ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-15 20:14:53    
ຈີນ​ຕັ້ງ​ໜ້າ​ຍົກ​ຄວາມ​ສາ​ມາດ​ຄົ້ນ​ຄວ້າ​ຜະ​ລິດ​ຢຸກ​ປາ​ໃໝ່​ໃຫ້​ສູງ​ຂຶ້ນ

cri Author: li
ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ດ້ານ​ສຸຂະພາບ​ຂອງ​ສາທາລະນະ​ຊົນ​ແລະ​ຄວາມ​ຕ້ອງການ​ຂອງ​ການ​ພັດທະນາ​ອຸດສາຫະກຳ​ຢຸກຢາ,​ໃນຫຼາຍປີ​ມາ​ນີ້ ຈີນ​ໄດ້​ເພີ່ມ​ຄວາມ​​ແຮງ​ເຂົ້າ​ໃນ​ການ​ສະໜັບ​ສະໜູນ​ການ​ຄົ້ນຄວ້າ​ແລະ​ພັດທະນາ​ຢຸກຢາ​ໃໝ່,ຢຸກຢາ​ໃໝ່​ສຳລັບ​ປົວ​ພະຍາດ​ສຳຄັນ​ງວດ​ໜຶ່ງ​ໄດ້​ຄົ້ນຄວ້າ​ຜະລິດ​ອອກ​ມາ​ແລ້ວ.

ການຄົ້ນຄວ້າ​ພັດທະນາ​ຢຸກຢາ​ແມ່​ນຂະ​ບວນການ​ທີ່​ສັບສົນ​ແລະ​ຍາວ​ນານ,ຕ້ອງການ​ເງິນ​ທຶນ​ຢ່າງ​ຫຼວງຫຼາຍ,​ອຸປະກອນ​ພ້ອມ​ດ້ວຍ​ພະນັກງານ​ຄົ້ນຄວ້າ​ທີ່​ມີ​ລະດັບ​ສູງ.

​ໃນ​ເວລາ​ຫາ​ກໍ່​ສະຖາປະນາ​ປະ​ເທດ​ຈີນ​ໃໝ່,ກຳລັງ​ແຫ່ງ​ຊາດ​ບອບ​ບາງ,​ເຕັກນິກ​ຫຼ້າຫຼັງ,​ເພື່ອ​ສຸຂະພາບ​ຂອງ​ສາທາລະນະ​ຊົນຫຼາຍ​ຮ້ອຍ​ລ້ານ​ຄົນ,ຈີນ​ໄດ້​ເດີນ​ຕາມ​ເສັ້ນທາງ​ລອກ​ແບບ​ໃນ​ດ້ານ​ພັດທະນາ​ຢຸກຢາ. ​ເມື່ອ​ເປັນ​ແນ​ວນີ້ ຈີນ​ຈຶ່ງ​ມີ​ຢຸກຢາ​ຫຼາຍ​ຢ່າງ​ສຳລັບ​ປິ່ນປົວ​ພະຍາດ​ທີ່​ມີ​ຄົນູ​ເປັນຫຼາຍ​ເຊັ່ນ​ຢາ​ຕ້ານ​ເຊື້ອ​ເປັນຕົ້ນ,ອັນ​ໄດ້​ຍົກ​ລະດັບ​ສຸກຂະພາບ​ຂອງ​ປະຊາຊົນ​ໃຫ້​ສູງ​ຂຶ້ນ.

​ໃນ 20 ກວ່າ​ປີ​ມາ​ນີ້ ​ເສດຖະກິດ​ຈີນ​​ໄດ້​ພັດທະນາ​ຢ່າງ​ສືບ​ເນື່ອງ​ແລະ​ວ່ອງ​ໄວ,ກຳລັງ​ແຫ່ງ​ຊາດ​​ແຂງ​ແຮງ​ຂຶ້ນຢ່າງ​ເດັ່ນ​ຊັດ,ວິທະຍາສາດ​ເຕັກນິກ​ກໍ​ໄດ້​ມີ​ຄວາມ​ກ້າວໜ້າ​ຢ່າງ​ມະຫາສານ, ​ໃຕ້​ສະຖານະ​ການ​ໃຫຍ່​ດັ່ງກ່າວ,ລັດຖະບານ​ຈີນນັບ​ມື້​ນັບ​ເອົາ​ໃຈ​ໃສ່​ນຳ​ວຽກ​ງານ​ຄົ້ນຄວ້າ​ພັດທະນາ​ຢຸກຢາ. ປີ 2000 ກະຊວງ​ວິທະ​ຍາສາດ​ເຕັກ​ໂນ​ໂລ​ຢີຈີນ​ໄດ້​ສ້າງຕັ້ງ​ໂຄງການ​ຄົ້ນຄວ້າ​ຢຸກຢາ​ໃໝ່ສຳຄັນ​ລາຍ​ຈຳ​ເພາະ​ຄື​,​ໄລຍະ​ປະຕິບັດ 5 ປີ. ທ່ານ​ວາງ​ສຽວ​ຟ່າງ​ ​ເຈົ້າໜ້າ​ທີ່​ກະຊວງ​ວິທະຍາສາດ​​ເຕັກ​ໂນ​ໂລ​ຢີຈີນ​ແມ່ນ​ຜູ້​ຮັບຜິດຊອບ​ຜູ້​ໜຶ່ງ​ຂອງ​ໂຄງການ​ຈຳ​ເພາະ​ດັ່ງກ່າວ,ທ່ານ​ແນະນຳ​ວ່າ:

"ຈຸດປະສົງ​ຂອງ​ການ​ສ້າງຕັ້ງ​ໂຄງການ​ຈຳ​ເພາະ​ດັ່ງກ່າວ​ແມ່ນ​ເພື່ອ​ສ້າງຕັ້ງ​ ໃນ​ເບື້ອງ​ຕົ້ນແລະ​ປົວ​ແປງ​ລະບົບ​ຄົ້ນຄວ້າ​ພັດທະນາ​ຢຸກຢາ​ໃໝ່​ຢ່າງ​ເປັນ​ເຈົ້າການ​ຂອງ​ຈີນ​,ພັດທະນາ​ຜະລິດ​ຕະພັນ​ໃໝ່ດ້ານ​ຢຸກຢາ​ທີ່​ມີ​ສິດ​ຊັບ​ສິນ​ທາງ​ປັນຍາ​ຂອງ​ຕົນ​ງວດ​ໜຶ່ງ,ຊຸກ​ຍູ້​ການ​ຄົ້ນຄວ້າ​ພັດທະນາ​ຢຸກຢາ​ໃໝ່​ຂອງ​ຈີນ​ຈາກ​ການ​ລອກ​​ແບບ​ຫັນ​ໄປ​ສູ່​ການ​ປະດິດ​ສ້າງ."

ຜູ້​ຮັບຜິດຊອບ​ຜູ້​ນີ້​ເວົ້າວ່າ,​ເພື່ອ​ປະຕິບັດ​ໂຄງການ​ຄົ້ນຄວ້າ​ສຳຄັນ​ລາຍ​ຈຳ​ເພາະ"ຢຸກຢາ​ໃໝ່",ພຽງ​ແຕ່​ລັດຖະບານ​ຂອງ​ຈີນ​ກໍ​ໄດ້​ລົງທຶນ 800 ລ້ານ​ຢວນ,​ຢຸກຢາ​ທີ່​ໄດ້​ຮັບ​ການ​ສະໜັບ​ສະໜູນ​ເປັນ​ຈຸດ​ໜັກ​ໃນ​ການ​ພັດທະນາ​ນັ້ນ​ຕົ້ນຕໍ​ໃຊ້​ເຂົ້າ​ໃນ​ການ​ປິ່ນປົວ​ພະຍາດ​ທີ່​ມີ​ຄົນ​ເປັນຫຼາຍ​ແລະ​ມີ​ຜົນ​ຮ້າຍ​ໜັກໜ່ວງ​ຢູ່​ຈີນ; ​ໃນ​ການ​ຄົ້ນຄວ້າ​ໄດ້​ໃຊ້​ຮູບ​ການ​ທີ່​ອົງການ​ຄົ້ນຄວ້າ​ວິທະ​ຍາສາດ​ຮ່ວມ​ມື​ກັບ​ວິ​ສາ​ຫະກິດ​ຜະລິດ​ຢຸກຢາ. ​ເມື່ອ​ໄດ້​ພະຍາຍາມ 4 ປີ​ປາຍ​ແລ້ວ,ວຽກ​ງານ​ຄົ້ນຄວ້າ​ທຸກ​ລາຍ​ຂອງ​ໂຄງການ​ຈຳ​ເພາະ​ໄດ້​ດຳ​ເນີນ​​ໄປ​ຢ່າງ​ສະດວກ,​ແລະ​ໄດ້​ຮັບ​ໝາ​ກຜົນ​ສຳຄັນ,​​ໄດ້​ເດີນ​ຕາມ​ເສັ້ນທາງ​ພັດທະນາ​ຢຸກຢາ​ໃໝ່​ທີ່​ລົງທຶນ​ໜ້ອຍ​ແລະ​ເຫັນ​ຜົນ​ໄວ. ຕາມ​ສະຖິຕິ,​ໃນ​ການ​ປະຕິບັດ​ໂຄງການ​ຈຳ​ເພາະ​​ຄົ້ນ​ຄວ້າ​ຢຸກຢກ​ໃໝ່,​ໄດ້​ມີ 22 ຊະນິດ​ໄດ້​ຮັບ​ໃບ​ຢັ້ງຢືນ​ຢຸກຢາ​ໃໝ່​ແລະ​ໃບ​ອະນຸຍາດ​ໃຫ້​ຜະລິດ; ນອກ​ນີ້ ຍັງ​ມີ 140 ກວ່າ​ຊະນິດ​ພວມ​ທົດ​ລອງ​ຫຼື​ໄດ້​ສຳ​ເລັດ​ວຽກ​ງານ​ຄົ້ນຄວ້າ​ທັງ​ໝົດ,ພວມ​ຮ້ອງ​ຂໍ​ໃບ​ຢັ້ງຢືນ​ຢຸກ​ຢາ​ໃໝ່.

