ຮອງນາຍົກລັດຖະມົນຕີອິສຣາແອນກ່າວວ່າແຜນການເຄື່ອນໄຫວແຕ່ຝ່າຍດຽວອາດຈະສຳເລັດພາຍໃນສອງອາທິດ
cri
Author: q
ຕາມຂ່າວCRI,ໜັງສືພິມເຢລູຊາເລມໂພສທ໌ຂອງອິສຣາແອນສະບັບວັນທີ10ກໍລະກົດລາຍງານວ່າ,ຫວ່າງມໍ່ໆນີ້,ທ່ານໂອເມີດ ຮອງນາຍົກລັດຖະມົນຕີອິສຣາແອນກ່າວວ່າ,ອິສຣາແອນອາດຈະຕ້ອງການສອງອາທິດເທົ່ານັ້ນກໍຈະສຳເລັດແຜນການເຄື່ອນໄຫວແຕ່ຝ່າຍດຽວທີ່ຖອນອອກຈາກແຖບກາຊາແລະພາກເໜືອຝັ່ງຕາເວັນຕົກແມ່ນ້ຳຈໍແດນ.
ນອກນີ້,ຕາມຂ່າວແຈ້ງວ່າ,ຫວ່າງມໍ່ໆນີ້,ທ່ານໂມຟາສ ລັດຖະມົນຕີກະຊວງປ້ອງກັນປະເທດອິສຣາແອນແລະທ່ານຢູເຊັຟ ລັດຖະມົນຕີກະຊວງພາຍໃນປາເລັສຕິນໄດ້ກ້າວເຖິງຂັ້ນຕົກລົງກັນກ່ຽວກັບການປະສານງານການປະຕິບັດແຜນການເຄື່ອນໄຫວແຕ່ຝ່າຍດຽວ.ຝ່າຍປາເລັສຕິນໃຫ້ຄຳໝັ້ນສັນຍາວ່າຈະໃຊ້ມາດຕະການຫຼີກເວັ້ນບໍ່ໃຫ້ພວກປະກອບອາວຸດປາເລັສຕິນຫຼອນໂຈມຕີເປົ້າໝາຍອິສຣາແອນໃນໄລຍະອິສຣາແອນຖອນທະຫານ,ແລະຮັບຜິດຊອບປ້ອງກັນຄວາມສະຫງົບຂອງທ້ອງຖິ່ນດັ່ງກ່າວ.
|
|