ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-15 18:07:14    
ຄ້າຍ​ພັກ​ແຮມ​ລະ​ດູ​ຮ້ອນ​ຊາວ​ໜຸ່ມ​ພີ່​ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ພັນ​ຄົນ​ສິ້ນ​ສຸດ​ການ​ເຄື່ອນ​ໄຫວ​ຢູ່​ປັກ​ກິ່ງ

cri Author: li
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 15 ກໍລະກົດ ຄ້າຍ​ພັກ​ແຮມ​ລະດູ​ຮ້ອນ​ຊາວ​ໜຸ່ມ​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ພັນ​ຄົນຂອງ​ສະຫະພັນ​ມິດຕະພາບ​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ທົ່ວ​ປະ​ເທດ​ຈີນ​ໄດ້​ສິ້ນສຸດ​ການ​ເຄື່ອນ​ໄຫວ​​ໃນ​ໄລຍະ​ຢູ່​ທີ່​ປັກ​ກິ່ງ. ຫຼັງຈາກ​ນັ້ນ ສະມາຊິກ​ຄ້າຍພັກ​ແຮມ​ຈະ​ແບ່ງ​ເປັນ 26 ຄ້າຍ​ສາຂາ​​ຢ້ຽມຢາມ​ແຫ່ງ​ຕ່າງໆ​ໃນ​ແຜ່ນດິນ​ໃຫຍ່​ປະ​ເທດ​ຊາດຕໍ່​ໄປ.

​ໃນ​ໄລຍະ​ຢູ່​ປັກ​ກິ່ງ,ສະມາຊິກ​ຄ້າຍພັກ​ແຮມ​ທີ່​ມາ​ຈາກ​ເກາະ​ໄຕ້​ຫວັນ​ແລະ​ສະມາຊິກ​ຄ້າຍ​ທີ່​ມາ​ຈາກ​ເຂດ​ພິ​ເສດ​ຮົງ​ກົງ​ແລະ​ຕ່າ​ງປະ​ເທດ​ພ້ອມ​ດ້ວຍ​ນັກຮຽນ​ໄຕ້​ຫວັນ​ທີ່​ຮຽນ​ຢູ່​ແຜ່ນດິນ​ໃຫຍ່​ໄດ້​ໄປ​ທ່ຽວ​ຊົມ​ປູຊະນີຍະ​ສະຖານ​ຕ່າງໆ​ເຊັ່ນ​ພະ​ລາຊະ​ວັງ​ກູ້​ກົ່ງ,ສວນ​ອີ້​ເອີ​ຢວນ​ແລະ​ກຳ​ແພງ​ເມືອງ​ຈີນ​​ເປັນຕົ້ນ​ໄດ້​ໄປ​ຊົມ​ຂົວ​ລູ​​ໂກ່​ວ​ແລະ​ຫໍ​ລະ​ລຶກ​ສົງຄາມ​ປະຊາຊົນ​ຈີນ​ຕໍ່ຕ້ານ​ຍີ່​ປຸ່ນ,​​ໄປ​ໂອ້​ລົມກັບ​ຊາວ​ໜຸ່ມນັກ​ສຶກສາ​ແຜ່ນດິນ​ໃຫຍ່​ຢູ່​ມະຫາ​ວິທະຍາ​ໄລ​ປັກ​ກິ່ງ,ມະຫາ​ວິທະຍາ​ໄລ​ຊິ່ງຮວາ​ແລະ​ມະຫາ​ວິທະຍາ​ໄລ​ປະຊາຊົນ​ຈີນ,ຍັງ​ໄດ້​ເຂົ້າຮ່ວມ​ການ​ເຄື່ອນ​ໄຫວ"​ເກາະ​ແຂນ​ອະ​ນາ​ຄົດ,​ເກາະ​ແຂນ​ຄວາມ​ຫວັງ--​ງານ​ມະ​ໂຫລະ​ສົບນັກ​ສຶກສາ 4 ພັນ​ຄົນ​ຂອງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ".