ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-08 16:47:11    
ອຸປະກອນ​ໄຮ​ເທັກ​ຕ້ານ​ການ​ກໍ່​ການ​ຮ້າຍ​​ຂອງ​ຈີນ

cri Author: li
​ຕາມ​ຂ່າວ CRI: ລັດທິ​ກໍ່​ການ​ຮ້າຍ​ແມ່ນ​ບັນຫາ​ສຳຄັນ​ທີ່​ທົ່ວ​​ໂລກ​ປະ​ເຊີນ​ໃນ​ປັດຈຸບັນ. ​​ເພື່ອ​ເສີມ​ສ້າງ​ຄວາມ​ສາມາດ​ຕ້ານ​ການ​ກໍ່​ການ​ຮ້າຍ,ຫຼາຍປະ​ເທດ​ກໍ​ສຸດ​ທີ່​ເອົາ​ໃຈ​ໃສ່​ນຳ​ການຄົ້ນຄວ້າ​ແລະ​ພັດທະນາ​ອຸປະ​ກອນ​ຕ້ານ​ການ​ກໍ່​ການ​ຮ້າຍ. ​ໃນ​ຖານ​ເປັນ​ປະ​ເທດ​ທີ່​ຈະ​ຈັດ​ງານ​ກິລາ​ໂອ​ລິ​ມປິກ,ຈີນ​ກໍ​ໄດ້​ເຮັດ​ວຽກ​ຢ່າງ​ຫຼວງ​ຫຼາຍ​ໃນ​ດ້ານ​ນີ້. ຫວ່າງ​ມໍ່ໆ​ນີ້ ງານ​ວາງສະ​ແດງ​ເຕັກນິກ​ແລະ​ອຸປະກອນ​ຕ້ານ​ການ​ກໍ່​ການ​ຮ້າຍ​ຂອງ​ຈີນ​ຄັ້ງປະຖົມ​ມະ​ເລີກ​ໄດ້​ຈັດ​ຂຶ້ນຢູ່​ທີ່​ປັກ​ກິ່ງ.

ພວກ​ກໍ່​ການ​ຮ້າຍ​ໄດ້​ຈີ້​ຕົວ​ປະກັນ​ລີ້​ຊ່ອນ​ຢູ່​ໃນ​ຍົນ,​ເປັນ​ປໍ​ລະ​ປັກ​ກັນ​ກັບ​ຕຳຫຼວດ,​ແລະ​ຂູ່​ວ່າ​ຈະ​ຂ້າ​ຕົວ​ປະກັນ,​ໃຫ້​ຕຳຫຼວດ​ເຫັນ​ດີ​ນຳ​ເງື່ອນ​ໄຂ​ຂອງ​ພວກ​ເຂົາ. ​ໃນ​ເວລາ​ຜູ້​ຊ່ຽວຊານ​ດ້ານ​ການ​ເຈລະຈາ​​ໄກ່​ເກ່ຍກັບ​ພວກ​ກໍ່​ການ​ຮ້າຍ​ນັ້ນ,​ຕຳຫຼວດ​ພິ​ເສດ​ຕ້ານ​ການ​ກໍ່​ການ​ຮ້າຍ​ທີ່​ຊຳນິ​ຊຳນານ​ໄດ້​ໃຊ້​ສິ່ວ​ໄຟຟ້າ​ທີ່​ບໍ່​ມີ​ສຽງ​ເຈາະ​ຮູ​ນ້ອຍໆ​ຮູ​ໜຶ່ງ​ທີ່​ເສັ້ນ​ຜ່າ​ກາງ​ບໍ່​ຮອດ 1 ຊັງ​ຕີ​ແມັດ​ຢູ່​ພື້ນ​​ໃນ​ຍົນ​ຢ່າງ​ວ່ອງ​ໄວ,​ແລ້ວ​ຍັດ​ຫຼອດ​ອ່ອນ​ສີດຳ​​ເສັ້ນໜຶ່ງ​ເຂົ້າ​ໃນ​ຮູ​ຢ່າງ​ມິດໆ,ຫຼັງຈາກ​ນັ້ນ ຫົວຫຼອດ​ທີ່​ຍື່ນອອກ​ຈາກ​ຮູ​ພຽງ​ແຕ່ 2 ຊັງ​ຕີ​ແມັດ​ນັ້ນ​ປິ້ນຊ້າຍ​ປິ້ນ​ຂວາ,ການ​ເຄື່ອນ​ໄຫວ​ຂອງ​ໝົດ​ທຸກ​ຄົນ​ໃນ​​ຍົນ​ກໍ​ໄດ້ຖືກ​ສົ່ງ​ໄປ​ຮອດ​ໜ້າ​ຈໍ​ຢູ່​ຕໍ່ໜ້າ​ຜູ້​ບັນຊາການ​ທີ່​ຢູ່​ບ່ອນ​ໄກ.

