ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-13 11:31:00    
ການຮ່ວມມືເສດຖະກິດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ຕິດ​ແທດ​ຕົວ​ຈິງ​ແລະ​ບັງ​ເກີດ​ຜົນ​ສັກ​ສິດ
----ສຳ​ພາດ​ທ່ານ​ສົມ​ຈິດ ອິນ​ທະ​ມິດ ຫົວ​ໜ້າ​ກົມ​ເສດ​ຖະ​ກິດ​ອາ​ຊຽນ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ(ສຽງ)

cri Author: mo


ກອງ​ປະຊຸມ​ຜູ້ນຳGMSຄັ້ງທີ ​2​ ທີ່​ໄຂຂຶ້ນ​ຢູ່​ເມືອງ​ຄຸນ​ມິ​ງ​ແຂວງ​ຢຸນນານ​ຈີນ​ເປັນ​ເວລາ​ສອງ​ມື້​ໄດ້​ອັດ​ລົງ​ແລ້ວ​ໃນ​ຫວ່າງ​ມໍ່​ໆ​ນີ້. ນາຍົກລັດຖະມົນຕີຂອງ 6 ປະ​ເທດ​ຄື​ຈີນ ລາວ  ​ໄທ​ ກຳປູ​ເຈຍ ມຽນມາ​ແລະ​ຫວຽດນາມ​ໄດ້​​ເຊັນຄຳ​ຖະ​ແຫລ​ງການ​ຄຸນ​ມິງ, ​ໂດຍ​ກ່າວວ່າ, ຍິນ​ດີ​ສືບ​ຕໍ່ຊຸກ​ຍູ້​ການ​ຮ່ວມ​ມື​ແລະ​ການ​ພັດທະນາ​ລະຫວ່າງ 6 ປະ​ເທດອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ.

ຫລັງ​ກອງ​ປະຊຸມ, 6 ປະ​ເທດ​ຍັງ​ໄດ້​ເຊັນ​ເອກະສານ​ຮ່ວມ​ມື​ກ່ຽວ​ກັບ​ການ​ຂົນ​ສົ່ງ​ຜູ້​ໂດຍສານ​ແລະ​ສິນຄ້າ​ຂ້າມ​ຊາຍ​ແດນ​ໃຫ້​ສະດວກ, ​ເພີ່ມ​ທະວີ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມພະ​ຍາດ​ສັດ, ​ເພີ່ມ​ທະວີ​ການ​ສ້າງສາ​ທາງ​ດ່ວນຂໍ້​ມູນ​ຂ່າວສານ, ​ແລະ​ຊຸກ​ຍູ້​ການ​ຄ້າໄຟຟ້າ, ​ແລະ​ອະນຸມັດ​ຂໍ້​ລິ​ເລີ່ມການຮ່ວມ​ມື​ຈຸດ​ໜັກ​ຕ່າງໆ​ເຊັ່ນ ການ​ຄ້າ​ແລະການ​ລົງ​ທຶນ​ຂອງGMSມີ​ຄວາມສະດວກ ​​ການ​ສ້າງ​ທາງ​ຜ່ານຮັກສາ​ຄວາມ​ຫລາກ​ຫລາຍ​ຂອງ​ຊີວະ​ຊາດ​ເປັນຕົ້ນ. ​ໃນ​ເວລາ​ຕ້ອນຮັບ​ການ​ເຂົ້າສຳພາດ​ຂອງ​ນັກ​ຂ່າວວິທະຍຸ​CRI, ທ່ານ​ສົມ​ຈິດ ອິນ​ທະ​ມິດ ຫົວໜ້າ​ກົມ​ເສດຖະກິດ​ອາຊຽນກະຊວງ​ການ​ຕ່າງປະ​ເທດ​ລາວ​ກ່າວ​ວ່າ, ການ​ຮ່ວມ​ມື​ເສດຖະກິດ​ໃນ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ຖື​ການ​ຮ່ວມ​ມື​ໂຄງການ​ເປັນ​ຫລັກ, ຕິດ​​ແທດ​ຕົວ​ຈິງ, ​ເອກະສານ​ຕ່າງໆ​ທີ່​ເຊັນ​​​ໃນ​ເທື່ອ​ນີ້​ຈະ​ມີ​ຜົນ​ປະ​ໂຫຍ​ດຕໍ່​ສາມັນ​ຊົນ​ຂອງ​ 6 ປະ​ເທດ, ທ່ານ​​ເວົ້າວ່າ: (ອັດ​ສຽງ 1)

ກອງ​ປະຊຸມ​ຜູ້ນຳGMSບາ 3 ປີ​ຈັດ​ຂຶ້ນ​ເທື່ອ​ໜຶ່ງ, ກອງ​ປະຊຸມ​ຄັ້ງທຳ​ອິດ​ຈັດ​ຂຶ້ນ​ຢູ່ກຳ​ປູ​ເຈຍ​ເມື່ອ​ປີ 2002. ທ່ານ​ສົມ​ຈິດ​ກ່າວ​ວ່າ, ​ແຕ່​ກອງ​ປະ​ຊຸມ​ຜູ້ນຳGMSຄັ້ງທຳ​ອິດ​ມາ​ນີ້, ລາວ​ແລະ​ຈີນ​ໄດ້​ຮ່ວມ​ມື​​ໃນ​ຫລາຍ​ໂຄງການ​ຢ່າງ​ສຳ​ເລັດ​ຜົນ​ແລ້ວ. (ອັດ​ສຽງ 2)

ສຸດ​ທ້າຍ, ທ່ານ​ສົມ​ຈິດ​ກ່າວ​ວ່າ, ຄຳ​ຖະ​ແຫລ​ງການ​ຄຸນ​ມິ​ງທີ່​ຜ່ານ​ຮັບ​ຮອງ​ໃນ​ກອງ​ປະຊຸມ​ເທື່ອ​ນີ້​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ຕໍ່ການຊຸກ​ຍູ້​ການ​ຮ່ວມ​ມື​ແລະ​ການພັດທະນາລະຫວ່າງ​ອະນຸ​ພາກພື້ນ​ແມ່​ນ້ຳຂອງ. (ອັດ​ສຽງ 3)