ອາເມລິກາ,ປາເລັສຕິນແລະອິສຣາແອນທຳປະຕິກິລິຍາຕໍ່ເຫດການຫຼອນໂຈມຕີດ້ວຍລະເບີດແບບຂ້າໂຕຕາຍທີ່ເກີດຂຶ້ນຢູ່ເມືອງເນຕານຢາ
cri
Author: q
ຕາມຂ່າວCRI,ພາຍຫຼັງ ເນຕານຢາ ເມືອງແຄມທະເລພາກເໜືອອິສຣາແອນໄດ້ເກີດເຫດການຫຼອນໂຈມຕີດ້ວຍລະເບີດແບບຂ້າໂຕຕາຍໃນວັນທີ12ກໍລະກົດແລ້ວ,ອາເມລິກາ,ປາເລັສຕິນແລະອິສຣາແອນຕ່າງໄດ້ທຳປະຕິກິລິຍາຕໍ່ເລື່ອງນີ້.
ໃນງານຖະແຫຼງຂ່າວທີ່ຈັດຂຶ້ນຢູ່ວໍຊິງຕັນ,ທ່ານແມັກເຄຼແລນ ໂຄສົກທຳນຽບຂາວອາເມລິກາໄດ້ໄດ້ກ່າວເນັ້ນວ່າ,ອົງການອຳນາດແຫ່ງຊາດປາເລັສຕິນຕ້ອງໃຊ້ມາດຕະການຕົວຈິງ,ຫຼີກເວັ້ນບໍ່ໃຫ້ເຫດການຄ້າຍຄືກັນນີ້ເກີດຂຶ້ນອີກ.ທ່ານເຄຊີ ໂຄສົກກະຊວງການຕ່າງປະເທດອາເມລິກາໄດ້ຮຽກຮ້ອງໃຫ້ອິສຣາແອນຢ່າຖືກຜົນສະທ້ອນຂອງເຫດການລະເບີດ,ສືບຕໍ່ຖອນທະຫານອອກຈາກແຖບກາຊາແລະຝັ່ງຕາເວັນຕົກແມ່ນ້ຳຈໍແດນຕາມແຜນການ.
ທ່ານອັບບັສ ປະທານອົງການອຳນາດແຫ່ງຊາດປາເລັສຕິນໄດ້ກ່າວຢູ່ເມືອງລາມາລາວ່າ,ຜູ້ບົງການຢູ່ເບື້ອງຫຼັງຂອງເຫດການລະເບີດເທື່ອນີ້ຍ່ອມຈະຖືກລົງໂທດຢ່າງເຄັ່ງຄັດ.ທ່ານເອເລຄັດ ຜູ້ແທນເຈລະຈາຜູ້ທີໜຶ່ງຂອງຝ່າຍປາເລັສຕິນກ່າວວ່າ,ຜູ້ກໍ່ເຫດການລະເບີດແມ່ນສັດຕູຂອງຂະບວນວິວັດສັນຕິພາບປາເລັສຕິນອິສຣາແອນ.ເຈົ້າໜ້າທີ່ຄວາມປອດໄພຊັ້ນສູງຂອງປາເລັສຕິນກ່າວວ່າ,ອົງການອຳນາດແຫ່ງຊາດປາເລັສຕິນຕົກລົງໃຊ້ການກະທຳຕົວຈິງ,ໂຈມຕີອົງການຈີຮັດ.
ເຈົ້າໜ້າທີ່ຫ້ອງການນາຍົກລັດຖະມົນຕີອິສຣາແອນໄດ້ຕິຕຽນອົງການອຳ ນາດແຫ່ງຊາດປາເລັສຕິນທີ່ບໍ່ໄດ້ຄວບຄຸມອົງການຫົວຮຸນແຮງປາເລັສຕິນຢ່າງບັງເກີດຜົນ,ແລະຂົ່ມຂູ່ວ່າຈະທຳປະຕິກິລິຍາຢ່າງຮຸນແຮງຕໍ່ເຫດການລະເບີດເທື່ອນີ້.
|
|