ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-14 20:49:18    
ການ​ສອບ​ເສັງ​ລະ​ດັບ​ພາ​ສາ​ຈີນ​(HSK)​ໝາຍ​ຄວາມ​ວ່າ​ແນວ​ໃດ?

cri Author: li
ການ​ສອບ​ເສັງ​ລະດັບ​ພາສາ​ຈີນ​(HSK)​ແມ່ນ​ການ​ສອບເສັງ​ຕ່າງໆ​​ເພື່ອ​ກວດ​ສອບ​ລະດັບ​ພາສາ​ຈີນ​ຂອງ​ຜູ້​ທີ່​ພາສາ​​ແມ່​ບໍ່​ແມ່ນ​ພາສາ​ຈີນ. ກວດ​ສອບຄວາມ​ສາມາດ​ຂອງ​ນັກ​ຮຽນ​ໃນ​ການໃຊ້​ພາສາ​ຈີນ​ແລກປ່ຽນ​ແລະ​ທຳ​ຄວາມ​ເຂົ້າ​ໃຈກັນ​ໃນ​ສະພາບ​ຕ່າງໆ​ເຊັ່ນ​ຮ່ຳຮຽນ​ໃນ​ໂຮງຮຽນ​ຫຼື​ເຮັດ​ວຽກ​ຢູ່​ອົງການ​ລັດຖະບານ,ວິ​ສາ​ຫະກິດ​ແລະ​ອົງການ​ອື່ນໆ. ​HSK ​ແມ່ນ​ຊື່​ຫຍໍ້​ຂອງ​ຕົວ​ອັກສອນ​ຜັນ​ສຽງ​ຈີນວ່າ Hanyu ​Shuiping​ Kaoshi.

ປັດຈຸບັນ HSK ​ໄດ້​ມີ​ການ​ສອບ​ເສັງ​ຕ່າງໆ​ເຊັ່ນ​ພື້ນ​ຖານ,ຊັ້ນຕົ້ນ​ຊັ້ນກາງ,​ຊັ້ນສູງ,​ເດັກນ້ອຍ,​ການ​ຄ້າ,​ເລຂາ​ແລະ​ການ​ທ່ອງທ່ຽວ,ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ການ​ກວດສອບ​ລະດັບ​ພາສາ​ຈີນ​ໃນ​ຂອບ​​ເຂດ​ທົ່ວ​ໂລກ​ຢ່າງຮອບດ້ານ.

ການ​ສອບ​ເສັງ​ພື້ນ​ຖານ,ຊັ້ນຕົ້ນ,ຊັ້ນກາງ​ແລະ​ຊັ້ນສູງ​ແມ່ນ​ເຊື່ອມ​ຕໍ່​ກັນ​ໃນ​ລະດັບ​ຊັ້ນ. ​ໃຊ້​ມາກ​ວດກາ​ຜູ້​ຫາ​ກໍ່​ຮຽນ​ພາສາ​ຈີນ​​ແລະ​ຜູ້​ທີ່​ມີ​ລະດັບ​ພາສາ​ຈີນຊັ້ນກາງ​ແລະ​ຊັ້ນ​ສູງ,ສະໜອງ​ຫຼັກອ້າງ​ອີງ​ໃຫ້​ແກ່​ໂຮງຮຽນ​ທີ່​ກ່ຽວຂ້ອງ​ແລະ​ອົງການ​ໃຊ້​ຄົນ​; ການ​ສອ​ບ​ເສັງ​ເດັກນ້ອຍ​​ແມ່ນ​ກວດ​ສອບ​ເດັກນ້ອຍ ​15 ປີ​ລົງ​ລຸ່ມ​ທີ່​ຮຽນ​ພາສາ​ຈີນ​; ການ​ສອບ​ເສັງ​ດ້ານ​ການ​ຄ້າ,​ເລຂາ​ແລະ​ການ​ທ່ອງທ່ຽວ​ປະກອບ​ເປັນ​ການ​ສອບ​ເສັງ​ລະດັບ​ພາສາ​ຈີນ​ອາຊີບ,​ສຳຄັນ​ແມ່ນຮັບ​ໃຊ້​ອົງການ​ໃຊ້​ຄົນ​ໃນ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ,​ສະໜອງ​ຫຼັກອ້າງ​ອີງ​ໃນ​ດ້ານ​ຕົກລົງ​ຮັບ​ສະໝັກ,​ເລືອກ​ເຟັ້ນ​ແລະ​ອົບຮົມ​ບຸກຄະລາ​ກອນ

ການ​ສອບ​ເສັງພື້ນຖານ,ຊັ້ນຕົ້ນ,ຊັ້ນກາງ​ແລະ​ຊັ້ນສູງ​ແມ່ນ​ການ​ສອບ​ເສັງ​ຫຼັກ,ການ​ສອບ​ເສັງ​ເດັກ​ນ້ອຍ,ການ​ຄ້າ,​ເລຂາ​ແລະ​ການທ່ອງ​ທ່ຽວ​ແມ່ນ​ການ​ສອບ​ເສັງ​ສາຂາ​ລາຍ​ສະ​ເພາະ. ການ​ສອບ​ເສັງ​ສາຂາ​ລາຍ​ສະ​ເພາະ​ແມ່ນ​ການ​ກວດ​ສອບ​ລະດັບ​ພາສາ​ຈີນ​ແບບ​ໃໝ່​ບົນ​ພື້ນຖານ​ການ​ສອບ​ເສັງ​ຫຼັກ​ເພື່ອ​​ໃຫ້​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ສະພາບ​ຂະຫຍາຍ​ຕົວ​ຂອງ​ພາສາ​ຈີນ​​ໃນ​ໂລກ​ແລະ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຊຸມຊົນ​ຜູ້​ສອບ​ເສັງ​ທີ່​ຕ່າງ​ກັນ. ​ລະຫວ່າງ​ການ​ສອບ​ເສັງ​ຫຼັກ​ກັບ​ການ​ສອບ​ເສັງ​ສາຂາ​ລາຍ​ສະ​ເພາະ​ມີ​ອີງ​ອາ​ໄສ​ກັນ ທັງ​ເປັນ​ອິດສະຫຼະ​ແລະ​ຕ່າງ​ຕາບ​ຈູນກັນ. ການ​ສອບ​ເສັງ​​ຕ່າງໆ​ລ້ວນ​ແຕ່​ຄົ້ນຄວ້າ​ຈັດ​ວາງ​ຕາມ​ມາດຖານ​ທີ່​ເປັນ​ເອກະ​ພາບ​ກັນ.

ພຶດຕິ​ກຳ​ແລະ​ການ​ພັດທະນາ​ເປັນ​ເວລາ 20 ປີ​ເຮັດ​ໃຫ້ HSK​ມີ​ຈຸດພິ​ເສດ​ແລະ​ທ່າ​ແຮງ​ທີ່​ແຈ່ມ​ແຈ້ງ. HSK ​ໄດ້​ກາຍ​ເປັນ​ມາດຖານ​ອັນ​ດັບ​ໜຶ່ງ​ໃນ​ການ​ກວດສອບ​ລະດັບ​ພາສາ​ຈີນ,​ຖືກ​ນຳໃຊ້​ຢ່າງ​ຫຼວງ​ຫຼາຍ​ໃນ​ໂລກ​. ນັບ​ມາ​ຮອດ​ທ້າຍ​ປີ 2004 ​ໄດ້​ມີ​ນັກຮຽນ​ຕ່າງ​ປະ​ເທດ 4 ​ແສນ​ກວ່າ​ຄົນ​ເຂົ້າຮ່ວມ​ການ​ສອບ​ເສັງ​ລະດັບ​ພາສາ​ຈີນ.