ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-14 17:50:06    
ລັດຖະ​ບານ​ຍີ່​ປຸ່ນ​ມີ​ໜ້າ​ທີ່​ທີ່​ປັດ​ປ່າຍ​ບໍ່​ໄດ້​​ໃນ​ເລື່ອງ​ທ້ອງ​ຖິ່ນ​ຍີ່​ປຸ່ນ​ເລືອກ​ໃຊ້​ແບບ​ຮຽນ​ປະ​ຫວັດ​ສາດ​ຂອງ​ພວກ​ປີກ​ຂວາ

cri Author: li
ຕາມ​ຂ່າວ CRI: ​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຈຶ້ນຢູ່​ປັກ​ກິ່ງ​ໃນ​ວັນ​ທີ 14 ກໍລະກົດ ທ່ານ​ລິວ​ຈ້ຽນ​ຊ່າວ ​ໂຄສົກ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຊີ້​ອອກ​ວ່າ, ລັດຖະບານ​ຍີ່ປຸ່ນ​ມີໜ້າ​ທີ່​ທີ່ປັດ​ປ່າຍ​ບໍ່​ໄດ້​ຕໍ່​ເລື່ອງ​ທ້ອງ​ຖິ່ນ​ຍີ່​ປຸ່ນ​ເລືອກ​ໃຊ້​ແບບຮຽນ​ປະຫວັດສາດ​ຂອງ​ພວກ​ປີກ​ຂວາ.

ຂ່າວ​ແຈ້ງວ່າ,ຫວ່າງ​ມໍ່ໆ​ນີ້ ອົງການ​ປົກຄອງ​ເມືອງ​ໂອ​ທາ​ວາ​ຣາ​ແຂວງ​ໂທ​ຊີ​ກີ​ຍີ່ປຸ່ນ​ໄດ້​ເລືອກ​ເອົາ​ແບບຮຽນ​ສະບັບ​ໃໝ່​ທີ່​ອົງການ​ຈັດຕັ້ງ​ປີກ​ຂວາ​ຮຽບຮຽງ​ນັ້ນ​ເປັນ​ແບບຮຽນ​ປະຫວັດສາດ​ຂອງ​ໂຮງຮຽນ​ມັດທະຍົມ​ເມືອງ​ດັ່ງກ່າວ. ​ໃນ​ເວລາ​ທ່ານ​ລິວ​ຈ້ຽນຊ່າວ​ຕອບ​ຄຳ​ຖາມ​ທີ່​ກ່ຽວຂ້ອງ​ຂອງ​ນັກ​ຂ່າວ​ນັ້ນ ທ່ານ​ເວົ້າວ່າ,​ແບບຮຽນ​ປະຫວັດສາດ​ຂອງ​ພວກປີກ​ຂວາ​ຍີ່​ປຸ່ນອອກ​ແຮງ​ປັດ​ປ່າຍ​ໜ້າ​ທີ່​ຮັບຜິດຊອບ​ທາງ​ການ​ເມືອງ​ແລະ​ສິນ​ທຳ​ຕໍ່​ສົງຄາມ​ຮຸກ​ຮານ​ທີ່​ຍີ່​ປຸ່ນຄວນ​ຫາບ​ແບກ,​ຈົນກະທັ້ງ​ໄຝ່ຝັນ​ພິກ​ປິ້ນຄະດີ​ປະຫວັດ​ຮຸກ​ຮານ. ​​ເອົາ​ແບບ​ຮຽນ​ແນວ​ນີ້ມາ​ສອນ​ນັກຮຽນ​ຍ່ອມ​ຈະ​ພາຊາວ​ໜຸ່ມ​ເຍົາວະ​ຊົນຍີ່​ປຸ່ນ​ໄປ​ທາງ​ຜິດແລະ​ເບື່ອ​ເມົາຢ່າງ​ໜັກ​ໜ່ວງ.