ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-08 10:41:25    
ທ່ານ​ຫູ​ຈິນທາວ​ອອກ​​ເດີນທາງ​ຈາກ​ອັງກິດ​ກັບ​ຄືນປະ​ເທດ

cri

ຕາມ​ຂ່າວCRI  ຕອນ​ບ່າຍວັນ​ທີ 7 ກໍລະກົດ  ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ໄດ້​ອອກ​ເດີນທາງ​ຈາກ​ເມືອງ​ສະກ໌ອດ​ແລນ​ແຫ່ງ​ອັງກິດ  ຂີ່​ຍົນ​ພິ​ເສດ​ກັບ​ຄືນ​ປະ​ເທດ


ຕອນ​ເຊົ້າ​ວັນ​ທີ 7 ກໍລະກົດ  ຢູ່​ທີ່​ໂຮມ​ແຮມເກຼັນອີ​ເກິ​ນສ໌ສະກ໌ອດ​ແລນ​​ແຫ່ງ​ອັງກິດ  ທ່ານ​ຫູ​ຈິນທາວ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສົນທະນາ​ລະຫວ່າງ​ກຸ່ມ​ 8 ປະ​ເທດ​ກັບ​ຜູ່​ນຳ​ຈີນ  ອິນ​ເດ​ຍ ​ເບຼຊິນ  ອາ​ຟຼິກາ​ໃຕ້​ແລະ​​ແມັກ​ຊິກ  ​ແລະ​ກ່າວ​ຄຳ​ປາ​ໄສ​ສຳຄັນ​ກ່ຽວ​ກັບ​ບັນຫາ​ການ​ພັດທະນາ​ເສດຖະກິດທົ່ວ​ໂລກ ປະຕິບັດ​ເປົ້າ​ຫມາຍ​​ແຫ່ງ​ການພັດທະນາ​ພັນ​ປີ  ລົງ​ເລິກ​ການ​ສົນທະນາ​ເຫນືອ​ໃຕ້​ແລະ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ອາກາດ​ເປັນຕົ້ນ


ທ່ານ​ຫູ​ຈິນທາວ​ກ່າວ​ວ່າ ​ໃນ​ຊູ່​ມື້​ນີ້  ທ່ວງທ່າທີ່​ໂລກ​ຫັນ​ເປັນ ຫຼາຍຂວັ້ນແລະ​ເສດຖະກິດ​ໂລກາ​ວິວັດ​ໄດ້ຂະຫຍາຍຕົວໄວ​ກວ່າ​ເກົ່າ   ຄວາມ​ກ້າວ​ຫນ້າ​ຂອງວິທະ​ຍາສາດ​ເຕັນ​ນິກມີ​ການ​ປ່ຽນ​ແປງ​ຄູ່​ມື້​ຄູ່​ເດືອນ   ມວນ​ມະນຸດພວມ​ປະ​ເຊີນ​ກັບ​ໂອກາດ​ພັດທະ​ນາ​ທີ່​ຫາຍາກ  ​ແລະ​ກໍ​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ຫຼາຍ​ຢ່າງ   ດ້ວຍ​ເຫດ​ນີ້  ທ່ານ​ຫູ​ຈິນທາວ​ໄດ້​ສະ​ເຫ​ນີຂໍ້​ສະ​ເຫ​ນີຫຼາຍ​ຂໍ້​ທີ່​ລວມ​ທັງ​​ໃຫ້ພ້ອມ​ກັນ​ທຳ​ຄວາມ​ພະຍາຍາມ ​ໃຫ້​ຄຳ​ຫມັ້ນ​ສັນຍາ​​ໃຊ້​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ​ທີ່​ຕິດ​ແທດ​ຕົວ​ຈິ​ງ​ແລະ​ບັງ​ເກີດ​ຜົນ  ຊຸກຍູ້​ໃຫ້​ເສດຖະກິດ​ທົ່ວ​ໂລກ​ດຸນ​ດ່ຽວ​ກັນ​ແລະ​ເຕີບ​ໂຕ​ຢ່າງ​ສືບ​ເນື່ອງ​ເປັນ​ຕົ້ນ


ກ່ອນ​ອອກ​​ເ​ດີ​ນທາງຈາກ​ອັງກິດ  ຢູ່​ເມືອງ​ສະກ໌ອດ​ແລນ  ທ່ານ​ຫູ​ຈິນທາວ​ກັບ​ຜູ່​ນຳ​ຂອງ 4 ປະ​ເທດ​ຄືອິນ​ເດ​ຍ ​ເບຼຊິນ ອາ​ຟຼິກາ​ໃຕ້​ແລະແມັກ​ຊິກ​ໄດ້​ຈັດການ​ພົບ​ປະກັນ​ເປັນ​ຫມູ່​ຄະນະ  ທ່ານ​ຍັງ​ໄດ້​ພົບ​ປະ​ທ່ານ​ສະ​ໂລ​ເດີ ນາຍົກລັດຖະມົນຕີ​ເຢຍລະ​ມັນ​ແລະ​ທ່ານ​ຊີ​ລັກ ປະທານາທິບໍດີ​ຝຣັ່ງ