"ຫຼອດອ່ອນ​ສີດຳ"​ແລະ​"ໜ້າ​ຈໍ"ທີ່​ເສີມ​ຂະ​ຫຍາຍ​ບົດບາດ​ສຳຄັນ​ໃນ​ການ​​ແກ້​ໄຂ"ວິ​ກິດ​ການ​ຕົວ​ປະກັນ"ນັ້ນ​ກໍ​ແມ່ນ​ກ້ອງ​ສ່ອງ​ເອ​ເລັກ​ໂຕຼນິກ​ທີ່​ຖືກ​ຜູ້​ຊ່ຽວຊານ​ຕ້ານ​ການ​ກໍ່​ການ​ຮ້າຍ​ເອີ້ນ​ເປັນ"ຕາ​​ເອັກສ໌​ເລ". ​ໃນ​ງານ​ວາງສະ​ແດງ​ເຕັກນິກ​ແລະ​ອຸປະກອນ​ຕ້ານ​ການ​ກໍ່​ການ​ຮ້າຍ​ເທື່ອ​ນີ້,"ຕາ​​ເອັກສ໌​ເລ"​ໄດ້​ຕິດ​ໃຈ​ຄົນ​ທີ່​ສຸດ.​ ບໍລິສັດ​ຢີງ​ຢຸ້ຍ​ຕາ​ປັກ​ກິ່ງ​ແມ່ນ​ຫົວໜ່ວຍ​ທີ່​ອອກ​ແບບ​ອຸປະກອນ​ດັ່ງກ່າວ,​ທ່ານ​ຊູນ​ອີ​ຊ່າວ​ຂອງ​ບໍລິສັດ​ດັ່ງກ່າວ​ແນະນຳ​ວ່າ:

"ນີ້​ແມ່ນ​ກ້ອງ​ສ່ອງ​ວີ​ດີ​ໂອເອ​ເລັກ​ໂຕຼນິກ​​. ມັນ​ຕ່າງ​ກັບ​ກ້ອງ​ສ່ອງ​ເອ​ເລັກ​ໂຕຼນິກທີ່​ເບິ່ງ​ດ້ວຍ​ຕາ​ໃນ​ເມື່ອ​ກ່ອນ,ຈຸດ​ພິ​ເສດ​ຂອງ​ກ້ອງ​ສ່ອງ​ດ້ວຍ​ຕາ​ແມ່ນ​ໃສ່​​ເທິງຕາ,​ແມ່ນ​ຜູ້​ດຽວ​ໃຊ້. ​ແຕ່​ກ້ອງ​ສ່ອງ​​ວີ​ດີ​ໂອ​ມີໜ້າ​ຈໍ,ບໍ່​ພຽງ​ແຕ່​ເຈົ້າ​ເຫັນ​ໄດ້,ຄົນ​ຢູ່​ຄຽງ​ຂ້າງ​ກໍ​ເຫັນ​ໄດ້ຄື​ກັນ; ມັນ​ມີ​ຫຼອດ​ອ່ອນ,ຜ່ານ​ເຕັກນິກ​ຄວບ​ຄຸມ​ທາງ​ໄກ​ສາມາດ​ຄວບ​ຄຸມ​ສົ້ນຕົ້ນ​ຂອງ​ຫຼອດ; ກ້ອງ​ສ່ອງ​ນີ້​ແມ່ນ​​ແບບ​ມື​ຖື,ໜັກ​ພຽງ​ແຕ່ 4 ກິ​ໂລກ​ວ່າ. ນອກ​ນີ້ ມັນ​ຍັງ​ກັນ​ຝົນ​ໄດ້."

ຕາມນັກວິຊາການ​ແນະນຳ​ວ່າ,ຢູ່​ສົ້ນ​ເທິງ​ຂອງ​ຫຼອດ​ອ່ອນ​ໄດ້ຕິດຕັ້ງ​ກ້ອງ​ທີ່​ມີ​ອັດຕາ​ຈຳ​ແນກ​ສູງ​ແລະ​ມີ​ມຸມ​ກວ້າງ​ທີ່​ມີ​ເສັ້ນຜ່າ​ກາງ​ພຽງ​ແຕ່ 6 ມີ​ລີ​ແມັດ,ໝູນ​ໄດ້ 360 ອົງສາ. "ຕາ​ເອັກສ໌​ເລ"ບໍ່​ພຽງ​ແຕ່​ສາມາດ​ໃຊ້​ໃນ​ການ​ຕ້ານ​ການ​ຈີ້​ຍົນ​ທໍ່​ນັ້ນ ຫາກ​ຍັງ​ສາມາດ​ເສີມ​ຂະຫຍາຍ​ບົດບາດ​ຢູ່​ບ່ອນ​ທີ່​ອຸນຫະພູມ​ສູງ,ມີ​ພິດ,​ແຜ່​ລັງ​ສີ​ນິວ​ເຄຼຍ​ແລະ​ສະຖານ​ທີ່​ອື່ນໆ​ທີ່​ຕາ​ຄົນ​ສັງ​ເກດ​ບໍ່​ເຫັນ​.

