ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-08 17:11:50    
ເລື່ອງ​ທີ່​ຄວນ​ລະວັງ 5 ​ເລື່ອງ​ກ່ຽວ​ກັບ​ສຸ​ຂະ​ພາບ

cri Author: li
​ພາຍຫຼັງຫັດກາຍ​ແລ້ວ,ຄົນ​ເຮົາ​ຈະ​ຮູ້ສຶກ​ເມື່ອຍ,ທັງ​ນີ້​ສຳຄັນ​ແມ່ນ​ຍ້ອນວ່າ​ທາດ​ນ້ຳຕານ,​ໄຂມັນ​ແລະ​ໂປຼຕິນ​ໃນ​ຮ່າງກາຍ​ຖືກ​ແຍກ​ທາດ​ຢ່າງຫຼວງຫຼາຍ,​​ແລ້ວ​ເກີດມີ​ວັດຖຸ​ທາດ​ກົດ​ຕ່າງໆເຊັ່ນ​ກົດ​ນ້ຳນົມ​ແລະ​ກົດ​ກຳມະ​ຖັນ​ເປັນຕົ້ນ,​ເວລາ​ນີ້ ຖ້າ​ກິນ​ວັດຖຸ​ທາດ​ອາ​ສິດ​ລ້ວນໆ​ເຊັ່ນ​ຊີ້ນ​ແລະ​ປາ​ເປັນຕົ້ນ,ຈະ​ເຮັດ​ໃຫ້​ນ້ຳ​ໃນ​ຮ່າງກາຍ​ເປັນ​ທາດກົດ​ຫຼາຍກວ່າເກົ່າ,ຖ້າ​ເປັນ​ແບບ​ນີ້​ແມ່ນ​ບໍ່ຫ່ອນ​ຫາຍເມື່ອຍ​ໄດ້,ສະນັ້ນ ຫຼັງຈາກ​ຫັດກາຍ​ແລ້ວ​ບໍ່​ຄວນ​ກິນ​ອາຫານ​ຄາວ,​​ໃຫ້​ກິນ​ອາຫານ​ປະ​ເພດທາດ​ດັ່ງ​ເຊັ່ນ​ຜັກ​ແລະ​ໝາກ​ໂປ​ມ​ເປັນຕົ້ນກໍ​​ແກ້​ເມື່ອຍ​ໄດ້​ໄວ.

ການ​ຈາມ​ແມ່ນ​ອາການ​ໜຶ່ງ​ທີ່​ເປັນ​ຍ້ອນຖືກ​ໜາວ,​​ເປັນຫວັດ​ແລະ​ເຍື່ອ​ໃນຫຼອດ​ລົມຫາຍ​ໃຈ​ຖືກ​ກະຕຸກ. ​ແຕ່​ວ່າ​ຖ້າ​ເອົາ​ມື​ງຸບປາກ​​ໄວ້ໃນ​ເວລາ​ຈາມ​ແມ່ນ​ມີ​ຜົນ​ຮ້າຍ. ​ເພາະວ່າ​ລະຫວ່າງ​ຄໍ​ກັບ​ສ່ວນ​ກາງ​ຂອງຫູ,​ມີຫຼອດ​ຕິດ​ຕໍ່​ກັນ,ມັນ​ຈະ​ຮັກສາ​ຄວາມ​ດັນ​ໃນ​ຫູ​​ກັບ​ພາຍ​ນອກ​ໃຫ້ກ້ຳ​ເກິ່ງ​ກັນ. ​ຖ້າ​ຫຼອດລົມ​ຫາຍ​ໃຈ​ອັກ​ເສບ,​ເວລາ​ຈາມ​ຢ່າ​ປິດ​ປາກ. ​ເພາະວ່າ​ຖ້າປິດ​ປາກ​ໃນ​ເວລາ​ຈາມ,ກໍ​ຈະ​ເຮັດ​ໃຫ້​ກຳລັງ​ດັນ​ໃນ​ຄໍ​​ແລະ​ຫູສູງ​ຂຶ້ນ,​ເຊື້ອ​ພະຍາດ​ມັກ​ຈະ​ຈາກ​ຫຼອດ​ລົມ​ເຂົ້າ​ໄປ​ໃນຫູ​,​ແລ້ວ​ພາ​ໃຫ້​ເປັນ​ພະຍາດ​ຕ່າງໆ​ເຊັ່ນ​ຫູ​ໜອງ​ເປັນຕົ້ນ.

ບາງ​ຄົນ​ເມື່ອ​ຕື່ນ​ນອນ​ແລ້ວ​ກໍ​ມັກພັບຜ້າ​ຫົ່ມ​​ໃນ​ທັນທີ​ໂລດ,​ເຮັດ​ແບບນີ້​ບໍ່​ສອດຄ່ອງ​ກັບຫຼັກ​ອະນາ​ໄມ. ​ເພາະວ່າ​​ໃນ​ເວລາ​ນອນ​ຮ່າງກາຍ​ຂອງ​ຄົນຈະມີ​ສິ່ງ​ຂັບ​ຖ່າຍ​​ແລະ​ຊຶມ​ອອກຕາມ​ຮູ​ຂົນ​ໃນ​ໝົດ​ຄີງ​ແລະ​ການ​ຫຼອດລົມ​ຫາຍ​ໃຈຫຼືລຳ​ໄສ້,​ໃນ​ອາຍ​ເສຍ​ທີ່​ລະບາຍ​ອອກ​ນັ້ນມີ​ສານ​ເຄມີ 149 ຊະນິດ​ເຊັ່ນ​ກາກ​ບອນ​ດີ​ອອກ​ຊິດ​ເປັນຕົ້ນ,ອາຍ​ເສຍ​ເຫຼົ່ານີ້​ມີ​ຜົນ​ຮ້າຍ​ຕໍ່​ຮ່າງກາຍ. ສະນັ້ນ ຫຼັງຈາກ​ຕື່ນ​ນອນ​ແລ້ວ,ຢ່າ​ຟ້າວ​ພັບຜ້າ​ຫົ່ມ​​ເທື່ອ,ຄວນ​ປີ້ນຜ້າ​ຫົ່ມ,ທັງ​​ໄຂ​ປະຕູ​ປ່ອງຢ້ຽມ,​ໃຫ້​ອາກາດ​ລຸ​ລ່ວງ,ຫຼັງຈາກ​ນັ້ນ 10 ນາທີ​ຈຶ່ງ​ພັບຜ້າ​ຫົ່ມ.

ບາງ​ທີ​ຖອກທ້ອງ​ແມ່ນ​ຍ້ອນ​ຖືກ​ໜາວຫຼືກິນ​ຂອງບໍ່​ສະອາດ,ພາ​ໃຫ້​ເນື້ອເຍື້ອ​​ສ່ວນ​ໜຶ່ງ​ໃນ​ລຳ​ໄສ້​ອັກ​ເສບ​ແລະບວມ,ຖ້າ​ກິນຂອງເຜັດ​ເຊັ່ນ​ຜັກທຽມ​ເປັນຕົ້ນ​ໃນ​ເວລາ​ນີ້,ອາດ​ຈະ​ກະຕຸກ​​ລຳ​ໄສ້​​ໃຫ້​ອັກ​ເສບ​ໜັກ​ເຂົ້າ,​ແລະ​ພາ​ໃຫ້​ຖອກທ້ອງ​ໜັກເຂົ້າ. ​ສະນັ້ນ ຖ້າ​ຖອກທ້ອງ​ດ່ວນ,ບໍ່​ຄວນ​ກິນ​ຜັກທຽມ,​ໂດຍສະ​ເພາະ​ແມ່ນ​ຜັກທຽມ​ດິບ. ຜັກທຽມ​ດິບຂ້າ​ແມ່​ພະຍາດ​ບາງ​ຢ່າງ​ໄດ້​ແທ້​ແລະປ້ອງ​ກັນ​ຖອກ​ທ້ອງ,​ແຕ່ຄວນ​ກິນ​ໃນ​ເວລາ​ຍັງບໍ່​​ເຈັບທ້ອງ​ເທື່ອຈຶ່ງ​ຈະ​​ໄດ້ຜົນ​.

ສຸດ​ທ້າຍ,ສິ່ງ​ທີ່​ຕ້ອງ​ລະວັງ​ອີກ​ຢ່າງ​ໜຶ່ງແມ່ນ,ຖ້າ​​ກິນ​ຢາ​ແລ້ວ,ດີ​ທີ່​ສຸດຢ່າ​ນອນ​ລົງໃນ​ທັນທີ. ​ເພາະວ່າ ຖ້າ​ກິນ​ຢາ​ແລ້ວ​ນອນລົງ​ໂລດ,​ໂດຍ​ສະ​ເພາະ​ແມ່ນ​ຖ້າກິນ​ນ້ຳໜ້ອຍ,​ມັກ​ຈະ​ເຮັດ​ໃຫ້​ກ້ອນ​ຢາ​ໄປຕິດ​ຢູ່ຫຼອດ​ອາຫານ,​ບໍ່​ລົງກະ​ເພາະ​. ຢາ​ບາງ​ຊະນິດ​ມີ​ລັກສະນະ​ເຊື່ອມ​ກັດ​ແຮງ,ຖ້າ​ມັນ​ລະລາຍ​ໃນ​ຫຼອດ​ອາຫານ​,ຈະ​ເຊື່ອມ​ກັດ​ເຍື່ອ​ໜຽວ​ໃນ​ຫຼອດ​ອາຫານ,​ພາ​ໃຫ້​ຫຼອດ​ອາຫານ​ອັກ​ເສບ​ເປັນ​ແຜ. ວິທີ​ກິນ​ຢາ​ທີ່​ຖືກຕ້ອງ​ຄວນ​ແມ່ນ: ນັ່ງຫຼືຢືນ​ກິນ,ກິນ​ແລ້ວ​ຢ່າ​ນອນລົງ​ໃນ​ທັນທີ,​ຄວນຖ້າ​ບຶດໜຶ່ງ,​ໃຫ້​ຢາ​ຜ່ານ​ຫຼອດ​ອາຫານ​ລົງ​ໄປ​ຫາ​ກະ​ເພາະ,​ເພື່ອ​ບໍ່​ໃຫ້​ມັນ​ຕິດຢູ່​ຫຼອດ​ອາຫານ.