ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-15 10:28:24    
ກອງ​ທະ​ຫານ​ປ້ອງ​ກັນ​ຄວາມ​ປອດ​ໄພ​ປາ​ເລັສ​ຕິນ​ແລະ​ອົງ​ການ​ຮາ​ມາສ​ໄດ້​ປະ​ທະ​ກັນ​ຢ່າງ​ນອງ​ເລືອດ​ຢູ່​ກາ​ຊາ

cri Author: q
ຕາມ​ຂ່າວCRI,ວັນ​ທີ14​ກໍລະກົດ,ກອງ​ທະຫານ​ປ້ອງ​ກັນ​ຄວາມ​ປອດ​ໄພ​ປ​າ​ເລັສຕິນ​ແລະ​ອົງການ​ຮາ​ມາສ​ໄດ້​ປະ​ທະ​ກັນ​ຢູ່​ພາກ​ເໜືອ​ແຖບ​ກາຊາ,ສະມາຊິກ​ອົງການ​ຮາ​ມາສ5ຄົນ​ຖືກ​ບາດ​ເຈັບ.

ໃນ​ມື້​ດຽວ​ກັນ,ສະມາຊິກ​ກອງ​ປ້ອງ​ກັນ​ຄວາມ​ປອດ​ໄພ​ປະຈຳ​ພາກ​ເໜືອ​ແຖ​ບກາ​ຊາກ​ອງ​ໜຶ່ງ​ໄດ້​ພົບ​ເຫັນ​ສະ​ມາ​ຊິກ​ອົງ​ການ​ຮາ​ມາສ​ຫຼາຍ​ຄົນ​ກຽມ​ຈະ​ຍິງ​ລູກ​ສອນ​ໄຟ​ໃສ່​ພາກ​ໃຕ້​ອິສຣາ​ແອນ,​ເລີຍ​​ໄປ​ສະ​ກັດ​ກັ້ນ.​ພາຍ​ລຸນ​ມາ,ສອງ​ຝ່າຍ​ໄດ້​ຍິງ​ໃສ່​ກັນ​ຢ່າງ​ດຸ​ເດືອດ.​ຖັດ​ຈາກ​ນັ້ນ,​ທ່ານ​ຢູ​ເຊັຟ ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ​ປ​າ​ເລັສຕິນ​ໄດ້​ພົບ​ປະ​ທ່ານ​ອັບ​ບັສ ປະ​ທ່ານ​ອົງ​ການ​ອຳ​ນາດ​ແຫ່ງ​ຊາ​ດປາ​ເລັສ​ຕິນ​ໂດຍ​ດ່ວນ,​ປະ​ກາດ​ຈະ​ເພີ່ມ​ທະວີ​ການ​ຈັດ​ວາງ​ທາງ​ການ​ທະ​ຫານ​ຢູ່​ພາກ​ເໜືອ​ແຖບ​ກາ​ຊາ,​ແລະ​ສັ່ງ​ໃຫ້​ກອງ​ທະ​ຫານ​ປ້ອງ​ກັນ​ຄວາມ​ປອດ​ໄພ​ແລະ​ກອງ​ຕຳ​ຫຼວດ​ປາ​ເລັສ​ຕິນ​ເຂົ້າ​ສູ່​ສະ​ພາ​ວະ​ລັດ​ມັດ​ລະ​ວັງ​​ໃນ​ລະ​ດັບ​ສູງ​ສຸດ.

ວັນ​ທີ14​ກໍລະກົດ,ທ່ານ​ຊາ​ລອນ ນາຍົກລັດຖະມົນຕີອິສຣາ​ແອນ​ກ່າວ​ວ່າ,ຖ້າວ່າ​ພາຍ​ຫຼັງ​ອິສຣາ​ແອນ​ສຳ​ເລັດ​ການ​ເຄື່ອນ​ໄຫວ​ຖອນ​ທະຫານ​ແຕ່​ຝ່າຍ​ດຽວ​​ແລ້ວ,ຝ່າຍ​ປາ​ເລັສ​ຕິນ​ສາ​ມາດ​ສະ​ກັດ​ກັ້ນ​ການ​ຫຼອນ​ໂຈມ​ຕີ​ຕ້ານ​ອິສຣາ​ແອນ​​ໄດ້ຢ່າງ​ເຖິງ​ຖອງ,ທ່ານ​ກໍ​ກຽມ​ປະ​ຕິ​ບັດ​ແຜນ​ການ​ເສັ້ນ​ທາງ​ສັນ​ຕິ​ພາບ​ຕາ​ເວັນ​ອອກ​ກາງ.