ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-07 21:49:19    
GMS ຊຸກຍູ້​ການ​ສ້າງ​ທາງ​ຜ່ານ​ເສດຖະກິດ​​ຈີນ​​ອາ​ຊຽນ(ສຽງ)

cri Author: da


ກອງ​ປະຊຸມ​ຜູ້ນຳ​ຄັ້ງທີ 2 ຂອງ GMS ທີ່​ໄຂ​ຂຶ້ນ​ຢູ່​ເມືອງ​ຄຸນ​ມີ​ງ​ແຂວງ​ຢຸນນານ ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ໄດ້​ອັດ​ລົງ​ແລ້ວ​ໃນ​ວັນ​ທີ 5 ກໍລະກົດ,ຄຽງ​ຄູ່​ກັບການ​ກໍ່ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ເລັ່ງ​ໄວ​ເຂົ້າ,ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມທີ່​ເຄີຍ​ເປັນ​ອຸປະສັກຂັດຂວາງການ​ພັດທະນາ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ອາ​ຊຽນໂດຍ​ຕະຫຼອດນັ້ນ ກໍ​ໄດ້​ສະດວກ​ກວ່າ.​ພາຍ​ໃຕ້ການ​ຊຸກຍູ້​ຂອງ​ກົນ​ໄກ GMS ,ທາງຜ່ານ ເສດຖະກິດ​ເໜືອ​ໃຕ້​ລະຫວ່າງຈີນ​ກັບ​ອາ​ຊຽນ​ໄດ້​ຈໍ່​ຕົວ​ຂຶ້ນ​ໃນ​​ເບື້ອງ​ຕົ້ນ.

ປະຈຸ​ບັນ,​ໂຄງການທາງ​ຫຼວງ​ຄຸນ​ມິ​ງ-ບາງກອກ​ແລະ​ໂຄງການ​ທາງ​ຫຼວງ​ຄຸນ​ມິ​ງ-ຢາງ​ກຸງ ຊຶ່ງ​ເປັນ​ທາງ​ຜ່ານ​ເສດຖະກິດ​ເໜືອ​ໃຕ້​ຂອງ GMS ​ໄດ້​ຮັບຄວາມ​ເອົາ​ໃຈ​​ໃສ່​ຫຼາ​ຍຈາກ​ລັດຖະບານບັນດາ​ປະ​ເທດ​ທີ່​ກ່ຽວຂ້ອງ,​ແລະ​ກຳລັງ​ກໍ່ສ້າງ​ໄປ​ພ້ອມ​ກັນ.ສະນັ້ນ ການ​ຮ່ວມ​ມື​ສ້າງ​ທາງ​ຫຼວງຖືກ​ຖື​​ໂດຍທົ່ວ​​ໄປ​ວ່າ ​ແມ່ນ​ຂົງ​ເຂດ​ທີ່​ມີ​ການ​ຄືບ​ໜ້າ​ລັກສະນະ​​ແທ້​ຈິງ​ຂອງGMS.

ທ່ານ​ລີ​ທ່ຽນ​ມິ​ງ ຜູ້ອຳນວຍການ​ໃຫຍ່ກຸ່ມບໍລິສັດ​ຈໍລະ​ຈອນ​ສິນຄ້າ​ບໍລິການຮ້າວ​ຮົງ​ຢຸນນານ​ເວົ້າວ່າ,​​ເບິ່ງ​ໃນ​ປະຈຸ​ບັນ​ ແລ້ວ​ເຫັນ​ວ່າ,ທາງ​ຜ່ານ​ເສດຖະກິດ​ເໜືອ​ໃຕ້​ໃນ​ອະນຸ​ພາກ​ພື້ນ​ແມ່ນ້ຳຂອງ ​ໂດຍ​ສະ​ເພາະ​ແມ່ນສ້າງ​ທາງ​ຫຼວງ​ຄຸນ​ມິ​ງ-ບາງກອກ​ສຳ​ເລັດ​ແລະ​ແລ່ນ​ລົດ​ໄດ້​ແລ້ວ,ຈະ​ກາຍ​ເປັນ​ທາງທີ່​ສຳຄັນ​ກວ່າ​ໝູ່​ໃນ​ການ​ຮ່ວມ​ມື​ດ້ານເສດຖະກິດ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ.

ທ່ານ​ຄາດ​ຄະ​ເນ​ດ້ວຍ​ທັດ​ສະ​ນະເຫັນ​ໄປ​ໃນ​ແງ່​ດີ​ວ່າ,​ເມື່ອ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ສຳ​ເລັດແລ້ວ,ຍອດ​ມູນ​ຄ່າ​​ເຄື່ອງ​ຂົນ​ສົ່ງສິນຄ້າ​ຕາມທາງ​ຫຼວງ​ຄຸນ​ມິ​ງບາງກອກຈະ​ບັນລຸ 100 ຕື້​ໂດ​ລາ​ສະຫະລັດຕໍ່​ປີ.

