ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-07 10:43:11    
ກອງ​ປະ​ຊຸມ​GMS​ຄັ້ງ​ທີ​ສອງ​ໄດ້​ຮັບ​ໝາກ​ຜົນ​ອຸ​ດົມ​ສົມ​ບູນ

cri Author: li
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 6 ກໍລະກົດ ຢູ່​ທີ່​ປັກ​ກິ່ງ ທ່ານ​ເສີນ​ໂກ​ຟ້າ​ງ ຜູ້​ຊ່ອຍ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ກອງ​ປະຊຸມ​ຜູ້ນຳ ຄັ້ງທີ​ສອງ​ຂອງ​ການ​ຮ່ວມ​ມື​GMS​ທີ່​ໄຂ​ຂຶ້ນຢູ່​ຄຸນ​ມິງ​ແຂວງ​ຢູນນານ​ຈີນ​ໃນ​ຫວ່າງ​ມໍ່ໆ​ນີ້​ໄດ້​ກ້າວ​ເຖິງ​ຂັ້ນມີ​ຄວາມ​ຮັບ​ຮູ້​ທີ່​ຄື​ກັນ​ຫຼາຍຢ່າງ,​ໄດ້​ຮັບ​ໝາກຜົນ​ອຸດົມ​ສົມບູນ.

ທ່ານ​ເສີນ​ໂກ​ຟ້າ​ງ​ເວົ້າວ່າ,​ໃນ​ກອງ​ປະຊຸມ​ເທື່ອ​ນີ້,ທ່ານ​ເວີນ​ເຈຍ​ປາວ ນາຍົກ​ລັດຖະມົນ​ຕີ​ຈີນ​ແລະ​ຜູ້ນຳ 5 ປະ​ເທດ​ຄື​ກຳປູ​ເຈຍ,ລາວ,ມຽນມາ,​ໄທ​ແລະ​ຫວຽດນາມ​ໄດ້​ປະກາດ"ຄຳ​ຖະ​ແຫຼງການ​ຄຸນ​ມິງ",6 ປະ​ເທດ​ໄດ້​ເຊັນ​ເອກະສານ​ຮ່ວມ​ມື​ທີ່​ເຮັດ​ໃຫ້ການ​ຂົນ​ສົ່ງ​ຜູ້​ໂດຍສານ​ແລະ​ສິນຄ້ຂ້າມ​ຊາດ​ສະດວກ​ກວ່າ​ເກົ່າ,​ເພີ່ມ​ທະວີ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມພະ​ຍາດ​ສັດ,​ເສີມ​ສ້າງ​ທາງ​ດ່ວນ​ຂໍ້​ມູນ​ຂ່າວສານ​ແລະ​ຊຸກ​ຍູ້​ການ​ຄ້າ​ພະລັງ​ໄຟຟ້າ,​ພ້ອມ​ທັງ​ອະນຸມັດ​ການ​ລິ​ເລີ່ມ​ຮ່ວມ​ມື​ຈຸດ​ໜັກ​ເຊັ່ນ​ເຮັດ​ໃຫ້ການ​ລົງທຶນ​ການ​ຄ້າ​GMS​ສະດວກ​ກວ່າ​ເກົ່າ​ແລະ​ກໍ່ສ້າງ​ທາງ​ຜ່ານ​​ຮັກສາ​​ຊີວະ​ຊາດ​ນາໆ​ພັນ​ເປັນຕົ້ນ. ​ຜູ້ນຳ​ບັນດາ​ປະ​ເທດ​ທີ່​ຮ່ວມ​ປະຊຸມ​ຍັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບ​ການ​ຮ່ວມ​ມື​ອະນຸ​ພາກ​ພື້ນ​ວ່າ,ຈະ​ຊຸກ​ຍູ້​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ເລື້ອຍໆ.