ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-11 16:42:48    
ທ່ານ​ນາ​ຍົກ​ບຸນ​ຍັງ​​ລົມ​ເລື່ອງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ຢູ່​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳຂອງ(ສຽງ)

cri Author: mo


ແຕ່ວັນ​ທີ 4 - ວັນ​ທີ 5 ກໍລະກົດ, ກອງ​ປະຊຸມ​ຜູ້ນຳ​​​GMSຄັ້ງທີ​ສອງ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ຄຸນ​ມິ​ງ​ແຂວງ​ຢຸນນານ​ຈີນ. ທ່ານ​ບຸນ​ຍັງ ວໍລະ​ຈິດ ນາຍົກລັດຖະມົນຕີ​ລາວ​ໄດ້ນຳພາ​ຄະນະ​ຜູ້​ແທນເຂົ້າຮ່ວມກອງ​ປະຊຸມ​ເທື່ອ​ນີ້​ຕາມ​ຄຳ​ເຊີນຂອງ​ທ່ານ​​ເວິນ​​ເຈຍ​ປາວ ນາຍົກລັດຖະມົນຕີຈີນ. ວັນ​ທີ 3 ກໍລະກົດ, ທ່ານ​ນາຍົກ​ບຸນ​ຍັງ​ຫາ​ກໍ​ລົງ​ຍົນ​ກໍ​ໄດ້​ຕ້ອນຮັບ​ການ​ເຂົ້າສຳພາດ​ຮ່ວມ​ຂອງ​ສື່​ມວນ​ຊົນ​ຈີນໂດຍ​ບໍ່ເອົາຫົວຊາ​ນຳ​ຄວາມ​ອິດເມື່ອຍ. ທ່ານ​ບຸນ​ຍັງ​ກ່າວ​ວ່າ, ຕໍ່​ໄປ​ພາຍ​ໜ້າ, ລາວ​ຈະ​ສືບຕໍ່​ເພີ່ມທະວີ​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າກັບປະ​ເທດອ້ອມ​ຂ້າງ​ຕື່ມ​ອີກ.

ຍ້ອນ​ວ່າ​ລາວ​ແມ່ນ​ປະ​ເທດ​ທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ກັບທະ​​ເລ, ສະນັ້ນ, ລັດຖະບານ​ສປປລາວຈຶ່ງ​ໄດ້​ເອົາ​ໃຈ​ໃສ່​ທີ່​ສຸດ​ນຳ​ການ​ກໍ່ສ້າງທາງຄົມມະນາຄົມ​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ອະນຸ​ພາກ​ພື້ນ, ​ໂດຍ​ສະ​ເພ​າະ​ແມ່ນ​​ໄດ້ເອົາ​ໃຈ​ໃສ່​ທີ່​ສຸດ​ນຳ​ການ​ກໍ່ສ້າງ​ທາງ​​ໄປ​ສູ່​ທາງອອກ​ທະ​ເລ​ແລະ​ປະ​ເທດ​ອ້ອມ​ຂ້າງ. ທ່ານບຸນ​ຍັງ​​ເວົ້າວ່າ(ອັດ​ສຽງ 1)

ໃນ​ເວລາ​ກ່າວ​ເຖິງ​ບັນຫາ​ຕາບ​ຈູ​ນທ່າ​ແຮງຊັບພະ​ຍາກ​ອນຂອງ​ສອງ​ປະ​ເທດ​ລາວ​ຈີນ​ນັ້ນ, ທ່ານ​ນາຍົກ​ບຸນ​ຍັງ​ກ່າວ​ວ່າ: (ອັດ​ສຽງ 2)

ໃນ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ, ລາວ​ແມ່ນ​ປະ​ເທດ​ໜຶ່ງ​ປະ​ເທດ​ດຽວ​ທີ່​ຕໍ່​ແດນ​ກັບ 5 ປະ​ເທດ​ອື່ນ, ອາດ​ເວົ້າ​ໄດ້​ວ່າ​ນີ້​ກໍ​ແມ່ນ​ທ່າ​​ແຮງ​ພິ​ເສດ​ໃນ​​ເສດຖະກິດ​ການ​ຄ້າ​ກັບ​ຕ່າງປະ​ເທດ, ທ່ານ​ບຸນ​ຍັງ​​ເວົ້າວ່າ, (ອັດ​ສຽງ 3)

ສອງ​ປະ​ເທດ​ຈີນ​ລາວ​ມີ​ພູຜາ​ແລະ​ແມ່​ນ້ຳ​ຕິດ​ຈອດ​ກັນ, ​ແຕ່​ບູຮານ​ນະ​ການ​ມາ​ນີ້, ສອງ​ປະ​ເທດຈີນລາວ​ກໍ​ແມ່ນ​ແບບຢ່າງ​ທີ່​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ. ການ​​ໄປມາຫາ​ສູ່​ກັນ​ດ້ານ​ການ​ຄ້າ​​​ໄດ້​ດຳ​ເນີນ​​ໄປ​ຢ່າງ​ເນື່ອງນິດສົມຄວນ, ​ມາ​ຮອດ​ປັດຈຸ​ບັນ, ​ໄດ້​ຮັບ​ໝາກຜົນ​ທີ່​ດີ​ບໍ່​ຢອກ​ແລ້ວ. ​ໃນ​ເວລາ​ກ່າວ​ເຖິງ​ມາດ​ຕະການ​ໃໝ່​ຂອງ​ລັດຖະບານ​ລາວ​ໃນ​ດ້ານ​ການ​​ໄປມາຫາ​ສູ່​ກັນ​ທາງ​​ເສດຖະກິດ​ການ​ຄ້າ​ໃນ​ອະນາຄົດນັ້ນ, ທ່ານ​ບຸນ​ຍັງ​​ເວົ້າ​ວ່າ: (ອັດ​ສຽງ 4)

ທີ່​ຟັງ​ມານັ້ນ​ແມ່ນ​ທ່ານບຸນ​ຍັງ ນາຍົກລັດຖະມົນຕີລາວລົມ​ເລື່ອງ​ການ​ຮ່ວມ​ມື​ເສດຖະກິດອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ.