ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-07 21:54:08    
ທ່ານ​ຫູ​ຈີນ​ທາວ​ກັບ​ຜູ້ນຳ​ອິນ​ເດຍ ​​ເບຼຊິນ ອາ​ຫຼີກາ​ໃຕ້​ແລະ​ແມ​ກຊິກພົບ​ປະກັນ​ເປັນ​ໝູ່​ຄະນະ

cri Author: da
ຕາມ​ຂ່າວCRI: ຕອນ​ເຊົ້າວັນ​ທີ 7 ກໍລະກົດຢູ່​ໂຮງ​ແຮມ​ເກຼັນອີ​ເກີນ​ສ໌ ສະ​ກອດ​ແລນອັງກິດ,ທ່ານ​ຫູ​ຈີນ​ທາວ​ປະທານ​ປະ​ເທດ​ຈີນ​ໄດ້​​ພົບ​ປະກັບ​ທ່ານ​ຊິນ​ເກີ ນາຍົກລັດຖະມົນຕີ​ອິນ​ເດຍ ທ່ານ​ລູລາ ປະທານາທິບໍດີ​​ເບຼຊິນ ທ່ານ​ມູ​ເບ​ກີ ປະທານາທິບໍດີ​ອາ​ຟຼີກາ​ໃຕ້​ແລະ​ທ່ານ​ຟອກ​ສ໌ ປະທານາທິບໍດີ​​ແມ​ກຊິກ​ທີ່​ມາ​ເຂົ້າຮ່ວມ​ກອງ​ປະຊຸມ​ສົນທະນາກັນ​ກຸ່ມ 8 ປະ​ເທດ.

​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ ທ່ານ​ຫູ​ຈີນ​ທາວ​ຊີ້​ອອກ​ວ່າ, ເວົ້າ​ສຳລັບ​ປະ​ເທດ​ພວມ​ພັດ​ທະນາ​ແລ້ວ ການ​ລົບ​ລ້າງ​ຄວາມ​ທຸກ​ຍາກ ຊຸກຍູ້​ການ​ພັດ​ທະນາ​ແລະ​ຍົກສູງ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ແມ່ນ​ໜ້າ​ຢູ່​ເໜືອ​ທຸກ​ສິ່ງ​ທຸກ​ຢ່າງ.ທ່ານ​ໄດ້​ວາງ​ຂໍ້​ສະ​ເໜີ​ອັນ​ລະອຽດ​ກ່ຽວ​ກັບ​ເລື່ອງ​ນີ້.

ທ່ານ​ຫູ​ຈີນ​ທາວ​ຍັງ​ມີ​ເຈດ​ຈຳນົງ​​ໃຫ້ແກ້​ໄຂ​ບັນຫາ​ທີ່​ລັດທິ​ປົກ​ປ້ອງ​ການ​ຄ້າ​​ເງີຍ​ຫົວ​ຄືນ​ໃໝ່​ທີ່​ປະ​ເທ​ດພວມ​ພັດ​ທະນາ​ສົນ​ໃຈນັ້ນ​ຢ່າງ​ແທ້​ຈິງ,ອີງ​ຕາມ​ຫຼັກການ​ທີ່​ມີ​ຄວາມ​ຮັບຜິດ​ຊອບ​ພ້ອມ​ກັນ​ແຕ່​ມີ​ຈຸດ​ຕ່າງ​ກັນ ດຳ​ເນີນ​ການ​ຮ່ວມ​ມື​ຕິດ​ແທດ​ຕົວ​ຈິງ​ແລະ​ມີ​ປະສິດທິ​ພາບ,ຮັບ​ມື​ກັບ​ບັນ​ຫາ​ການ​ປ່ຽນ​ແປງ​ຂອງອາ​ກາດ​ທົ່ວ​ໂລກ​ຢ່າງ​ເໝາະ​ສົມ.

ຫຼັງ​ຈາກ​ກອງ​ປະຊຸມ​ສິ້ນ​ສຸດ​ລົງ​ແລ້ວ,ຜູ້ນຳ 5 ປະ​ເທດ​ໄດ້​ຜ່ານ​ຄຳ​ຖະ​ແຫຼ​ງການ​ຮ່ວມ.ຄຳຖະ​ແຫຼ​ງການ​ກ່າວ​ເນັ້ນ​ວ່າ,​ຕ້ອງ​ຮັບ​ມຶ​ກັບ​ສິ່ງ​ທ້າ​ທາຍ​ໂດຍຜ່ານ​ຈາກ​ການເພີ່ມ​ທະວີ​ການຮ່ວມ​ມື​ໃຕ້​ໃຕ້,ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ປະ​ເທດ​ພວມ​ພັດທະນາ​ໂດຍ​ຜ່ານ​ຈາກ​ຂົງ​ເຂດ​​ໂຮມ​ສູນ​​ແລະ​ບູລິ​ມະ​ສິດແລະ​ຍຸດ​ທະ​ສາດ​ເຂົ້າຮ່ວມ​ທາງ​ສາກົນ.