ທາງ​ຫຼວງ​ຈາກ​ເມືອງ​ຄຸນ​ມິ​ງ​ ​ເທດສະ​ບານ​ແຂວງ​ຢຸນນານຜ່ານລາວ​ໄປ​ຮອດ​​​​ບາງກອກ ນະຄອນຫຼວງ​ໄທ ຍາວ​ທັງ​ໝົດປະມານ 1800 ກິ​ໂລ​ແມັດ,​ຕອນຢູ່ຈີນ 687 ​ກິ​ໂລ​ແມັດ,ຕອນ​ຢູ່​ລາວ​ 247 ກິ​ໂລ​ແມັດ,ຕອນ​ຢູ່​ໄທ 813 ​ກິ​ໂລ​ແມັດ.

ທາງ​ຫຼວງ​ທີ່​ສ້າງ​ຢູ່​​ເຂດ​ພູຜາ​ປ່າ​ໄມ້ເສັ້ນນີ້​ແມ່ນ​ປະຕິບັດ​ຕາມ​ຂໍ້​ລິ​ເລີ່​ມຂອງທະນາຄານ​ພັດທະນາ​ອາຊີ,ລັດຖະບານ​ຈີນ ລາວ​ແລະ​ໄທ​​ໄດ້ເຊັນ​ສັນຍາ​ຮ່ວມ​ມື​ໃນ​ປີ 2000,ຕົກລົງ​ພະຍາຍາມ​ພ້ອມ​ກັນສ້າງ​ທາງ​ຫຼວງ​ຄຸນ​ມິ​ງບາງກອກ​​ໃຫ້​ເປັນ​ທາງ​ຫຼວງ​ຊັ້ນສູງ,​ໃນທີ່​ສຸດ​​ເຊື່ອມຕໍ່ກັບ​ທາງຫຼວງ​ຂອງ​ມາ​ເລ​ເຊຍ​ແລະ​ສິງກະ​ໂປ.

ທາງ​ຫຼວງຄຸນ​ມິ​ງບາງກອກ​ຕອນ​ສ້ຽວ​ເມືອງ​ຢາງ-​ບໍ່​ຫານ​ໃນ​ເຂດ​ແດນ​ຈີນ​ໄດ້​ເລີ່​ມກໍ່ສ້າງ​ຢ່າງ​ເປັນ​ທາງ​ການ​​ແລ້ວໃນ​ລະດູບານ​ໃໝ່​ປີ​ນີ້​.ພະ​ແນ​ກຄົມມະນາຄົມ​ແຂວງ​ຢຸນນານ​ແນະນຳ​ວ່າ,ທາງ​ຫຼວງ​ຕອນ​ນີ້​ຍາວປະມານ 189 ກິ​ໂລ​ແມັດ,ລົງທຶນ 6 ຕື້ 600 ລ້ານ​ຢວນ,ກະ​ວ່າ​ຈະສ້າງ​ສຳ​ເລັດ​​ແລະແລ່ນ​ລົດ​ໄດ້​ຢ່າງ​ເປັນ​ທາງ​ການ​ໃນ​ປີ 2008.​ເວລາ​ນັ້ນ,ທາງ​ຫຼວງ​ຄຸນ​ມິ​ງບາງ​ກອກ​ຕອນ​ຢູ່​ຈີນ​ລວມທັງ​ໝົດ​ຍາວ 687 ກິ​ໂລ​ແມັດຈະ​ສ້າງ​​ເປັນ​ທາງ​ຫຼວງ​ຊັ້ນສູງ,​ໄລຍະ​ທາງ​ຂົນ​ສົ່ງ​ຈະ​ສົ້ນກວ່າ​ກ່ອນ​ດັດ​​ແປງ 70 ກິ​​ໂລ​ແມັດ.

ສ່ວນ​ກິດຈະການ​ດັດ​​ແປງ​ທາງ​ຫຼວງຄຸນ​ມິງ​ບາງ​ກອກ​ຕອນ 247 ກິ​ໂລ​ແມັດ​ຢູ່​ລາວ​ແມ່ນ​ຈີນ ລາວ​ແລະ​ໄທ​​ແບ່ງ​ກັນ​ລົງທຶນ​ຝ່າຍ​ລະ 1 ສ່ວນ 3 ​.​ໄລຍະ​ທາງທີ່​ຍາວ 69,44 ກິ​ໂລ​ແມັດ​ທີ່​ຈີນ​ຊ່ອຍ​​ເຫຼືອ​ນັ້ນ​ໄດ້​ເລີ່ມ​ສ້າງ​ໃນ​ເດືອນ​ເມສາ​ປີ​ກາຍນີ້.

