ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-07 16:11:03    
ກອງ​ປະຊຸມ​ຜູ້ນຳ​GMS​ຄັ້ງ​ທີ 2 ​ໄດ້​ຮັບ​ໝາກ​ຜົນ​ອັນ​ສຳ​ຄັນ
----ສຳ​ພາດ​ທ່ານ​ສົມ​ຈິດ ອິນ​ທະ​ມິດ ຫົວ​ໜ້າ​ກົມ​ເສດ​ຖະ​ກິດ​ອາ​ຊຽນ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ(ສຽງ)

cri Author: MO


ແຕ່​ວັນ​ທີ 4 ຮອດ​ວັນ​ທີ 5 ກໍລະກົດ ກອງ​ປະຊຸມ​ຜູ້ນຳ​ຄັ້ງທີ 2 ຂອງ GMS ​ໄດ້​ໄຂ​ຂຶ້ນຢູ່​ຄຸນ​ມິ​ງ​ແຂວງ​ຢູນນານ,ຜູ້ນຳ​ຂອງ 6 ປະ​ເທດ​ຄື​ຈີນ,ກຳປູ​ເຈຍ,ລາວ,ມຽນມາ,​ໄທ​ແລະ​ຫວຽດນາມ​ພ້ອມ​ດ້ວຍ​ຜູ້​ວ່າການ​ທະນາຄານ​ພັດທະນາ​ອາຊີ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ເທື່ອ​ນີ້. ວັນ​ທີ 5 ກໍລະກົດ ທ່ານ​ສົມ​ຈິດ ອິນ​ທະ​ມິດ ຫົວໜ້າ​ກົມ​ເສດຖະກິດ​ອາ​ຊຽນຂອງ​ກະຊວງ​ການ​ຕ່າງປະ​ເທດ​ລາວ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ CRI ພວກ​ເຮົາໂດຍ​ຈຳ​ເພາະ​,ທ່ານ​ກ່າວ​ວ່າ,ລາວ​ເອົາ​ໃຈ​ໃສ່​ນຳ​ກອງ​ປະຊຸມ​ເທື່ອ​ນີ້​ໃນ​ລະດັບ​ສູງ,ການ​ເຈລະຈາ​ລະຫວ່າງນາຍົກລັດຖະມົນຕີຈີນລາວ​ໄດ້​ຮັບ​ໝາກຜົນ​ອັນສຳຄັນ.

ກອງ​ປະຊຸມ​ຜູ້​ນຳ​ອະນຸ​ພາກ​ພື້ນ​ແມ່ນ້ຳຂອງ​ໄຂ​ຂຶ້ນສາມ​ປີ​ເທື່ອ​ໜຶ່ງ,​ເທື່ອ​ນີ້​ແມ່ນ​ໄຂ​ຂຶ້ນຢູ່​ຈີນ​ເປັນຄັ້ງທຳ​ອິດ. ທ່ານ​ສົມ​ຈິດ​ເວົ້າວ່າ,​ເທື່ອ​ນີ້ ທ່ານ​ເວີນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນພ້ອມ​ດ້ວຍ​ນາຍົກລັດຖະມົນຕີຂອງລາວ,​ໄທ,ຫວຽດນາມ,ມຽນມາ​ແລະ​ກຳປູ​ເຈຍ​ລ້ວນ​ແຕ່​ນຳພາ​ຄະນະ​ເຂົ້າຮ່ວມ​ກອງ​ປະຊຸມ,​ໄດ້​ສະ​ແດງ​ຢ່າງ​ເຕັມທີ່​ໃຫ້​ເຫັນວ່າ​ບັນດາ​ຝ່າຍ​ເອົາ​ໃຈ​ໃສ່​ນຳ​ກອງ​ປະຊຸມ​ເທື່ອ​ນີ້:
(ອັດສຽງ 1)

ແຕ່ກົນ​ໄກ​ຮ່ວມ​ມື​ເສດຖະກິດ​ໃນ​ອະນຸ​ພາກ​ພື້ນ​ແມ່ນ້ຳຂອງສ້າງຕັ້ງຂຶ້ນ​ເມື່ອ​ປີ 1992 ​ເປັນຕົ້ນມາ,​ໄດ້​ເສີມ​ຂະຫຍາຍ​ບົດບາດສຳຄັນ​ໃນ​ດ້ານ​ຊຸກ​ຍູ້ 6 ປະ​ເທດ​​ເສີມ​ສ້າງ​ການ​ຮ່ວມ​ມື​ກັນ​ແລະ​ພັດທະນາ​ນຳ​ກັນ. ທ່ານ​ສົມ​ຈິດ ຫົວໜ້າ​ກົມ​ເສດຖະກິດ​ອາ​ຊຽນຂອງ​ກະຊວງ​ການ​ຕ່າງປະ​ເທດ​ລາວ​ບອກ​ນັກ​ຂ່າວ​ວ່າ,​ໃນ​ເວລາ​ຫາລື​ກັນ​ໃນ​ກອງ​ປະຊຸມ​ເທື່ອ​ນີ້,ລາວ​ກໍ​ໄດ້​ວາງ​ຂໍ້​ສະ​ເໜີ​ຢ່າງ​ຕັ້ງໜ້າກ່ຽວ​ກັບ​ການເຮັດ​ແນວ​ໃດ​ຂະຫຍາຍ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ​​ອະນຸ​ພາກ​ພື້ນ​ຕື່ມ​ອີກ:
(ອັດສຽງ2)

ຕອນ​ເຊົ້າວັນ​ທີ 4 ກໍລະກົດ,ທ່ານ​ເວີນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນຍັງ​ໄດ້​ເຈລະຈາ​ກັບ​ທ່າ​ນບຸນ​ຍັງ ວໍລະ​ຈິດ ນາຍົກລັດຖະມົນຕີລາວ,ຫຼັງຈາກ​ນັ້ນ ​ໃນ​ເວລາ​ນາຍົກລັດຖະມົນຕີ 6 ປະ​ເທດ​ຫາລື​ພ້ອມ​ກັນນັ້ນ ສອງ​ຝ່າຍ​ກໍ​ໄດ້​ແລ​ກປ່ຽນ​ຄວາມ​ເຫັນ​ກັນ​​ເລື້ອຍໆ. ທ່ານ​ສົມ​ຈິດ​ເວົ້າວ່າ,ການ​ພົບ​ປະ​ເຈລະຈາ​ລະຫວ່າງ​ນາຍົກລັດຖະມົນຕີສອງປະ​ເທດ​ເທື່ອ​ນີ້​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ,ທ່ານ​ເວົ້າວ່າ: (ອັດ​ສຽງ3)