່​ນ້ຳຂອງ​ມີ​ການ​ເຊື່ອມ​ຕໍ່​ກັນ​ດີ​ຂຶ້ນ.​ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ກອງ​ປະຊຸມ​ເທື່ອ​ນີ້​ມີ​ຄວາມ​ໝາຍ​ສຳຄັນ​ຫຼາຍ,​ເພາະວ່າ​ປະ​ມຸກ​ລັດ​6​ປະ​ເທດ​ຈະ​ມາ​ປະຊຸມ​ກັນ​ໃນ​ວັນ​ທີ4ຫາ​ວັນ​ທີ5.ທາງ​ພາກ​ເອກະ​ຊົນ​ຂອງ​ພວກ​ເຮົາ​ກໍ​​ໄດ້​ສັງ​ລວມ​ຈິດ​ໃຈ​ຂອງ​ກອງ​ປະຊຸມ​ມື້​ນີ້,ມື້​ອື່ນ​ຈະລາ​ຍງານ​ໃຫ້​ຜູ້ນຳ6​ປະ​ເທດ​ຊາບ,​ເຮັດ​​ໃຫ້​ພາກ​ເອ​ກະ​ຊົນ,​ພາກ​ລັດ​ມີ​ການ​ປະສົມ​ປະສານ​,​ເຮັ​ດ​ໃຫ້​ຈຸ​ປະສົງ​ຂອງGMS​ເພື່ອ​ສ້າງ​ຄວາມ​ສະ​ດວກ​ໃຫ້​ການ​ໄປ​ມາ​ຫາ​ສູ່​ກັນ​​ໃຫ້​ປະຊາຊົນ​ໃນ​ພາກ​ພື້ນ​ນີ້​ໃຫ້​ດີ​ຂຶ້ນ."

ໃນ​ຖານ​ເປັນ​ປະ​ເທດ​ກະສິກຳທີ່​ດ້ອຍ​ພັດທະນາ​ໃນ​ອະນຸ​ພາກ​ພື້ນ​, ລາວ​ເອົາ​ໃຈ​ໃສ່​ທີ່​ສຸດ​ນຳ​ການ​ຮ່ວມ​ມື​ກັບ​ຈີນ​ທາງ​ດ້ານ​ກະສິກຳພາຍ​ໃຕ້​ຂອບ​ການ​ຮ່ວມ​ມືຂອງGMS, ທ່ານ​ກິດ​ສະ​ໜາ​ເວົ້າ​ວ່າ:

"ໂຄງການ​ກະສິກຳ​ສະ​ເພາະ​ລາວ​ຈີນ,ຈີນ​ໄດ້​ຍົກ​ເວົ້ນພາສີ​ສິນຄ້າ​ຂາ​​ເຂົ້າ,ບໍ່​ເກັບ​ພາສີ​ໃຫ້​ລາວ,ຕາມ​ຂ້າພະ​ເຈົ້າ​ຈື່​ໄດ້​ວ່າ208​ຊະນິດລາຍການ,​ເຊິ່ງປັດຈຸບັນ​ເບື້ອງ​ລາວ​ກຳລັງ​ເຊີນຊວນ​ນັກທຸ​ລະ​ກິດ​ຈີນ​ໄປ​ລົງທຶນຢູ່​ລາວ,ການ​ລົງທຶນ​ຢູ່​ລາວ​ກສາມາດ​ເອົາ​ສິນຄ້າ​ໄປ​ຂາຍ​ຢູ່​ຈີນ​ໄດ້,​ເພາະວ່າ​ທາງ​ປະ​ເທດ​ຈີນ​ກໍ​ໃຫ້​ຄວາມ​ສະດວກ​ຫຼາຍ​ໃນ​ການ​ຍົກ​ເວັ້ນພາສີ.ນອກຈາກ​ນັ້ນ​ກໍ​ສາມາດ​ເອົາ​ສິນຄ້າ​ດັ່ງກ່າວ​ໄປ​ຂາຍ​ຢູ່​ປະ​ເທດ​ທີ​ສາມ.ນັກທຸລະກິດ​ຈີນ​ລົງທຶນ​ຢູ່​ລາວ​ໃນ​ປັດຈຸບັນ​ກໍ​ມີ​ບັນຍາກາດ​ຄຶກ​ຄື້ນ,​ຈຳ​ນວນ​ຕົວ​ເລກ​ທີ່​ຈີນ​ລົງທຶນ​ຢູ່​ລາວ​ນີ້​ນັບ​ມື້​ນັບ​ສູງ​ຂຶ້ນ,​ໃນ​ອະນາຄົດ​ນີ້,ສິນຄ້າ​ດ້ານ​ກະ​ເສດ​ຂອງ​ລາວ​ກໍ​ມີ​ໂອກາດ​ເຂົ້າ​ມາ​ຈຳ​ໜ່າຍ​​ໃນ​ຈີນ​ໄດ້,​ໂດຍ​ສະ​ເພາະ​ແມ່ນ​ນັກ​ທຸ​ລະ​ກິດ​ຈີນ​ເພິ່ນ​ເອງ​ເປັນ​ຜູ້​ລົງທຶນ​ເພິ່ນ​ຈະ​ຮູ້​ຕະ​ຫຼາດ​ແລະ​ຄວາມ​ຕ້ອງການ​ຂອງ​ປະ​ຊາ​ຊົນ​ຈີນ,​ເຊິ່ງ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ຫວັງ​ຫຼາຍ​ເພາະວ່າ​ຕະ​ຫຼາດ​ຈີນ​ແມ່ນ​ຕະ​ຫຼາດ​ໃຫຍ່,​ຈະ​ຊ່ອຍ​ໃຫ້​ລາວ​ເຊິ່ງ​ປະ​ຊາ​ກອນ​ບໍ່​ຫຼາຍ​ນັ້ນ​ມີ​ເງື່ອນ​ໄຂ​ຈະ​ສົ່ງ​ສິນຄ້າ​ອອກ​ສູ່​ຈີນ​ໄດ້​ໃນ​ອະ​ນາ​ຄົດ,​ຈີນ​ລາວ​ຊ່ອຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ​ທາງ​ດ້ານ​​ເສດຖະກິດ,​ເຊິ່ງນະ​ໂຍບາຍ​ຂອງ​ສອງ​ປະ​ເທດ​ແມ່ນ​ນະ​ໂຍບາຍ​ຮ່ວມ​ມືທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດບົນ​ພື້ນຖານ​ຄວາມ​ສະ​ເໝີ​ພາບ​ແລະ​ອະທິປະ​ໄຕ​ຂອງ​ສອງ​ປະ​ເທດ.ຂ້າພະ​ເຈົ້າ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ,ການ​ຮ່ວມ​ມື​ລາວ​ຈີນ​ໃນ​ອະນາຄົດ​ຈະ​ນັບ​ມື້ນັບ​ຂະຫຍາຍ​ດີ​ຂຶ້ນ​ຫຼາຍ."