ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-07 20:59:44    
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ເວົ້າວ່າ,ຈີນ​ຍີ່ປຸ່ນ​ຍັງ​ເອົາ​ໃຈ​ໃສ່​ການ​ພົວພັນ​ກັບ​ຝ່າຍ​ກົງກັນຂ້າມ​ກັນ

cri Author: da
ຕາມ​ຂ່າວCRI: ວັນ​ທີ 7 ກໍລະກົດ ​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ,ທ່ານ​ລິວ​ຈຽນ​ຊາວ ​ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ເວົ້າວ່າ,​ເຖິງ​ວ່າ​ປະຈຸ​ບັນ ຈີນ​ກັບ​ຍີ່ປຸ່ນ​ຍັງ​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫຼາຍປະ​ການ​ໃນການ​ພົວພັນ​ການ​ເມືອງ​ກໍ​ຕາມ,​ແຕ່ຈີນ​ຍີ່ປຸ່ນ​ຍັງ​ເອົາ​ໃຈ​ໃສ່​ນຳການ​ພົວພັນ​ກັບ​ຝ່າຍ​ກົງກັນ​ຂ້າມ​,ຝ່າຍ​ຈີນຫວັງ​​ໃຫ້​ສອງ​ຝ່າຍຊຳລະ​ແກ້​ໄຂ​ບັນຫາ​ປະຫວັດສາດ​ແລະ​ບັນຫາ​ໄຕ້​ຫວັນ​ຢ່າງ​ເໝາະ​ສົມ.

ທ່ານ​ລິ​ວຈຽນ​ຊາວຍັງ​ເວົ້າວ່າ,ປະຈຸ​ບັນ ທົ່ວ​ໂລກ​ກຳລັງ​ລະ​ລຶກ​ສົງຄາມ​ຕ້ານ​ຟັກ​ຊິດຂອງ​ໂລກ​ຮັບ​ໄຊຊະນະຄົບຮອບ 60 ປີ,ຝ່າຍ​ຈີ​ນຫວັງ​ໃຫ້​ປະ​ເທດ​ທີ່​ກ່ຽວຂ້ອງ ​ໂດຍສະ​ເພາະ​ແມ່ນ​ບຸກຄົນ​ທີ່​ມີ​ຄວາມ​ຮັບ​ຮູ້​ບໍ່​​ຖືກຕ້ອງ​ແລະ​ໃຊ້​ທ່າ​ທີ​ບໍ່​ຖືກຕ້ອງຕໍ່ບັນຫາ​ປະ​ຫວັດ​ສາດ,ຈົ່ງ​ມີ​ຄວາມ​ຮັບຮູ້​ອັນ​ຄົບ​ຖ້ວນ​ຕໍ່​ປະຫວັດສາດ,​ແລະ​ໃຊ້​ທ່າ​ທີ​ຮັບຜິດຊອບ​​ໂດຍຜ່ານ​ການ​ເຄື່ອນ​ໄຫວ​ລະ​ລຶກທີ່​ກ່ຽວຂ້ອງ.