ຕົວຢ່າງ​ຄື,ຢາ​ທ້າຍ​ຊິ່ນ​ເຊິ່ງ​ແມ່ນ​ຢາ​ປົວ​ມະ​ເຮັງທີ່​ຫາ​ກໍ່​ໄດ້​ຮັບ​ໃບ​ຢັ້ງຢືນ​ຢຸກຢາ​ໃໝ່. ທ່ານ​ປາຍ​ຊ່ຽນ​ຮົງ ຜູ້ອຳ​ນວຍ​ການ​ໃຫຍ່​ຂອງ​ບໍລິສັດ​ຜະລິດ​ຢາ​ຊີວະ​ຊາດ​ປາຍ​ໄທ້​ຈຳກັດ​ທີ່​ຄົ້ນຄວ້າ​ຜະລິດ​ຢາ​ດັ່ງກ່າວ​ເວົ້າວ່າ,ຢາ​ທ້າຍ​ຊິ່ນ​ເຊິ່ງ​ແມ່ນ​ຢາ​ຊະນິດ​ໜຶ່ງ​ທີ່​ພັດທະນາ​ດ້ວຍ​ເຕັກນິກ​ຊີວະ​ຊາດ​ທັນ​ສະ​ໄໝ​​ໂດຍ​ສັງລວມ,​ສາມາດ​ຍົກ​ອັດຕາ​ປົວຫາຍ​ໂຣກ​ມະ​ເຮັງ​​​ໃຫ້​ສູງ​ຂຶ້ນຢ່າງ​ເດັ່ນ​ຊັດ. ທ່ານ​ເວົ້າວ່າ:

"​ເມື່ອ​ຢາ​ນີ້​ເຂົ້າ​ໃນ​ຮ່າງກາຍ​ແລ້ວ,ຈະ​ປະສານ​ກັບ​ຈຸ​ລັງ​ຊີ້ນ​ປົ່ງ​ຢ່າງ​ມີ​ການ​ເລືອກ​ເຟັ້ນ,​ຕໍ່​ຈຸ​ລັງ​ອື່ນໆ,​ພັດ​ມີຜົນ​ທາງ​ລົບ​ໜ້ອຍ​ຫຼື​ເກືອບ​ບໍ່​ມີ. ປັດຈຸບັນ ​ເມື່ອ​ເບິ່ງ​ຈາກ​ການ​ທົດ​ລອງ​ປິ່ນປົວ​ມະ​ເຮັງ​​ໃນດັງ​ແລະ​ຄໍ​ທີ່​ພວກ​ເຮົາ​ພວມ​ດຳ​ເນີນ​ນັ້ນ​ເຫັນ​ວ່າ,​ໃຊ້​ຢາ​ນີ້​ຊະນິດ​ດຽວ,ບໍ່​ຕ້ອງ​ປິ່ນປົວ​ດ້ວຍ​ແອກ​ສ໌​ເລ,ທັງ​ບໍ່​ຕ້ອງ​ປິ່ນປົວ​ດ້ວຍ​ເຄມີ,ກໍ​ຈະ​ໄດ້​ຮັບ​ຜົນ​ດີຫຼາຍ. ​ສະນັ້ນ ຢາ​ນີ້​ແມ່ນ​ຢາ​ທີ່​ມີ​ອະນາຄົດ​ດີຫຼາຍ​ໃນ​ການ​ນຳ​ໃຊ້​."