​ເຫດການ​ລອບ​ຄາຕະກຳ​ແມ່ນ​ປ້ອງ​ກັນຍາ​ກ,ຫຼັງຈາກ​ເກີດຂຶ້ນ​ແລ້ວ,​ຈະຊອກ​ຮູ້​ບ່ອນ​ຂອງ​ຄາຕະກອນ​​ແນວ​ໃດແລະ​ຈັບ​ຕົວ​ເຂົາ​ຢ່າງ​ວ່ອງ​ໄວ​​ນັ້ນ​ແມ່ນ​ຍາກ​ທີ່​ສຸດ. ​ແຕ່​ລະບົບ​ຊອກ​ຄົ້ນ​ຊະນິດ​ໜຶ່ງ​ທີ່​ວາງສະ​ແດງ​ໃນ​ງານ​ວາງສະ​ແດງ​ເຕັກນິກ​ແລະ​ອຸປະກອນ​ຕ້ານ​ການ​ກໍ່​ການ​ຮ້າຍ​ຂອງ​ຈີນ ພັດ​ສາມາດ​ແກ້​ໄຂ​ບັນຫາ​ດັ່ງກ່າວ​ຢ່າງ​ສະບາຍ​ທີ່​ສຸດ.

ລະບົບ​ຊອກ​ຄົ້ນນີ້​ປະກອບ​ດ້ວຍ​ສາຍ​ອັງ​​ແຕນ​​ເອົາ​ຄື້ນສຽງ​ 1 ຫາ 2 ​ເຄື່ອງ​ແລະ​ເຄື່ອງ​ຊຳລະ​ສັນຍານ. ທ່ານ​ນາງ​ລູ້​ອ້ຽນ​ຟ່າງ ຊ່າງ​ອອກ​ແບບ​ລະບົບ​ດັ່ງກ່າວ ນັກ​ຄົ້ນ​ຄວ້າ​ຂອງ​ບໍລິສັດ​ກຸ່ມ​ວິທະຍາ​ສາດ​ເຕັກນິກ​ເອ​ເລັກ​ໂຕຼນິກ​ຈີນ​ເວົ້າວ່າ:

"ພວກ​ຂ້າພະ​ເຈົ້າ​ໃຊ້​ວິທີ​ວິ​ທະຍາ​ສາດ​ສຽງ​ມາ​ກຳນົດ​ທີ່​ມາ​ຂອງ​ລູກປືນ.​ ລູກປືນ​ທີ່​ຍິງ​ອອກ​ມາ​ມີ​ສຽງ​ສອງ​ຊະນິດ,ໜຶ່ງ​ແມ່ນ​ສຽງ​ລູກປືນ​ຍິງອອກ​ຈາກ​ປາກ​ປືນ,​ອີກຊະນິດ​ໜຶ່ງ​ແມ່ນ​ສຽງ​ທີ່​ລູກປືນ​ບິນ. ພວກ​ຂ້າພະ​ເຈົ້າ​ໃຊ້​ລະບົບ​ນີ້​ສາມາດ​ຊອກ​ຄົ້ນສອງ​ສຽງ​ດັ່ງກ່າວ,​ແລ້ວ​ກຳນົດ​ບ່ອນ​ຂອງ​ຄາຕະກອນ."

ທ່ານ​ນາງ​ລູ້​ອ້ຽນຟ່າງ​ເວົ້າວ່າ,ສາຍ​ອັງ​ແຕນ​ຂອງ​ລະບົບ​ນີ້​ສາມາດ​ປ່ຽນ​ສັນຍານ​ຄື້ນສຽງ​ເປັນ​ສັນຍານ​ເອ​ເລັກ​ໂຕຼນິກ​ແລ້ວ​ສົ່ງ​ໃຫ້​ເຄື່ອງ​ຊຳລະ​ສັນຍານ,​ເມື່ອ​ເຄື່ອງ​ຊຳລະ​ວິ​ເຄາະ​ແລ້ວ​ສາມາດ​ກຳນົດ​ບ່ອນ​ຂອງ​ຄາຕະກອນ​ພາຍ​ໃນ 1 ວິນາທີ.

