ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-12 15:26:43    
ສະ​ເໜີ​ກອງ​ປະ​ຊຸມ​ພາ​ສາ​ຮັ້ນ​​ໃນ​ໂລກ

cri Author: lm

ເພື່ອ​ຊຸກ​ຍູ້​ໃຫ້​ການ​ສອນ​ພາ​ສາ​ຮັ້ນ​ໃນ​ໂລກ​ຈະ​ເລີ​ນ​ແລະ​ພັດ​ທະ​ນາ, ​ຊຸກ​ຍູ້​ການ​ເຜີຍ​ແຜ່​ວັດ​ທະ​ນະ​ທຳ​ພາ​ສາ​ຈີນ​ໃນ​ຂອບ​ເຂດ​ທົ່ວ​ໂລກ, ​ເດືອນ​ກໍ​ລະ​ກົດ​ປີ 2005, ໜ່ວຍ​ຜູ່​ນຳ​ການ​ສອນ​ພາ​ສາ​ຮັ້ນ​ຕໍ່​ຕ່າງ​ປະ​ເທດ​ແຫ່ງ​ຊາດ​ຈີນ​ຈະ​ຈັດ​ກອງ​ປະ​ຊຸມ​ພາ​ສາ​ຮັ້ນ​ໂລກ​ຢູ່​ທີ່​ປັກ​ກິ່ງ. ກອງ​ປະ​ຊຸມ​ເທື່ອ​ນີ້​ມີ​ຫົວ​ຂໍ້​ວ່າ: ການ​ພັດ​ທະ​ນາ​ພາສາ​ຮັ້ນໃຕ້​ຂອບ​ວັດທະນະ​ທຳ​ຫຼາຍ​ເຄົ້າ​ໃນ​ໂລກ, ​​ໄດ້​ເຊື້ອ​ເຊີນ​ລັດ​ຖະມົນຕີ​ກະຊວງ​ສຶກສາ​ທິການ​ຂອງ​ລັດຖະບານ​ປະ​ເທດ​ຕ່າງໆ ​ແລະ​ເຈົ້າ​ໜ້າ​ທີ່​ສຳ​ຄັນ​ທີ່​ຄຸ້ມ​ຄອງ​ນະ​ໂຍບາຍ​ການ​ສອນ​ພາສາ​ຈີນ ພ້ອມ​ດ້ວຍ​ອະ​ທິ​ການ​ບໍ​ດີ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ທີ່​ມີ​ຊື່​ສຽງ​ດົ່ງ​ດັງ​​ໃນ​​ໂລກ ນັກ​ຈີນສຶກສາ​ທີ່​ມີ​ຊື່​ສຽງ​ແລະ​ຄູ​ສອນ​ພາ​ສາ​ຮັ້ນ​ເປັນ​ຕົ້ນ​ມາ​ເຂົ້າ​ຮ່ວມ​ກອງ​ປະຊຸມ, ຮອດ​ເວລາ​ນັ້ນ, ຜູ່​ນຳ​ຈີນ​ກໍ່​ຈະ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ.

ຜູ່​ຈັດຕັ້ງກອງ​ປະຊຸມ: ໜ່ວຍ​ຜູ່​ນຳ​ການ​ສອນ​ພາສາຮັ້ນ​ຕໍ່​ຕ່າງປະ​ເທດ​ແຫ່ງ​ຊາດ​ຈີນ

ຜູ່​ຮັບຜິດຊອບ​ປະຕິບັດ: ກະຊວງ​ສຶກສາ​ທິການ​ຈີນ

​ເວລາ​ໄຂ​ກອງ​ປະຊຸມ: ​ແຕ່​ວັນ​ທີ 20 (ວັນ​ພຸດ)ຮອດ​ວັນ​ທີ 22 (ວັນ​ສຸກ)​ກໍ​ລະ​ກົດ​ປີ 2005
ທີ່​ຕັ້ງ: ປັກ​ກິ່ງ​​ຈີນ

ຫົວ​ຂໍ້ກອງ​ປະຊຸມ: ການ​ພັດທະນາ​ພາສາ​ຮັ້ນ​ໃຕ້​ຂອບ​ວັດທະນະທຳ​ຫຼາຍ​ເຄົ້າ​ໃນ​ໂລກ

ສາຂາ​ກອງ​ປະຊຸມ​ແຫ່ງ​ທີ​ໜຶ່ງ: ການ​ເຊື່ອມ​ໂຍງ​ເຂົ້າກັນ​ລະຫວ່າງ​ວັດ​ທະ​ນະ​ທຳ​ຫຼາຍ​ເຄົ້າ​ແລະ​ຄວາມ​ຕ້ອງການ​ພາສາ​ຮັ້ນ

1. ບັນຫາການ​ພັດທະນາ​ພາສາ​ຮັ້ນໃຕ້​ຂອບ​ວັດທະນະທຳຫຼາຍ​ເຄົ້າ​ໃນ​ໂລກ(ນະ​ໂຍ​ບາຍ​ພັດ​ທະ​ນາ​ພາ​ສາ​ຮັ້ນ​ຂອງ​ບັນດາ​ປະ​ເທດ);

2. ບົດບາດ​ຂອງ​ພາສາຮັ້ນໃນ​ການ​ຊຸກ​ຍູ້​ການ​ແລກປ່ຽນ​​ດ້ານ​ວັດທະນະທຳ​ແລະ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ການ​ຄ້າລະຫວ່າງ​ປະ​ເທດ​ຕົນ​ກັບ​ຈີນ;

3. ຄວາມ​ຕ້ອງການ​ໃນ​ການ​ຮຽນ​ພາສາຮັ້ນ​ແລະ​ການ​ອຳ​ນວຍ​ການ​ບໍ​ລິ​ການ.

