|
|
(GMT+08:00)
2005-07-14 21:14:40
|
|
ທ້າວວາງເຈິ້ງ ນັກປະພັນເຍົາວະຊົນຂອງຈີນ
cri
Author: li
ໃນຫລາຍປີມານີ້, ໄດ້ປະກົດມີນັກປະພັນເຍົາວະຊົນຫລາຍຄົນ, ນີ້ໄດ້ກາຍເປັນປະກົດການພິເສດຂອງຈີນ. ນັກປະພັນເຍົາວະຊົນເຫຼົ່ານີ້ສ່ວນຫລາຍເອົາການເຕີບໃຫຍ່ໃນຍາມສອນບ່ານສອນສາວຂອງນັກຮຽນ ຫລືຂຽນນິທານເພີ້ຝັນ ເປັນເນື້ອໃນຕົ້ນຕໍ.
ໃນວົງການວັດທະນະທຳຈີນ, ຖ້າກ່າວເຖິງທ່ານວາງຊື້ຊຽງ ອາຍຸ 90 ກວ່າປີແລ້ວ, ໃຜໆກໍຮູ້ຈັກໝົດ. ທ່ານວາງຊື້ຊຽງມີຊື່ລືນາມຢູ່ພາຍໃນປະເທດຈີນແລະຕ່າງປະເທດຍ້ອນຄົ້ນຄວ້າເຟີນີເຈີບູຮານຈີນແລະວັດທະນະທຳຮີດຄອງປະເພນີປະຊາຊົນຈີນ, ທ້າວວາງເຈິ້ງ ອາຍຸ 15 ປີກໍແມ່ນຫລານຂອງທ່ານວາງຊື້ຊຽງ. ແຕ່ວ່າ, ທ້າວວາງເຈິ້ງບໍ່ແມ່ນມີຊື່ສຽງຍ້ອນພໍ່ປູ່, ຫາກແມ່ນຍ້ອນນະວະນິຍາຍພິສະດານທີ່ນ້ອງຂຽນເອງຊື່ວ່າ: ຊວງເຟີຍລູ້.
ທ້າວວາງເຈິ້ງແມ່ນນັກຮຽນໂຮງຮຽນມັດທະຍົມຫຼັງໜຶ່ງຢູ່ປັກກິ່ງ. ຍ້ອນຖືກຜົນສະທ້ອນຈາກຄອບຄົວ, ແຕ່ເຂົ້າໂຮງຮຽນປະຖົມເປັນຕົ້ນມາ, ນ້ອງກໍເລີ່ມອ່ານໜັງສືບູຮານຈາກຄອບຄົວຂອງລາວທີ່ຊື່ວ່າະເທດຍ້ອນສຽງຂອງຈີນຢ່າງຫລວງຫລາຍ, ການອ່ານໜັງສືໄດ້ກາຍເປັນຄວາມຊິນເຄີຍຂອງນ້ອງແລະໄດ້ຮັກສາຈົນຮອດປັດຈຸບັນ. ທ້າວວາງເຈິ້ງເວົ້າວ່າ:
"ເວົ້າໄດ້ວ່າ, ຂ້ອຍໄດ້ອ່ານໜັງສືຊູ່ມື້, ອ່ານມື້ລະ 4-5 ຊົ່ວໂມງ. ຂ້ອຍອ່ານໜັງສືຫລາຍປານນີ້, ແມ່ນຍ້ອນພໍ່ເພີ່ນພາອ່ານ, ສ່ວນແມ່ຂ້ອຍແມ່ນປ່ອຍໃຫ້ເຮັດຕາມໃຈ, ຂ້ອຍອ່ານໜັງສືກໍໄດ້, ບໍ່ອ່ານກໍຢ່າ, ທະແນມແຕ່ຂ້ອຍມ່ວນຊື່ນ, ແມ່ກໍສະໜັບສະໜູນໂລດ."
ທ້າວວາງເຈິ້ງມັກອ່ານນະວະນິຍາຍບູຮານຈີນທີ່ມີຊື່ສຽງຄືເລື່ອງ"ຄວາມຝັນໃນວິມວນແດງ", ແລະກໍຍັງມັກອ່ານບົດປະພັນຂອງນາງຈ່າງອ້າຍຫຼິງແລະນາງສົງຢາວ ນັກປະພັນສະໄໝປັດຈຸບັນ. ນະວະນິຍາຍເຫຼົ່ານີ້ໄດ້ຮັບຄວາມນິຍົມຈາກຜູ້ອ່ານແມ່ນຍ້ອນໄດ້ວາດພາບເລື່ອງຄວາມຮັກ. ເມື່ອເຂົ້າໂຮງຮຽນມັດທະຍົມແລ້ວ, ທ້າວວາງເຈິ້ງເລີ່ມອ່ານນະວະນິຍາຍນັກດາບຢ່າງຫລວງຫລາຍ, ແລະຄ່ອຍໆເກີດມີຄວາມຄິດຢາກແຕ່ງນະວະນິຍາຍນັກດາບເອົາເອງ. ທ້າຍປີ 2004, ເມື່ອໄດ້ທຳຄວາມພະຍາຍາມເກືອບປີໜຶ່ງແລ້ວ, ນະວະນິຍາຍນັກດາບເລື່ອງຍາວຂອງທ້າວວາງເຈິ້ງຄື"ຊ່ວງເຟີ່ຍລູ້"ກໍໄດ້ພິມຈຳໜ່າຍຢ່າງເປັນທາງການ. ສຳນວນຄວາມເວົ້າແລະວິທີເລົ່າເລື່ອງທີ່ມີຈຸດພິເສດໃນນະວະນິຍາຍເຮັດໃຫ້ຄົນຕ້ອງເບິ່ງນັກປະພັນນ້ອຍຜູ້ນີ້ດ້ວຍສາຍຕາໃໝ່.
ນະວະນິຍາຍ"ຊ່ວງເຟີ່ຍລູ້"ໄດ້ອຸປະໂຫຼກເລື່ອງນັກດາບທີ່ເກີດຂຶ້ນໃນສະຕະວັດທີ 13, ນອກຈາກໄດ້ວາດພາບການສູ້ລົບຕົບຕີຂອງນັກດາບແລ້ວ, ຍັງມີການວາດພາບອາລົມຈິດເລື່ອງບ່າວສາວຢ່າງຫລວງຫລາຍ. ໃນນະວະນິຍາຍ, ໄດ້ໃຊ້ຄຳເວົ້າບູຮານຢ່າງຫລວງຫລາຍ, ໃນສຳນວນແລະການໃຊ້ສັບແມ່ນຫຼ່ຽນໄຫຼທຳມະຊາດ, ຄົນທັງຫລາຍຈົນບໍ່ເຊື່ອວ່າ, ນີ້ແມ່ນແຕ່ງໂດຍເຍົາວະຊົນທີ່ອາຍຸພຽງ 15 ປີ. ແຕ່ທ້າວວາງເຈິ້ງພັດຖ່ອມຕົວຫລາຍ. ນ້ອງເວົ້າວ່າ:
"ໃນດ້ານແຕ່ງບົດ, ຂ້ອຍອາດຈະຕ່າງກັນກັບຄົນໄວດຽວກັນ, ເລື່ອງທີ່ຂ້ອຍແຕ່ງນັ້ນ, ອາດຈະພິເສດແດ່ໃນນະວະນິຍາຍນັກດາບ, ເພາະວ່າໄດ້ມີການວາດພາບຄວາມຮັກບ່າວສາວຢ່າງຫລວງຫລາຍ. ເວົ້າສຳລັບຂ້ອຍແລ້ວ, ຂ້ອຍບໍ່ເຄີຍມີປະສົບການຄວາມຮັກຈັກເທື່ອ. ການບັນລະຍາຍແລະຄວາມເຂົ້າໃຈຄວາມຮັກຂອງຂ້ອຍ, ອາດເວົ້າໄດ້ວ່າແມ່ນຄວາມເຂົ້າໃຈຂອງຂ້ອຍພາຍຫລັງທີ່ໄດ້ອ່ານໜັງສືຫລາຍໆເຫຼັ້ມແລ້ວ."
