ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-15 21:13:00    
ການ​ປ້ອງ​ກັນ​ເມົາ​ແດດ​ໃນ​ລະ​ດູ​ຮ້ອນ​ຕ້ອງ​ໃຊ້​ນ້ຳ​ກ່ອນ

cri Author: li
ນ້ຳ​ແມ່ນ​ເຄື່ອງ​ດື່ມ​ແກ້​ຮ້ອນທີ່​ດີກ​ວ່າ​ໝູ່​ໃນ​ຍາມ​ຮ້ອນ,​ແລະກໍ​ແມ່ນ​ວັດຖຸ​ສຳຄັນ​ໃນ​ການ​ຮັກສາ​ການ​ຂັບຖ່າຍ,ປັບ​ອຸນຫະພູມ​ຮ່າງກາຍ,ສົ່ງ​ທາດ​ບຳລຸງ,ຊຸກ​ຍູ້​ການ​ລະບາຍ​ຂອງ​ເສຍ​ແລະ​ທາດ​ເບື່ອ​ອອກ​ຈາກ​ຮ່າງກາຍ. ຄັນຊັ້ນ ​ໃນ​ຍາມ​ຮ້ອນ​ຈັດ,ຄົນ​ເຮົາ​ຄວນ​ກິນນ້ຳ​ແນວ​ໃດ?

​ໃນ​ລະດູ​ຮ້ອນ,ອາ​ກາດອົບ​ເອົ້າ,ຄົນ​ເຮົາ​ຈະ​ມີ​ເຫື່ອ​ອອກຫຼາຍ,ນ້ຳ​ໃນ​ຮ່າງກາຍ​ສິ້ນ​ເປືອງ​ຫຼາຍທີ່​ສຸດ,ຖ້າ​ບໍ່​ເພີ່ມນ້ຳ​ຢ່າງ​ທັນ​ການ,ມັກ​ຈະມີ​ອາການ​ຂາດ​ນ້ຳ​ລັກສະນະ​ສະລີລະ​ສາດ,ພາ​ໃຫ້​ອຸນຫະພູມ​ຮ່າງ​ກາຍ​ສູງ​ຂຶ້ນ,ອິດ​ເມື່ອຍ,​ໂຮຍ​ແຮງ​ແລະ​ເລືອດ​ເຂັ້ມຂຸ້ນ​​ເຂົ້າ,​ມັກ​ພາ​ໃຫ້​ເປັນ​ພະຍາດ​ຕ່າງໆ​ເຊັ່ນ​​ເລືອດ​ດັນ​ສູງ​ແລະ​ສາຍ​ເລືອດ​​ໃນ​ສະໝອງ​ຕັນ​ເປັນຕົ້ນ,​ພ້ອມ​ກັນນັ້ນ ຍັງ​ອາດ​ຈະ​ພາ​ໃຫ້​ທ້ອງ​ຜູກ. ສະນັ້ນ ຄົນ​ເຮົາ​ຄວນ​ກິນ​ນ້ຳ​ເລື້ອຍໆ,ຢ່າ​ຖ້າ​​ໃຫ້​ຈົນ​ຄໍ​ແຫ້ງແລ້ວ​ຈຶ່ງ​ໄປຫາ​ນ້ຳກິນ. ທ່ານ​ຄວນ​ຈື່​ໄວ້​ວ່າ,ການ​ກິນນ້ຳ​ເລື້ອຍໆ​ແມ່ນ​ຄວາມ​ຊິນ​ເຄີຍ​ທີ່​ດີ.

​ບາງ​ຄົນ​ຈົນຮູ້ສຶກ​ຫິວ​ນ້ຳ​ແຮງ,ຈຶ່ງ​ຄິດ​ໄປ​ກິນ​ນ້ຳຫຼື​ກິນເຄື່ອງ​ດື່ມ​ອື່ນໆ,​ແລະກືນ​ເອົາ​ອຶກໆ​​ບາດ​ດຽວ. ວິທີ​ກິນນ້ຳ​​ແບບ​ຮ່າຍ​ເອົາ​ແບບ​ນີ້ ນອກ​ຈາກ​ຮູ້ສຶກ​ໜຳ​ໃຈ​ຊົ່ວ​ໄລຍະ​ໜຶ່ງ​ແລ້ວ,ຕໍ່​ສຸຂະພາບ​ຂອງ​ຄົນ​ມີ​ແຕ່​ຜົນ​ຮ້າຍ​ບໍ່​ມີ​ຜົນ​ດີ​ຫຍັງ​ເລີຍ. ​ເພາະ​ວ່າ​ກິນ​ນ້ຳ​ແບບ​ນີ້​ຈະ​ເພີ່ມ​ການ​ຫາບ​ແບກ​​ໃຫ້​ແກ່​ຫົວ​ໃຈ​ຢ່າງ​ກະທັນຫັນ,​ເຮັດ​ໃຫ້​ເລືອດ​ຈາງ​ລົງ​ໄວ​ເກີນ​ໄປ,ຄວາມ​ເຂັ້ມຂຸ້ນ​ຂອງ​ເລືອດ​ຫຼຸດ​ຕ່ຳລົງ​ໃນ​ບາດ​ດຽວ,​ຈະ​ພາ​ໃຫ້​ເກີດ​ອາການ​ທີ່​ບໍ່​ດີ​ຕ່າງໆ​​ເຊັ່ນ​​ໃຈສັ່ນ​ ​ແລະ​ວິນ​ຫົວ​ເປັນຕົ້ນ; ຍັງ​ອາ​ດຈະ​ເຮັດ​ໃຫ້​ນ້ຳ​ກົດກະ​ເພາະ​ຈາງ​ລົງ​ກະທັນ​ຫັນ,ທຳລາຍ​ເຈ້ຍ​ເມືອກ​ກະ​ເພາະ,ກະທົບ​ກະ​ເທືອນ​ຄວາມ​ຢາກ​ກິນ​ເຂົ້າ​ແລະ​ສັບພະ​ຄຸນ​ຍ່ອຍ​ອາຫານ​ທີ່​ເປັນ​ປົກກະຕິ​ຂອງ​ກະ​ເພາະ​; ພ້ອມ​ກັນນັ້ນ ການ​ກິນນ້ຳ​ໄວ​ເກີນ​ໄປ,ຮ່າງກາຍ​ຮັບ​ເອົາ​ບໍ່​ທັນ,ຈຶ່ງ​ບໍ່​ສາມາດ​ແກ້​ຫິວ​ນ້ຳ,ຍັງ​ຈະ​ພາ​ໃຫ້​ເຫື່ອ​ອອກຫຼາຍ,​ເຮັດ​ໃຫ້​ບໍ່​ສະບາຍ. ສະນັ້ນ ​ໃນ​ເວລາ​ກິນ​ນ້ຳ​ຍາມທຳ​ມະ​ດາ,ຄວນ​ກິນ​ຫຼາຍ​ເທື່ອ,​ປະລິມານ​ໜ້ອຍ,ກິນ​ຊ້າ​ແດ່,ລະວັງ​ບໍ່​ໃຫ້​ກິນ​ໄວ​ກິນ​ຫຼາຍ​​ບາດ​ດຽວ.

​ໃນ​ຍາມ​ຮ້ອນ​ເຫື່ອ​ອອກຫຼາຍ,ບໍ່​ພຽງ​ແຕ່​ເຮັດ​ໃຫ້​ນ້ຳ​ໃນ​ຮ່າງກາຍ​ເສຍ​ຫາຍ​ຫຼາຍ​ທໍ່​ນັ້ນ,​ແລະ​ພາ​ໃຫ້​ເກືອ,ວິຕາມິນ​ແລະ​ພາ​ໃຫ້​ຈຸນລະ​ທາດ​ຕ່າງໆ​ເຊັ່ນ​ກາລີ​ແລະ​ມາ​ເຍຊີ​ອົມ​ເປັນຕົ້ນ​ລະບາຍ​ອອກ​. ຖ້າ​ໃສ່​ເກືອ​​ໜ້ອຍ​ໜຶ່ງ​ໃນ​ນ້ຳກິນ,ທຳ​ມະ​ດາ​ແລ້ວ​ນ້ຳລິດ​ໜຶ່ງ​ໃສ່​ເກືອ 2 ກຼາມ​,ກໍ​ສາມາດ​ເຮັດ​ໃຫ້​ຮ່າງກາຍ​ຮັກສາ​ທາດນ້ຳ​ໄວ້,ທັງ​ແກ້​ຫິວ. ​ແຕ່​ວ່າ,ການ​ກິນ​ນ້ຳຊາ​ກໍ​ແມ່ນ​ວິທີ​ທີ່​ດີ​ສົມຄວນ,ຍາມ​ຮ້ອນ​ກິນນ້ຳ​ຊາ​ເລື້ອຍໆ​ນອກຈາກ​ສາມາດ​​ເພີ່ມ​ທາດນ້ຳ,​ວິຕາມິນ​ແລະ​ວັດຖຸ​ອື່ນໆ​ທີ່​ຮ່າງກາຍ​ຄົນ​ເຮົາ​ຕ້ອງການ​ແລ້ວ,ຍັງ​ມີ​ບົດບາດ​ແກ້​ຫິວນ້ຳ,​ເຮັດ​ໃຫ້​ສົດ​ຊື່ນ​ແລະ​ຂັບ​ຖ່າຍ​ທາດ​ເບື່ອ​ອອກ​ຈາກ​ຮ່າງກາຍ​ເປັນຕົ້ນ. ​ແຕ່​ກິນນ້ຳຊາ​ກໍ​ຕ້ອງ​ລະວັງ​ຄື: ​ຄວນກິນ​ຊາ​ຈືດ,​ບໍ່​ຄວນ​ກິນ​ປຸກ​ຫຼາຍ,​ນ້ຳກໍບໍ່​ໃຫ້​ຮ້ອນ​ເກີນ​ໄປ;​ເທື່ອ​ໜຶ່ງຢ່າ​ກິນຫຼາຍ​ໂພດ; ອີກ​ດ້ານ​ໜຶ່ງ​ຄື​ດີ​ທີ່​ສຸດຢ່າ​ກິນ​ນ້ຳຊາ​ກ່ອນ​ນອນ.

ຜູ້​ຊ່ຽວຊານ​​ເຫັນ​ວ່າ,​ຜູ້​ໃຫຍ່​ທີ່​ສຸຂະພາບ​ແຂງ​ແຮງ,​ນ້ຳທີ່​ຮັບ​ຈາກ​ອາຫານ​ແລະ​​ເຄື່ອງ​ດື່ມ​ຕ່າງໆ​ໃນ​ແຕ່​ລະ​ມື້​ຄວນ​ມີ​ປະມານ 2500 ມີ​ລີ​ລິດ, ນອກ​ນີ້ ຍັງ​ຄວນ​ກິນ​ນ້ຳອີກ 6 ຈອກ​ຮອດ 8 ຈອກ​ຕໍ່​ມື້,ຈຶ່ງ​ສາມາດ​ຮັບປະກັນ​ໃຫ້​ນ້ຳທີ່​ຕ້ອງການ​ໃນ​ທຸກ​ມື້​ດຸນ​ດ່ຽງ​ກັນ​ໃນ​ຂັ້ນ​ພື້ນຖານ; ​ຖ້າ​ແມ່ນ​ຄົນ​ຕຸ້ຍ​ເກີນ,​ເກີນ​ນ້ຳໜັກ​ 11,24 ກິ​ໂລ,​ໃຫ້​ກິນນ້ຳ​ເພີ່ມ​ອີກ​ຈອກ​ໜຶ່ງ.

ນອກ​ນີ້ ກິນນ້ຳ​ໃນ​ເວລາຕື່ນ​​ເຊົ້າຍັງ​ມີ​ບົດບາດ​ປ້ອງ​ກັນ​ພະຍາດ​ອີກ. ຫຼັງຈາກ​ຕື່ນ​ນອນ​ແລ້ວ,ກິນ​ນ້ຳສອງ​ຈອກ​ໃນ​ເວລາ​ທ້ອງ​ເປົ່າ,ທັງ​ສາມາດ​ຕາບ​ຈູ​ນນ້ຳ​ໃນ​ຮ່າງກາຍ,ທັງ​ສາມາດ​ຫຼຸດ​ຄວາມ​​ຂຸ້ນ​ຂອງ​ເລືອດ,​ຊຸກ​ຍູ້​ການ​ລະບາຍ​ຂອງ​ເສຍ​ແລະ​ທາດ​ເບື່ອ​ໃນ​ຮ່າງກາຍ,​ມີ​ບົດບາດ​ສຳຄັນ​ທີ່​ສຸດ​ຕໍ່​ການ​ປ້ອງ​ກັນ​​ເກີດພະຍາດ​ສາຍ​ເລືອດ​ຫົວ​ໃຈ​ແລະ​ສະໝອງ​ແລະ​ພະຍາດ​ລະບົບ​ປັດສາວະ. ​ໃນ​ຍາມ​ຮ້ອນ,​ຍຶດໝັ້ນ​ກິນນ້ຳ​ເຢັນ​ໃນ​ເວລາ​ທ້ອງ​ເປົ່າ​​ໃນ​ຕອນ​ເຊົ້າ​ມີ​ຜົນ​ປະ​ໂຫຍດ​ຫຼາຍ​ຕໍ່​ສຸຂະພາບ.