​ໃນ​ງານ​ວາງສະ​ແດງ​ອຸປະກອນ​ຕ້ານ​ການ​ກໍ່​ການ​ຮ້າຍ​ເທື່ອ​ນີ້,​ອຸປະກອນ​ທີ່​ຊື່ວ່າ"​ເຄື່ອງ​ກວດກາ​ຄວາມ​ປອດ​ໄພ​ໃນ​ເກີບ"​ໄດ້​ຕິດ​ໃຈ​ຜູ້​ຊົມ​ບໍ່​ໜ້ອຍ. ນັກ​ຂ່າວ​ໄດ້​ທົດ​ລອງ​ຢູ່​ບ່ອນ​ວາງ​ສະ​ແດງ,​ ຖ້າ​ຢືນ​ຢູ່​ເຄື່ອງ​ກວດກາ ໃນ​ເວລາ​ໃນ​ເກີບ​ບໍ່​ມີ​ເຄື່ອງ​ໂລຫະ​ໃດໆ,​ເຄື່ອງ​ນີ້​ຈະ​ມີ​ໄຟ​ສີຂຽວ​ຮຸ່ງ​ຂຶ້ນ; ​ແຕ່​ຖ້າ​ນັກ​ຂ່າວ​ຍັດ​ເອົາ​ຕະປູ​ເຫຼັກ​ອັນ​ໜຶ່ງໃນ​ເກີດ​ຕີນ​ຊ້າຍ ​ແລ້ວ​ໄປ​ຢືນ​ອີກ,​ເຄື່ອງ​ນີ້​ກໍ​ໄດ້​ສັນຍານ​ໄພ​ໃນ​ທັນທີ. ​ໃນ​ເວລາ​ທ່ານ​ເສີນ​ກວາງ ພະນັກງານ​​ເຕັກນິກ​ຂອງ​ບໍລິສັດ​ປ້ອງ​ກັນ​ຄວາມ​ປອດ​ໄພ​ການບິນ​ພົນລະ​ເຮືອນ​ປັກ​ກິ່ງ​ອະທິບາຍ​ສັບພະ​ຄຸນ​ຂອງ​ເຄື່ອງ​ນີ້​ນັ້ນ ທ່ານ​ເວົ້າວ່າ:

"ມັນຕົ້ນຕໍ​ແມ່ນ​ກວດກາ​ໂລຫະ​ແລະ​ມີດ​ໃນ​ເກີບ. ດ້ານ​ໜຶ່ງ​ແມ່ນ​ກວດກາ​ສ່ວນ​ປະກອບ​ພາຍ​ໃນ​​ເກີບ​ວ່າ​ມັນສະ​ໝ່ຳສະ​ເໝີ​ກັນ​ບໍ່; ອີກ​ດ້ານ​ໜຶ່ງ​ແມ່ນ​ກວດກາ​ນ້ຳໜັກ,ຖ້າ​ເກີນ​ແລ້ວ​ຈະ​ສັນຍານ​ໄພ. ອີກ​ດ້ານ​ໜຶ່ງ​ແມ່ນ​ກວດກາ​ວ່າ​ຕີນ​ສອງ​ເບື້ອງ​ແມ່ນ​ສະໝ່ຳ​ສະ​ເໜີ​ກັນ​ຫຼືບໍ່,ຖ້າ​ບໍ່​ສະ​ໝ່ຳສະ​ເໝີ​ກັນຫຼື​​ແຕກ​ຕ່າງກັນ​ຫຼາຍ​ເກີນ​ໄປ​ກໍ​ຈະ​ສັນຍານ​ໄພ. ນີ້​ແມ່ນ​ເຕັກນິກ​ທີ່​ກ້າວໜ້າ​ທີ່​ສຸດ​ໃນ​​ໂລກ."

​ໃນ​ງານ​ວາງສະ​ແດງ​ເທື່ອ​ນີ້,ມີ​ວິ​ສາ​ຫະກິດ​ຈີນ​ເກືອບ 200 ຫຼັງ​ໄດ້​ວາງສະ​ແດງ​ອຸປະ​ກອບ​ຕ້ານ​ການ​ກໍ່​ການ​ຮ້າຍ​ແບບ​ໃໝ່​ຫຼາຍຮ້ອຍ​ຊະນິດ.​ ຕຳຫຼວດປັກ​ກິ່ງ​ຈະ​ອີງ​ຕາມ​ຄວາມ​ຕ້ອງການ​ຂອງ​ຕົນ ຈັດ​ຊື້​ສ່ວນ​ໜຶ່ງ​ເພື່ອ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ງານ​ກິລາ​ໂອ​ລິມປິກ​ປັກ​ກິ່ງ​ປີ 2008.