"ຢາ​ສັກ​ສະ​ເຕ​ໂລ​ຄີ​ນາສ໌ໃຊ້​ສຳລັບ​ສັກ​ຢາ"​ແມ່ນ​ໂຮງງານ​ຜະລິດ​ຢາຫຼັງ​ໜຶ່ງ​ຂອງ​ແຂວງ​ຈິ​ລີນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ ​ແຫຼ່ງ​ຜະລິດ​ຢາ​ທີ່ສຳຄັນ​ຂອງ​ຈີນ​ກັບ​ອົງການ​ຄົ້ນຄວ້າ​ວິທະຍາສາດ​ຮ່ວມ​ກັນ​ຄົ້ນຄວ້າ​ຜະລິດ. ທ່ານ​ນາງ​ຫຼີປິ່ນ ຮອງ​ເຈົ້າ​ແຂວງ​ແຂວງ​ຈີ​ລີນ​ໄດ້​ເອົາ​ໃຈ​​ໃສ່​ນຳ​ການ​ຄົ້ນຄວ້າ​ພັດທະນາ​ຢາ​ໃໝ່​ດັ່ງກ່າວ​ຕະຫຼອດ​ມາ,ນາງ​ເວົ້າວ່າ:

"​ໃນຫຼາຍປີ​ມາ​ນີ້ ອົງການ​ປົກຄອງ​ແຂວງ​ແລະ​ອົງການ​ປົກຄອງ​ທຸກຂັ້ນ​ຂອງ​ແຂວງ​ຈີ​ລິນ​ລ້ວນ​ແຕ່​ອອກ​ແຮງ​ສະໜັບ​ສະ​ໜູນ​​ຂ້ຽວ​ເລັ່ງວຽກງານ​ຄົ້ນຄວ້າ​ພັດທະນາ​ຢາ​ໃໝ່,ປັດຈຸບັນ,ຢາ​ສັກ​ສະ​ເຕ​ໂລ​ຄີ​ນາສ໌​ໃຊ້​ສຳລັບ​ສັກ​ຢາ​ໄດ້​​ເລີ່ມ​ຜະລິດ​ແລ້ວ."

​ໃນ​ຂະນະ​ທີ່​ພັດທະນາ​ຢາ​ໃໝ່​ງວດ​ໃຫຍ່,​ໂຄງການ​ຈຳ​ເພາະ​ສຳຄັນ​ກ່ຽວ​ກັບ​ຢຸກຢາ​ໃໝ່​ຍັງ​ໄດ້​ແນ​ໃສ່​ເຕັກນິກ​ສຳຄັນ​​ໃນ​ການຄົ້ນຄວ້າ​ພັດທະນາ​ຢຸກຢາ​ໃໝ່,ພະຍາ​ຍາມ​ສ້າງ​ແທ່ນ​ສຳລັບ​ປະດິດ​ສ້າງ​ຢາ​ໃໝ່​ແລະ​ລະບົບ​ຄົ້ນຄວ້າ​ພັດທະນາ​ທີ່​ສອດຄ່ອງ​ກັບ​ສະພາບ​ແຫ່ງ​ຊາດ​ຂອງ​ຈີນ,​ໄດ້​ສ້າງ​ແທ່ນ​ເຕັກນິກ 9 ປະ​ເພດ​ເຊັ່ນ​ຄັດ​ເລືອກ​ຢຸກຢາ​ໃໝ່,ປະ​ເມີນ​ຄວາມ​ປອດ​ໄພ​ກ່ອນ​ໃຊ້​ປິ່ນປົວ,​ແລະ​ການ​ຄົ້ນຄວ້າ​ການ​ທົດ​ລອງ​ເປັນຕົ້ນ,​ເຮັດ​ໃຫ້​ຄວາມ​ສາມາດ​ຄົ້ນຄວ້າ​ພັດທະນາ​ຢຸກຢາ​ໃໝ່​ຂອງ​ຈີນ​ໄດ້​ຍົກ​ສູງ​ຂຶ້ນຢ່າງ​ເດັ່ນ​ຊັດ. ທ່ານ​ລິວ​ອ້ຽນຮວາ ຮອງ​ລັດຖະມົນ​ຕີ​ກະຊວງ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີຈີນ​ຊີ້​ອອກ​ວ່າ:

"ຈີນ​ໄດ້​ພະຍາຍາມມາຫຼາຍ​ປີ​ແລ້ວ​ໃນ​ດ້ານ​ພັດທະນາ​ຢຸກຢາ,​ໄດ້​ສ້າງ​ສະພາບ​ແວດ​ລ້ອມ​ຂ້ອນ​ຂ້າງ​ດີ,ສ້າງ​ແທ່ນ​ຄົ້ນຄວ້າ​ພັດທະນາ,ລົງທຶນ​ນັບ​ມື້​ນັບ​ຫຼາຍ,ທັງ​ໝົດ​ເຫຼົ່ານີ້​ໄດ້​ເຮັດ​ໃຫ້​ຄວາມ​ສາມາດ​ພັດທະນາ​ຢຸກຢາ​ຂອງ​ຈີນ​ຂຶ້ນຂັ້ນ​ໄດ​ໃໝ່."