|
 |
(GMT+08:00)
2005-07-15 21:58:58
|
 |
ການແຂ່ງຂັນພາສາຈີນຂອງນັກສຶກສາໂລກ"ຂົວພາສາຈີນ"ຄັ້ງທີ 4
cri
Author: li
ເວລາ: ແຕ່ວັນທີ 11 (ຈັນ)--ວັນທີ 21 ກໍລະກົດ(ຜະຫັດ)ປີ 2005
ຫົວຂໍ້ແລະວັດຖຸປະສົງ: ການແຂ່ງຂັນສະໄໝນີ້ມີຫົວຂໍ້ວ່າ,"ຈີນທີ່ມີພູຜາແມ່ນ້ຳສວຍງາມ",ເພື່ອແນະນຳພູຜາແມ່ນ້ຳທີ່ສວຍງາມ,ທິວທັດທຳມະຊາດແລະປູຊະນີຍະສະຖານທ່ອງທ່ຽວຂອງຈີນຢ່າງເຕັມສ່ວນຕໍ່ນັກສຶກສາບັນດາປະເທດໃນໂລກ.
ການແຂ່ງຂັນເລືອກເຟັ້ນແລະຊິງຊະນະເລີດແລະລາງວັນ: ການແຂ່ງຂັນເລືອກເຟັ້ນຄືກັບເມື່ອກ່ອນ,ຈັດຂຶ້ນຢູ່ບັນດາປະເທດພາຍໃຕ້ການເປັນປະທານຂອງສະຖານທູດແລະສະຖານກົງສູນຈີນປະຈຳຕ່າງປະເທດ, ການແຂ່ງຂັນຊິງຊະນະເລີດຈະຈັດຂຶ້ນຢູ່ທີ່ປັກກິ່ງແຕ່ວັນທີ 11(ຈັນ) ຮອດວັນທີ 21(ພະຫັດ) ກໍລະກົດ. ການແຂ່ງຂັນຊິງຊະນະເລີດຈະຊິງໄດ້ລາງວັນທີໜຶ່ງ 3 ລາງວັນ,ລາງວັນທີສອງ 5 ລາງວັນແລະລາງວັນທີສາມ 7 ລາງວັນ,ຜູ້ຊະນະເລີດຕ່າງຈະໄດ້ຮັບລາງວັນຕ່າງໆເຊັ່ນ"ທູດພາສາຈີນ"ແລະທຶນສຶກສາມາຮຽນຢູ່ຈີນ.
ການສືບຖາມຂໍ້ມູນຂ່າວສານ: ຂໍ້ມູນລະອຽດເຊັ່ນການສະໝັກເຂົ້າຮ່ວມການແຂ່ງຂັນ,ວິທີເຂົ້າຮ່ວມການແຂ່ງຂັນແລະວາລະການແຂ່ງຂັນເປັນຕົ້ນສາມາດສືບຖາມໃນເວບໄຊຂອງຫ້ອງການພາສາຈີນແຫ່ງລັດຈີນ(www.hanban.edu.cn)ຫຼືສືບຖາມສະຖານທູດ,ສະຖານກົງສູນຈີນປະຈຳທ້ອງຖິ່ນ.
ຜູ້ເຂົ້າຮ່ວມການແຂ່ງຂັນ: ນັກສຶກສາມະຫາວິທະຍາໄລຂອງບັນດາປະເທດໃນໂລກ
ຮູບການເຂົ້າຮ່ວມ: ສຳນັກເລຂາຂອງຄະນະບໍລິຫານງານຈັດຕັ້ງ
ຮູບການຕິດຕໍ່: ຫ້ອງການຄະນະກຳມະການຈັດຕັ້ງການແຂ່ງຂັນພາສາຈີນ
ຜູ້ຕິດຕໍ່: ທ່ານວາງຮຸ່ຍ
ທີ່ຢູ່: ສຳນັກງານໃຫຍ່ຄະນະກຳມະການຈັດຕັ້ງ"ກອງປະຊຸມພາສາຮັ້ນຂອງໂລກ"
ພະແນກແລກປ່ຽນຂອງຫ້ອງການພາສາຈີນແຫ່ງລັດ ຊັ້ນທີ 17 ຕຶກຟ່າງຢວນ
ເລກ 56 ຖະໜົນຈົ່ງກ່ວນຊູ່ນນານຕ້າເຈ່ຍອີ ປັກກິ່ງ ຈີນ
ລະຫັດໄປສະນີ: 100044
ໂທ: 0086-10-88026128
ແຟັກ: 0086-10-88026129
ອິເມວ: wanghui@hanban.edu.cn
|
|
|