ທ້າວວາງເຈິ້ງເວົ້າວ່າ, ໃນນະວະນິຍາຍຂອງນ້ອງ, ເນື້ອໃນທີ່ນ້ອງຢາກສະແດງທີ່ສຸດນັ້ນແມ່ນຄວາມຮັກແທ້ແລະຄວາມເສລີ. ນະວະນິຍາຍຂອງທ້າວວາງເຈິ້ງຄືເລື່ອງຜູ້ໃຫຍ່ຂຽນ, ນ້ອງຫວັງໃຫ້ຜູ້ອ່ານມັກອ່ານ ເອົາໃຈໃສ່ນຳສິ່ງທີ່ນ້ອງປະພັນ, ທັງຕີລາຄາໜັງສືເຫຼັ້ມນີ້ດ້ວຍມາດຖານທົ່ວໄປໃນສັງຄົມ, ເພາະວ່ານັກປະພັນຕ່າງກັນ, ບໍ່ວ່າອາຍຸນ້ອຍຫຼືໃຫຍ່, ອາດຈະຂຽນເນື້ອໃນດຽວກັນໄດ້. ນ້ອງບໍ່ຫ່ອນຈະແຕ່ງເລື່ອງສຳລັບຜູ້ອ່ານຮຸ້ນດຽວກັນໂດຍຈຳເພາະ.
ຍ້ອນແຕ່ງນະວະນິຍາຍ, ການຮຽນຂອງທ້າວວາງເຈິ້ງຖືກຜົນກະທົບບໍ່ແມ່ນຄ່ອຍ. ຕໍ່ເລື່ອງນີ້, ຄອບຄົວແລະຄູຂອງທ້າວວາງເຈິ້ງແມ່ນອະໄພໃຫ້, ທ້າວວາງເຈິ້ງເອງກໍມີຈິດໃຈສະຫງົບ. ນ້ອງເວົ້າວ່າ:
"ໃນຖານເປັນຄົນທຳມະດາຜູ້ໜຶ່ງ, ຄັນຢາກເຮັດໃຫ້ດີທຸກດ້ານ, ແມ່ນເປັນໄປບໍ່ໄດ້. ປັດຈຸບັນ, ຂ້ອຍແຕ່ງນະວະນິຍາຍ, ບໍ່ແມ່ນແຕ່ງຊົ່ວຄາວທໍ່ນັ້ນ, ການແຕ່ງນະວະນິຍາຍອາດຈະເປັນອາຊີບຂອງຂ້ອຍ, ຫຼືອາດຈະເປັນພາລະກິດຂອງຂ້ອຍກໍວ່າໄດ້. ສະນັ້ນ, ຕໍ່ສິ່ງທີ່ມີປະໂຫຍດທີ່ສຸດ ຕໍ່ຊີວິດຂອງຂ້ອຍໃນພາຍໜ້າ, ແລະອາດຈະກາຍເປັນພາລະກິດຂອງຂ້ອຍນັ້ນ, ທຳມະດາແລ້ວ, ຂ້ອຍກໍຕ້ອງທຸ່ມເທນ້ຳເຫື່ອນ້ຳແຮງໄປເຮັດ. ແຕ່ແນ່ນອນແລ້ວ, ວຽກອື່ນຂ້ອຍກໍຕ້ອງເອົາໃຈໃສ່ຄືກັນ."ທ້າວວາງເຈິ້ງເວົ້າວ່າ, ນ້ອງພວມແຕ່ງຊຸມນຸມບົດປະກິດນະກະຄະດີ, ຍັງຢາກລອງແຕ່ງວັນນະຄະດີເພີ້ຝັນ, ຄວາມຝັນໃນພາຍໜ້າແມ່ນຢາກເປັນນັກປະພັນອາຊີບ, ແນ່ນອນແລ້ວ, ການຮ່ຳຮຽນໃນໂຮງຮຽນ, ນ້ອງກໍຈະພະຍາຍາມຮຽນໃຫ້ດີ.
|
|
|