ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-12 19:56:03    
ທ່ານ​ຫູ​ຈິນທ່າວ​ພົບ​ປະ​ຄະ​ນະ​ຢ້ຽມ​ຢາມ​ແຜ່ນ​ດິນ​ໃຫຍ່​ຂອງ​ພັກ​ຊິ່ນ​ຕັງ​ພ້ອມ​ດ້ວຍ​ຄະ​ນະ

cri Author: li

ຕາມ​ຂ່າວ CRI: ວັນ​ທີ 12 ກໍລະກົດ ຢູ່​ທີ່​ປັກ​ກິ່ງ ທ່ານ​ຫູ​ຈິນທ່າວ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ພົບ​ປະ​ຄະນະ​ຢ້ຽມຢາມ​ແຜ່ນດິນ​ໃຫຍ່​ເພື່ອ​ລະລຶກ​ສົງ​ຄາມ​ຕໍ່ຕ້ານ​ຍີ່​ປຸ່ນ​ໄດ້​ຮັບ​ໄຊຊະນະ​ຄົບ​ຮອບ 60 ປີ​ຂອງ​ພັກ​ຊິ່ນ​ຕັງ​ທີ່​ໂດຍ​ທ່ານ​ທ່ານ​ອີ້ມູ້​ມິງ ປະທານ​ພັກພ້ອມ​ດ້ວຍ​ຄະນະ.

​ໃນ​ເວລາ​ພົບປະ,ທ່ານ​ຫູ​ຈິນທ່າວ​ຊີ້​ອອກ​ວ່າ,ພວກ​ຂ້າ​ພະຈົ້າ​ຍິນ​ດີ​ພ້ອມ​ກັນ​ກັບ​ເພື່ອນ​ທັງຫຼາຍ​ໃນ​ພັກ​ຊິ່ນ​ຕັງ,ສືບ​ຕໍ່​ເດັດດ່ຽວ​ຄັດຄ້ານ​ອິດ​ທິກຳລັງ​ແບ່ງ​ແຍກທີ່​ໃຫ້ໄຕ້​ຫວັນ​​ເປັນ​ເອກະລາດ​ແລະ​ການ​ເຄື່ອນ​ໄຫວ​ຂອງ​ພວກ​ເຂົາ,ປົກ​ປັກຮັກ​ສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ເຂດ​ຊ່ອງ​ແຄບ​ໄຕ້​ຫວັນ,ສ້າງ​ຄວາມ​ສຸກ​ໃຫ້​ພີ່ນ້ອງ​ຮ່ວມ​ຊາດ​ສອງ​ຝັ່ງ.

ທ່າ​ນອີ້ມູ້​ມິ​ງກ່າວ​ວ່າ,ພັກ​ຊິ່ນ​ຕັງ​ຍຶດໝັ້ນ​ຫຼັກການ​ຈີນ​ດຽວ​​ແລະ​ຍຶດໝັ້ນ​ຫຼັກໝັ້ນ​ຄັດຄ້ານ​ການ​ແຍກ​ໄຕ້​ຫວັນ​​ໃຫ້​ເປັນ​ເອກະລາດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ພັກ​ຊິ່ນ​ຕັງ​ຢ້ຽມຢາມ​ແຜ່ນດິນ​ໃຫຍ່​ເທື່ອ​ນີ້​ແມ່ນ​ການ​ຢ້ຽມຢາມ​ທາງ​ປະຊາ​ຊາດ,ກໍ​ແມ່ນ​ເພື່ອ​ສະ​ແຫວ​ງຫາຈິດ​ໃຈ​ອັນ​ສະຫງ່າ​ເປັນ​ທຳຂອງ​ຊາດ,​ໃຫ້​ປະຊາ​ຊາດ​ຈີນ​ຈະ​ເລີນຮຸ່ງ​ເຮືອງ.

ກ່ຽວ​ກັບ​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ໃນ​ສະ​ເພາະ​ໜ້າ,ທ່ານ​ຫູ​ຈິນທ່າວ​ໄດ້​ສະ​ເໜີ​ທັດສະນະ 4 ຂໍ້​ຄື: ໜຶ່ງ,ພ້ອມ​ກັນ​ຊຸກ​ຍູ້​ຄວາມ​ຈະ​ເລີນ​ອັນ​ຍິ່ງ​ໃຫຍ່​ຂອງຊາດ​ຈີນ; ​ສອງ,​ຍຶດໝັ້ນ​ຫຼັກການ​ຈີນ​ດຽວ; ສາມ,​ເດັດດ່ຽວ​ຄັດຄ້ານ​ແລະ​ສະກັດ​ກັ້ນ​ການ​ໃຫ້​ໄຕ້​ຫວັນ​ເປັນ​ເອກະລາດ;​ ສີ່,​ເບິ່ງ​ແຍງ​ແລະ​ຮັກສາ​ສິດທິ​​ແລະຜົນ​ປະ​ໂຫຍດ​ຕິດ​ຕົວ​ຂອງ​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ຢ່າງ​ແທ້​ຈິງ.

1  2  3  4  5  6  7  8  9  10