ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-11 20:21:52    
ນະຄອນຫຼວງອັງກິດ​ລະ​ລຶກ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ​​ໄດ້​ຮັບ​ໄຊ​ຊະ​ນະ​ຄົບ​ຮອບ 60 ປີ

cri Author: li
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 10 ກໍລະກົດ ລອນ​ດອນ ນະຄອນຫຼວງ​ຂອງ​ອັງກິດ​ໄດ້​ຈັດການ​ເຄື່ອນ​ໄຫວ​ລະ​ລຶກ​ສົງຄາມ​ໂລກ​ຄັ້ງທີ​ສອງ​ໄດ້​ຮັບ​​ໄຊຊະນະ​ຄົບຮອບ 60 ປີ.

ຕອນ​ເຊົ້າວັນ​ທີ 10 ກໍລະກົດ ​ໃນຫໍ​ລະ​ລຶກ​ຢູ່​ໜ້າ​ໂບດ​ເວັສດ໌ມິນ​ສ໌​ເທີ ພະ​ລາ​ຊີ​ນີ​ເອລີ​ຊາ​ເບັດ​ລັດຊະການ​ທີ​ສອງ​ຂອງອັງກິດ​ຊົງ​ໄດ້ວາງ​ດອກ​ໄມ້​ສົດ​ໃຫ້​ຜູ້​ເສຍ​ຊີວິດ​ໃນ​ສົງຄາມ​ໂລກ​ຄັ້ງທີ​ສອງ. ຫຼັງຈາກ​ນັ້ນ ພະ​ລາ​ຊີ​ນີ​ແລະ​ທ່ານ​ແບຼ ນາຍົກ​ລັດຖະມົນຕີ​ພ້ອມ​ດ້ວຍ​ນັກ​ລົບ​ເກົ່າ​ໃນ​ສົງຄາມ​ໂລກ​ຄັ້ງທີ​ສອງ​ຫຼາຍ​ຮ້ອຍ​ຄົນ​ໄດ້​ເຂົ້າຮ່ວມ​ພິທີ​ສາສະໜາ​ທີ່​ຈັດ​ຂຶ້ນຢູ່​ໂບດ​ເວັສດ໌ມິນ​ສ໌​ເທີ.

ຕອນ​ບ່າຍ,ຢູ່​ກາງ​ເມືອງ​ລອນ​ດອນ ພະ​ລາ​ຊີ​ນີ​ແລະ​ທ່ານ​ແບຼ​ໄດ້​ສຳຫຼວດ​ແຖວ​ກອງ​ທະຫານ​ມ້າ​ລາຊະ​ອົງຄະລັກ​​ອັງກິດ. ຫຼັງຈາກ​ນັ້ນ ພະ​ລາ​ຊີ​ນີ​​ເອລີ​ຊາ​ເບັດ​ຊົງ​ພະ​ລາຊະ​ປາ​ໄສ​ຕໍ່​ປະຊາຊົນ​ທົ່ວ​ປະ​ເທດຢູ່​ໜ້າມຸກ​ພະ​ລາຊະ​ວັງ​ບັກ​ຄິງຮາມ​,​ໄດ້​ຕີ​ລາຄາ​ສູງ​ຕໍ່​ທະຫານ​ອັງກິດ​ທີ່​ໄດ້​​ສະຫຼະ​ຊີວິດເພື່ອ​ປົກ​ປັກ​ຮັກສາປະ​ເທດ​ຊາດໃນ​ສົງຄາມ​ໂລກ​ຄັ້ງທີ​ສອງ,​ແລະ​ຊົງສະ​ແດງ​ຄວາມ​ເຄົາລົບ​ຕໍ່​ນັກ​ລົບ​ເກົ່າ​ຂອງ​ສົງຄາມ​ໂລກ​ຄັ້ງທີ​ສອງ​ໃນ​ນາມ​ປະຊາຊົນ​ທົ່ວ​ປະ​ເທດ.