ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-08 09:31:30    
ໃຕ້​ຂອບ​GMS, ການ​ຮ່ວມ​ມື​ໂທ​ລະ​ຄົມ​ລາວ​ຈີນ​ມີ​ອະ​ນາ​ຄົດ​ອັນ​ດີ​ງາມ(ສຽງ)

cri Author: q



ວັນ​ທີ 4 ຫາ​ວັນ​ທີ 5 ກໍລະກົດ, ຢູ່​ເມືອງ​ຄຸນ​ມິ​ງ​ແຂວງຢຸນນານ​ຈີນ, ​ໄດ້​ຈັດ​ກອງ​ປະຊຸມ​ຜູ້ນຳGMSຄັ້ງທີ​ສອງ. ໃນ​ໄລຍະ​ກອງ​ປະຊຸມ, ​ເພື່ອ​ສະ​ແດງ​ໝາກຜົນທີ່​ບັນດາ​ປະ​ເທດກ່ຽວຂ້ອງ​ໄດ້​ຮັບ​ໃນ​ຂົງ​ເຂດ​ຮ່ວມ​ມືໂທລະ​ຄົມ​ໃຕ້​ຂອບ​​​GMS​ໃນ​ຫລາຍ​ປີ​ມາ​ນີ້​ໂດຍ​ກົງ, ຝ່າຍ​ເຈົ້າພາບ​ໄດ້​ຈັດ​ງານ​ວາງສະ​ແດງ​ການ​ພັດທະນາ​ດ້ານ​ໂທລະ​ຄົມ​ໂດຍ​ສະ​ເພາະ. ປະ​ເທດGMS​ເຊັ່ນຈີນ ລາວ ​ໄທ ກຳ​ປູ​ເຈຍ ມຽນມາ ​ແລະ​ຫວຽດນາມ​ຕ່າງ​ຈັດຕັ້ງ​ຄະນະ​ຜູ້​ແທນ​ວິ​ສາ​ຫະ​ກິດ​​ໂທ​ລະ​ຄົມ​ພາຍ​ໃນ​ປະ​ເທດ​ຕົນ​ມາ​​ເຂົ້າ​ຮ່ວມ​ການວາງສະ​ແດງ. ລາວ​ກໍ​ໄດ້​ແຕ່ງ​ບໍ​ລິ​ສັດ​ໂທ​ລະ​ຄົມ​ລາວ​"ETL"​ເປັນ​ຜູ້​ຕາງ​ໜ້າ​ມາ​ຈັດ​ການ​ວາງ​ສະ​ແດງ​. ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວິ​ທະ​ຍຸ​ພວກ​ເຮົາ, ​ທ່ານ​ຄຳ​ມ່ວນ ຊົມ​ສີ​ຫາ​ປັນ​ຍາ ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ຂອງ​ບໍ​ລິ​ສັດ​ETL​ລາວ​ກ່າວ​ວ່າ,​ພາຍ​ໃຕ້​ຂອບ​GMS,​ການ​ຮ່ວມ​ມື​ໂທ​ລະ​ຄົມ​ລາວ​ຈີນ​ຄົງ​ຈະ​ມີ​ອະ​ນາ​ຄົດ​ອັນ​ດີ​ງາມ.

ກ່ອນ​ອື່ນ, ທ່ານ​ຄຳ​ມ່ວນ ຊົມ​ສີ​ຫາ​ປັນຍາ​ໄດ້​ແນະນຳ​ສະພາບປັດຈຸບັນ​ແຫ່ງ​ການ​ພັດ​ທະ​ນາ​ໂທລະ​ຄົມ​ລາວ​ສູ່​ຟັງ, ທ່ານ​ກ່າວ​ວ່າ, ​ໃນ 5 ປີ​ມາ​ນີ້, ພາຍ​ໃຕ້​ກົນ​ໄກ​ຮ່ວມ​ມືGMS, ​ໂທລະ​ຄົມ​ລາວ​ໄດ້​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ.ທ່ານກ່າວວ່າ:

"ສະພາບ​ການ​ພັດທະນາ​ໂທລະ​ຄົມ​ລາວ​ໃນ​ປັດຈຸບັນ​ຖ້າ​ທຽບ​ໃສ່5​ປີ​ຫຼັງ,ຖື​ວ່າການ​ພັດ​ທະ​ນາ​ໄດ້​ໄວ​ຫຼາຍ,​ໂດຍ​ສະ​ເພາະ​ແມ່ນ​ພວກ​​ໄວຣັສ,ພວກ​ມື​ຖື​ນີ້​ນາ​ໄປ​ໄວ​ຫຼາຍ, ອັນ​ທີ​ສອງ​ແມ່ນ​ພວກ​ອິນ​ເຕີ​ເນັດ​ໂບຼດ​ແບນ​ດ໌ ຄື​ວ່າ​ມີ​ອັດຕາ​​ໄວ​ແລະ​ສູງ.​.ໃນ​ເມື່ອ​ກ່ອນ,​5​ປີ​ຫຼັງ​ຫັ້ນ,​ປະ​ຊາ​ຊົນ​ຈະ​ໃຊ້​ໂທ​ລະ​ສັບ​ຫຼື​ອັນ​ຫຍັງ​ຕ່າງໆ​ຖ້າ​ຮັບຂ່າວ​ຖື​ວ່າ​ຍາກ,​ແຕ່​ປັດ​ຈຸ​ບັນ,​ເກືອບ​ກວມ​ເອົາ​90%​ຂອງ​ພື້ນ​ທີ່,​ເພື່ອ​ປະຊາຊົນ​ຮັບ​ໄດ້​ຫຼື​ວ່າ​ໂທ​ໄດ້​ທຸກ​ແຫ່ງ​ຫົນ,ຖື​ວ່າ​ດີ​ຫຼາຍ."

ປັດຈຸບັນ, ​ໃຕ້​ຂອບ GMS ການ​ຮ່ວມ​ມື​ໂທລະ​ຄົມ​ລາວ​ຈີນ​ໄດ້​ເພີ່ມ​ທະວີ​ຂຶ້ນ​ເລື້ອຍໆ: "ການ​ຮ່ວມ​ມື​ກັບ​ຈີນ​ໂດຍ​ສະ​ເພາະ​ແມ່ນETL,ມີ​ການ​ຮ່ວມ​ມື​ກັບ​ຈີນ​ຫຼາຍ,​ເພາະວ່າ​ໃນ​ການ​ພັດ​ທະ​ນ​າ​ເລື່ອງ​ໂທ​ລະ​ຄົມ​ໂດຍ​ສະ​ເພາະ​ໄດ້​ຮັບ​ທຶນ​ກູ້​ຢືມຊົບ​ໂລ​ນຈາກ​ເອັກ​ຊິນ​ແບກ​(ExinBank) ​ແລະ​ກໍ​ຮ່ວມ​ມື​ກັບ​ຜູ້​ສະໜອງ​ວັດຖຸ,ກໍ​ເອີ້ນ​ວ່າsupplier ​ແມ່ນAlcatel ຊຽງ​ໄຮ​ແບ​ວ.​​ເພິ່ນ​ໃຫ້​ກູ້​ຢືມ​ຍາວ​ນານ​ຄື​ກັນ,​ຖື​ວ່າ​ດີ​ຫຼາຍ,ຄັນວ່າ​ບໍ່​ມີ​ລັດຖະບານ​ຈີນ​ໃຫ້​ກູ້​ຢືມ,​ໂທລະ​ຄົມ​ລາວ​ອາດ​ຈະ​ໄປ​ຊ້າ."

ທ່ານ​ຄຳ​ມ່ວນກ່າວ​ວ່າ, ການ​ຮ່ວມ​ມືລະຫວ່າງ​ລາວ​ຈີນ​ມີ​ອະ​ນາ​ຄົດ​ກວ້າງ​ຂວາງ:​"ແນ່ນອນ​ແລ້​ວຕ້ອງ​ມີ​ການ​ຮ່ວມ​ມື​​ເປັນ​ພິ​ເສດ,​ເປັນ​ເພື່ອນ​ມິດ​ອ້າຍ​ນ້ອງ,​ຕ້ອງ​ໄດ້​ອາ​ໄສ​ຈີນ​ຕະ​ຫຼອດ,​ເພື່ອ​ຈະ​ຊຸກ​ດັນ​ດ້ານ​ເສດຖະກິດ​ຂອງ​ລາວ​ຂຶ້ນ​ສູ່​ລະດັບ​ອອກ​ຈາກ​ຄວາມ​ທຸກ​ຍາກ,​ຄຶດ​ວ່າ​ການ​ຮ່ວມ​ມື​ຕ້ອງ​ແໜັ້ນ​ແຟ້ນ​ແລະ​ຕ້ອງ​ຢູ່​ໃນ​ລະດັບ​ດີ​ທີ່​ສຸດ."

ການ​ໄຂ​ກອງ​ປະຊຸມຜູ້ນຳGMSຄັ້ງທີ​ສອງມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ໃນ​ອະນຸ​ພາກ​ພື້ນ​ນີ້, ມັນ​ຍ່ອມ​ຈະ​ຊຸກ​ຍູ້​ພາ​ລະ​ກິດ​ໂທ​ລະ​ຄົມ​ລາວ​ກ້າວ​ໄປ​ໜ້າ.​ທ່ານ​ກ່າວ​ວ່າ:

"ນັ້ນ​ເປັນ​ບາດກ້າວ​ສຳຄັນ​ອັນ​ໜຶ່ງ​ສຳ​ລັບ​ພວກ​ສື່​ສານ,ຄື​ໂທລະ​ຄົມ​ຂອງ​ພວກ​ເຮົາ​ຊຶ່ງ​ເມື່ອ​ກ່ອນ​ເພິ່ນ​ຢາກ​ໄດ້​ເບິ່ງ​ໃນ​ແງ່​ເປັນ​ພື້ນ​ຖານ.​ການ​ລົງ​ທຶນ​ການ​ພັດ​ທະ​ນາ​ທາງ​ດ້ານ​ຣູ​ຣານ​ເອ​ເຣຍ​ເຊິ່ງ​ມາ​ເຖິງ​ສະ​ໄໝ​ນີ້​ເພິ່ນ​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ,​ຊຸກ​ດັນ​ໃຫ້​ອົງ​ການ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ການ​ສື່​ສານ​ລະ​ຫວ່າງ​6​ປະ​ເທດ​ໃຫ້​ເກີດ​ຜົນ​ເປັນ​ຈິງ,ນີ້​ມີ​ຜົນ​ດີ​ຫຼາຍ​ສຳ​ລັບ​ໂທ​ລະ​ຄົມ​ຂອງ​ພວກ​ເຮົາ​,ຄຶດ​ວ່າ​ພວກ​ເຮົາ​ຖື​ເປັນ​ໂຄງການ​ບູລິ​ມະ​ສິດ​ໃນ​ຂົງ​ເຂດ​ນີ້​ໃນ​ປັດ​ຈຸ​ບັນ."

ໃນ​ເວລາ​ກ່າວ​ເຖິງ​ແຜນການ​ຮ່ວມ​ມື​ໃນ​ພາຍໜ້າ, ທ່ານ​ຄຳ​ມ່ວນ​ເວົ້າວ່າ: ​"ວາວ​ກຽມ​ພ້ອມ​ແລ້ວ​ທີ່​ຈະ​ເຊື່ອມ​ຕໍ່​ກັບ​ການ​ສື່ສານ​ຂອງ​ບັນດາ6​ປະ​ເທດ​ນີ້.ທ້າຍ​ປີ​ນີ້​ຖື​ວ່າ​ຈະ​ຕ້ອງ​​ເຊື່ອມ​ຕໍ່​ກັບ​ຈີນ​ໃຫ້​ສຳ​ເລັດ.​ເພາະວ່າ​ໄດ້​ເຊື່ອມ​ຕໍ່​ກັບ​ຫວຽດນາມ​ແລະ​ໄທ​ແລ້ວ​,ປີ​ນີ້​ຈະ​ເຊື່ອມ​ຕໍ່​ກັບ​ຈີນ​ຕື່ມ.​ປີ​2007​ຈະ​ເຊື່ອມ​ຕໍ່​ກັບ​ກຳປູ​ເຈຍ​ແລະ​ພະ​ມາ."

ໃນ​ເວລາ​ສຳພາດ, ນັກ​ຂ່າວ​ໄດ້​ຊາບ​ຢ່າງ​ນອກຄາດ​ຄຶດ​ວ່າ, ທ່ານ​ຄຳ​ມ່ວນ​ຍັງ​ແມ່ນ​ມິດ​ລາຍ​ການ​ຂອງ​ວິທະຍາCRIພວກ​ເຮົາ​. ທ່ານ​ເວົ້າວ່າ, ​ໃນ​​ສິບກວ່າ​ປີມາ​ນີ້, ທ່ານ​ໄດ້​ຕິດ​ຕາມ​ລາຍ​ການ​ພາກ​ພາ​ສາ​ລາວ​ຂອງ​ວິທະຍຸ CRI ​ໂດຍ​ຕະຫລອດ, ທ່ານ​​ໄດ້ຕີ​ລາຄາ​ສູງ​ຕໍ່​ລາຍ​ການ​ຂອງ​ພວກ​ເຮົາ, ທ່ານ​ເຫັນ​ວ່າ, ວິ​ທະ​ຍຸ​CRI​ພວກ​ເຮົາ​​ໄດ້​ກາຍ​ເປັນ"ສຽງຂອງ​ອາຊີ"​ແລ້ວ. ທ່ານ​ເວົ້າ​ວ່າ:

"ຮູ້ສຶກ​ວ່າ​ດີ​ຫຼາຍ,​ສ່ວນ​ຫຼາຍ​ແມ່ນ​ເປັນ​ສຽງ​ຂອງ​ອາ​ຊີ.​ຂ່າວ​ທົ່ວ​ໄປ,​ຂ່າວ​ເລື່ອງ​ການ​ພັດ​ທະ​ນາ​ຂອງ​ຂົງ​ເຂດ​ອາ​ຊີ,​ໂດຍ​ສະ​ເພາະ​ແມ່ນ​ເສດ​ຖະ​ກິດ​ຈີນ​ມີ​ການ​ກະ​ທົບ​ໃສ່​ເສດ​ຖະ​ກິດ​ໃນ​ຂົງ​ເຂດ,​ປະ​ເທດ​ເພື່ອນ​ບ້ານ​ກໍ​ມີ​ຫຼາຍ.​ຮູ້​ສຶກ​ວ່າ​ດີ​.ຂ້າ​ພະ​ເຈົ້າ​ໄດ້​ຟັງ​ລາຍ​ການ​CRI​ເລື້ອຍໆ,​ຟັງ​ມາ​ແຕ່​ດົນ​ແລ້ວ,​ມີ​10​ກວ່າ​ປີ​ແລ້ວ."