ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-12 17:51:08    
ຝ່າຍ​ຈີນ​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​ສະ​ມາ​ຊິກ​ຄະ​ນະ​ລັດ​ຖະ​ບານ​ຍີ່​ປຸ່ນ​ເປີດ​ປ່າວ​ຖ້ອຍ​ຄວາມ​ກ່ຽວ​ກັບ​ບັນ​ຫາ"​ນາງ​ບຳ​ເລີ​ທະ​ຫານ"ອີກ​ເທື່ອ​ໜຶ່ງ

cri Author: li
ຕາມ​ຂ່າວ CRI: ​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນຢູ່​ປັກ​ກິ່ງ​ໃນ​ວັນ​ທີ 12 ກໍລະກົດ ທ່ານ​ລິວ​ຈ້ຽນ​ຊ່າວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ຝ່າຍ​ຈີນ​ສະ​ແດງ​ຄວາມ​ຄຽດ​ແຄ້ນ​ແລະ​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ສະມາຊິກ​ຄະນະ​ລັດຖະບານ​ຍີ່​ປຸ່ນກ່າວ​ຄວາມ​ເວົ້າທີ່​ບໍ່​ຮູ້​ໜ້າ​ອາຍ​ຈັກ​ເມັດ​ກ່ຽວ​ກັບ​ບັນຫາ"​ນາງ​ບຳ​ເລີ​ທະຫານ"ອີກ​ເທື່ອ​ໜຶ່ງ.

ຕາມ​ຊາບ​ວ່າ,ຫວ່າງ​ມໍ່ໆ​ນີ້ ​ໃນ​ເວລາ​ທ່ານ​ນາຄາ​ຢາ​ມາ ​ໂນຣີອາ​ຄີ ລັດຖະ​ມົນຕີ​ກະຊວງ​ສຶກສາ​ທິການ​ແລະ​ວິທະຍາສາ​ດຍີ່​ປຸ່ນກ່າວ​ປາຖະ​ກະຖາ​ນັ້ນ,​ເຂົາ​ໄດ້​ເອົາ​ອີ​ເມວ​ຂອງ​ນັກຮຽນ​ນອກ​ເພດ​ຍິງ​ຜູ້​ໜຶ່ງ​ຂອງ​ຍີ່​ປຸ່ນ​ມາ​ກ່າວ​ວ່າ,"​ແມ່ຍິງ​ອາຊີ​ທີ່​ຖືກ​ທຳຮ້າຍ​ຄວນ​ຮູ້ສຶກ​ພາກ​ພູມ​ໃຈທີ່​ໄດ້​ເປັນ​ນາງ​ບຳ​ເລີ​ໃນ​ກອງ​ທະຫານ",​ແລະ​ກ່າວ​ວ່າ​ເຂົາ​ຮູ້ສຶກ​ຕື້ນ​ຕັນ​ໃຈ​ນຳ​ຄຳໃຫ້​ກຳລັງ​ໃຈ​ແກ່​​ເຂົາ​ດັ່ງກ່າວ.

ທ່ານ​ລິວ​ຈ້ຽນຊ່າວ​ກ່າວ​ວ່າ,ຄວາມ​ເວົ້າ​ແນວ​ນີ້​ໄດ້​ບາດ​ໃຈ​ປະຊາຊົນ​ຂອງ​ປະ​ເທດ​ທີ່​ຖືກ​ທຳຮ້າຍ,ລັດຖະບານ​ຍີ່​ປຸ່ນ​ມີໜ້າ​ທີ່​ຜູກ​ມັດ​ກິລິຍາ​ວາຈາ​ຂອງ​ຜູ້ກ່ຽວ​ຢ່າງ​ເຂັ້ມ​ງວດ.