|
 |
(GMT+08:00)
2005-07-15 18:11:43
|
"ເຂດເມືອງປະຫວັດສາດມາກາວ"ຖືກຈັດເຂົ້າໃນ"ສາລະບານມໍລະດົກໂລກ"
cri
Author: li
ຕາມຂ່າວ CRI: ວັນທີ 15 ກໍລະກົດ ກອງປະຊຸມມໍລະດົກໂລກຄັ້ງທີ 29 ທີ່ໄຂຂຶ້ນຢູ່ເດີບັນແຫ່ງອາຟຼິກາໃຕ້ຕົກລົງວ່າ,ຈັດເອົາ"ເຂດເມືອງປະຫວັດສາດມາກາວ"ຂອງຈີນເຂົ້າໃນ"ສາລະບານມໍລະດົກໂລກ"ຂອງອົງການຢູເນັສໂກສະຫະປະຊາຊາດ. ນັບມາຮອດນີ້ ຈີນໄດ້ມີ 31 ບ່ອນຖືກຈັດເຂົ້າໃນມໍລະດົກທຳມະຊາດແລະວັດທະນະທຳໃນສາລະບານດັ່ງກ່າວແລ້ວ.
"ເຂດເມືອງປະຫວັດສາດມາກາວ"ແມ່ນຄຸ້ມຖະໜົນປະຫວັດສາດທີ່ຖືເຂດເມືອງເກົ່າຂອງມາກາວເປັນໃຈກາງ,ລວມທັງເຄຫະສະຖານປະຫວັດສາດ 20 ກວ່າບ່ອນເຊັ່ນປະຕູໂຂງຕ້າຊ່ານປາເປັນຕົ້ນ. ເຂດເມືອງດັ່ງກ່າວແມ່ນແກ້ວພະລຶກຂອງວັດທະນະທຳຈີນແລະຝ່າຍຕາເວັນຕົກທີ່ແລກປ່ຽນແລະຕາບຈູນກັນຢູ່ມາກາວເປັນເວລາ 400 ກວ່າປີ.
|
|
|