ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-14 18:34:56    
ອາ​ຊຽນກັບ​ຈີນ,ຍີ່​ປຸນ​ແລະ​ສ.​ເກົາ​ຫຼີ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັນ​ດ້ານ​ພະ​ລັງ​ງານ

cri Author: ສຣ
ຕາມ​ຂ່າວ CRI: ວັນ​ທີ 13 ກໍລະກົດ ຢູ່​ຊຽມຊຽບ​ແຫ່ງ​ກຳປູ​ເຈຍ ​ໄດ້​ໄຂ​ກອງ​ປະຊຸມ​ລັດຖະ​ມົນຕີ​ພະລັງງານ​ຂອງ​ອາ​ຊຽນ​ຄັ້ງທີ 23 ​ແລະ​ກອງ​ປະຊຸມ​ລັດຖະມົນຕີ​ພະລັງງານ​ຂອງ​ອາ​ຊຽນກັບ​ຈີນ,ຍີ່​ປຸ່ນ​ແລະ​ສ.​ເກົາຫຼີ​ຄັ້ງທີ​ສອງ.

ຫົວ​ຂໍ້​ສຳຄັນ​ຂອງ​ກອງ​ປະຊຸມ​ແມ່ນ​ເສີມ​ຄວາມ​ໜັກ​ແໜ້ນ,​ຄວາມປອດ​ໄພ​ແລະຄວາມ​ສືບ​ເນື່ອງ​ຂອງ​ພະລັງງານ. ບັນດາ​ລັດຖະມົນຕີ​ທີ່​ຮ່ວມ​ປະຊຸມ​ເປັນ​ເອກະສັນ​ກັນ​ເຫັນ​ວ່າ,​ເພື່ອ​ຮັບ​ມື​ກັບ​ລາຄາ​ນ້ຳມັນ​ເຊື້ອ​ໄຟ​ທີ່​ຖີບ​ສູງ​ຂຶ້ນ​ຢ່າງຕໍ່​ເນື່ອງ,​ບັນດາ​ປະ​ເທດ​ຕ້ອງ​ສ້າງ​ສະພາບ​​ແວດ​ລ້ອມ​ການ​ລົງທຶນ​ທີ່​ດີກ​ວ່າ​ເກົ່າ​ໃນ​ຂະ​ແໜງ​ການ​ພະລັງງານ​ຂອງ​ພາກ​ພື້ນ,​ແລະ​ຊຸກ​ຍູ້​ໃຫ້​ພະ​ແນ​ກຂອງ​ລັດ​ແລະ​ຂອງ​ເອກະ​ຊົນ​ຮ່ວມ​ມື​ກັນ​ໃນ​ດ້ານ​ບຸກ​ເບີກ​ນຳ​ໃຊ້​ພະລັງ​ຕາ​ເວັນ​ແລະ​ພະລັງງານ​ອື່ນໆ.

ບັນດາ​ລັດຖະມົນຕີ​ທີ່​ຮ່ວມ​ປະຊຸມ​ຍັງ​ກ່າວ​ວ່າ,ຈະ​ຢູ່​ໃຕ້​ຂອບ​ຮ່ວມ​ມື​ພະລັງງານ​ຂອງ​ອາ​ຊຽນ​ແລະ​ຈີນ,ຍີ່​ປຸ່ນ,ສ.​ເກົາຫຼີ,ຜ່ານ​ຈາກ​ການ​ຮ່ວມ​ມື​ໂດຍ​ທົ່ວ​ໄປ,ຫຼຸດຜົນ​ສະທ້ອນ​ຕໍ່​ການ​ເຕີບ​ໂຕ​ທາງ​ເສດ​ຖະກິດ​ຍ້ອນ​ຕົ້ນທຶນ​ພະລັງງານ​​ເພີ່ມ​ຂຶ້ນ,ພ້ອມ​ກັນນັ້ນ ຕ້ອງ​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​​ແຟ້ນ​ໃນ​ດ້ານ​ຮັກສາ​ຄວາມ​ໜັກ​ແໜ້ນ​ຂອງ​ຕະຫຼາດ​ພະລັງງານ.