ທ່ານກົງ​ສູນ​ໃຫຍ່​ຂອງໄທ​ປະຈຳ​ເມືອງ​ຄຸນ​ມິ​ງ​ແນະນຳ​ວ່າ,ປະຈຸ​ບັນ ​ໄລຍະທາງ​​ຊຽງ​ຂອງບາງກອກ 800 ກວ່າ​ກິ​ໂລ​ແມັດ​ ຊຶ່ງ​ເປັນ​ພາກສ່ວນ​ທາງ​ຜ່ານຄຸນ​ມິ​ງບາງກອກ​​ໃນ​ແດນ​ໄທ​ໄດ້​ສ້າງ​​ເປັນ​ທາງ​ຫຼວງ​ຊັ້ນສູງ​ແລ້ວ,​ເມື່ອ​ທາງ​ຫຼວງ​ຊັ້ນສູງ​ຈາກ​ຄຸນ​ມິ​ງຜ່ານລາວ​ໄປ​ຮອດ​ເມືອງ​ຊຽງ​ຂອງຂອງ​ໄທ​ສ້າງ​ສຳ​ເລັດ​ແລ້ວ,ຈາກ​ແຂວງ​ຢຸນນານ​ຈີນ​ໄປ​ໄທ​ ອອກ​ຕອນ​ເຊົ້າ ຕອນ​ແລງ​ກໍຮອດ​​ແລ້ວ.

ທາງ​ຫຼວງ​ອີກ​ເສັ້ນໜຶ່ງຈາກຄຸນ​ມິ​ງ​ໄປ​ຍຸ້ຍລີ້​​ແລ້ວ​ເຂົ້າມຽນມານັ້ນຍາວ 651 ກິ​ໂລ​ແມັດ​ໄດ້​ສ້າງ​ເປັນ​ທາງ​ຫຼວງ​ຊັ້ນສູງ​ແລ້ວ,ຍັງ​ເຫຼື​ອແຕ່ຕອນ​​ປາວ​ຊ່ານ​ໄປ​ຫາລົງຊ່ານ​ຂ້າ 76 ກິ​ໂລ​ແມັດ​ພວມ​ກໍ່ສ້າງ​ເປັນ​ທາງ​ດ່ວນ 4 ​ເລັນ.ທາງ​ຫຼວງຈາກ​ເມືອງຍຸ້ຍລີ້​ໄປ​ເມືອງມັນ​ດາ​ເລ ​ເມ​ືອງ​ສຳຄັນ​ຢູ່​ພາກ​ເໜືອ​ມຽນມາ 432 ກິ​ໂລ​ແມັດ ຍັງ​ເຫຼືອ​ແຕ່​ຕອນ​ຍຸ້ຍລີ້​ໄປຫາ​ລາ​ໂຊມຽນມາ 170 ກິ​ໂລ​ແມັດຍັງ​ຕ້ອງສ້ອມແປງ​.ຂະ​ແໜງ​ການ​ຄົມມະນາຄົມ​ແນະນຳ​ວ່າ,ຈີນ​ພວມ​ຮ່ວມ​ມື​ກັບ​ລັດຖະບານ​ມຽນມາ,ສ້ອມ​​ແປງທາງ​ຫຼວງ​ຈາກ​ຊາຍ​ແດນ​ຈີນ​ມຽນມາ​ໄປວາ​ຊໍມຽນມາຍາວ 95 ກິ​ໂລ​ແມັດ,ກິດຈະການສ້ອມ​ແປງ​ໄດ້​ເລີ່​ມກໍ່ສ້າງ​ໃນ​ທ້າຍ​ປີ​ກາຍ​ນີ້​ແລ້ວ.

ທະນາຄານ​ພັດທະນາ​ອາຊີ​ໄດ້​ສະໜອງ​​ເງິນ​ທຶນ​ຊ່ອຍກໍ່ສ້າງ​ທາງ​ຜ່ານ​ເສດ​ຖະກິດ​ເໜືອ​ໃຕ້ຢ່າງ​ແຂງ​ແຮງ.ທະນາຄານ​ພັດທະນາ​ອາຊີ​ໄດ້​​ໃຫ້​ເງິນກູ້​ຢືມ​​​ແກ່​ການ​ກໍ່ສ້າງທາງ​ດ່ວນ​ຈາກ​ສູ​ຊົງໄປ​ຕ້າ​ຫຼີ​ຂອງ​ທາງ​ຫຼວງຄຸນ​ມິ​ງ​ຢາງ​ກຸງ 150 ລ້ານ​ໂດ​ລາ​ສະຫະລັດ,​ເຮັດ​ໃຫ້​​ໂຄງການ​ນີ້​​ໄດ້ເລີ່​ມສ້າງ​ກ່ອນ​ເວລາ​ກຳນົດ 5 ປີ;ທະນາຄານ​ພັດທະນາ​ອາຊີ​ຍັງ​ໃຫ້ເງິນກູ້​ຢືມ 250 ລ້ານ​ໂດ​ລາ​ສະຫະລັດ​​ແກ່ການ​ກໍ່ສ້າງ​ທາງ​ດ່ວນ​ຈາກ​ຢວນຈ່ຽງ​ໄປຫາ​ໂມ້​ເຫີ່​ຍ​​ຂອງ​ທາງ​ຫຼວງ​ຄຸນ​ມິ​ງ​​ບາງກອກ.