ສາຂາ​ກອງ​ປະຊຸມ​ແຫ່ງ​ທີ​ສອງ: ກົນ​ໄກ​ການໝູນ​ເດີນ​ແຫ່ງ​ການ​ສອນ​ພາ​ສາ​ຮັ້ນ​ໃນ​ສະ​ໄໝ​ໃໝ່

1. ການ​ກໍ່ສ້າງ​ແລະ​ພັດທະນາ​ວິທະຍາຄານ​ຂົງຈື້;

2. ການ​ປະຕິ​ຮູບ​ແລະ​ພັດທະນາ​ການ​ສອບ​ເສັງ​ລະດັບ​ພາສາ​ຮັ້ນ​ຫຼື HSK;

3. ​ແຜນການ​ອົບຮົມ​ຄູ​ສອນ​ພາສາ​ຮັ້ນຢູ່​ຕ່າງປະ​ເທດ;

4. ການ​ປະດິດສ້າງ​ແບບຮຽນ​ແລະ​ການຈັດ​ສັນ​ຊັບພະຍາກອນ​ເຄືອ​ຂ່າ​ຍ.

ສາຂາ​ກອງ​ປະຊຸມ​ແຫ່ງ​ທີ​ສາມ: ອະນາຄົດ​ການ​ພັດທະນາ​ການ​ສອນ​ພາສາທີ​ສອງ​ສາ​ກົນ

1. ການຄົ້ນຄວ້າ​ທິດ​ສະ​ດີກາ​ນສອນ​ພາສາ​ທີ​ສອງ;

2. ການ​ແນະນຳ​ຮູບ​ແບບ​​ເຜີຍ​ແຜ່​ການ​ສອນ​ພາສາທີສອງ;

3.ການຄົ້ນຄວ້າ​ທິດ​ສະ​ດີກາ​ນສອນ​ພາສາ​ຮັ້ນໃນ​ຖານະ​ເປັນ​ພາສາທີ​ສອງ.

ພາສາ​ທີ່​ໃຊ້ໃນ​ກອງ​ປະຊຸມ: ພາສາຮັ້ນ(​ແປ​​​ເປັນ​ພາສາ​ອັງກິດ​ເຊິ່ງ​​ແປໄປ​ພ້ອມ​ກັນ​ກັບ​ຜູ່​ກ່າວ​ຄຳ​ປາ​ໄສ)

ຂະໜາດ​ກອງ​ປະຊຸມ: 300 ຄົນ

ການ​ເຄື່ອນ​ໄຫວ​ຕ່າງໆ: (ຜູ່​ແທນ​ທີ່​ໄດ້​ຮ້ອງ​ຂໍ​ເຂົ້າຮ່ວມ​ການ​ເຄື່ອນ​ໄຫວ​ຕ່າງໆ​ຫຼັງ​ກອງ​ປະ​ຊຸມ ຈະ​ໃຫ້​ຝ່າຍ​ຈັດຕັ້ງກອງ​ປະຊຸມ​ຈັດ​ວາງ​)

1.ງານ​ສຳ​ມະ​ນາ​ການ​ສອນ​ພາສາ​ຮັ້ນ​ສາກົນ​ຄັ້ງທີ 8

2. ງານ​ສຳ​ມະ​ນາ​ວິຊາ​ການ​ການ​ສອນ​ພາສາ​ຮັ້ນ​ຢູ່​ຕ່າງປະ​ເທດ

3.ຈັດ​ "ງານວາງສະ​ແດງ​ການ​ສອນ​ພາສາຮັ້ນ​ໃນ​ໂລກ", ວາງສະ​ແດງແບບ​ຮຽນ​ພາ​ສາ​ຮັ້ນ​ທີ່​ດີ​ເລີດ​ຢູ່ພາຍ​ໃນ​ປະ​ເທດແລະ​ຕ່າງປະ​ເທດ​

4.ການ​ເສັງ​ພາສາ​ຈີນ​ "ຂົວ​ສະພານ​ພາສາ​ຮັ້ນ" ຂອງ​ນັກ​ສຶກສາ​ໂລກຄັ້ງທີ 4

5.ຈັດຊຸດ​ອົບຮົມ​ພາສາ​ຮັ້ນໃນ​ໄລຍະ​ພັກ​ຮຽນລະດູຮ້ອນ​ແລະ​ງານຄ້າຍ​ພັກ​ແຮມ​ລະດູ​ຮ້ອນ​ສຳ​ລັບ​ນັກ​ສຶກສາ​ແລະ​ນັກຮຽນ​ມັດທະຍົມ​ສາກົນ

6. ການ​ແນະນຳ​ປະຫວັດ​ອາລະຍະ​ທຳ​ປະຊາ​ຊາດຈີນ

ອີ​ເມນ: jiaoliu@hanban.edu.cn

ທີ່​ຕັ້ງ​ເວັບ​ໄຊ: www.hanban.edu.cn

ທີ່​ຕັ້ງ​ເວັບ​ໄຊ​ສະເພາະກອງ​ປະຊຸມ​ພາສາຮັ້ນ​ໂລກ: www.hyconference.edu.cn