ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-16 16:24:10    
ປະ​ຊາ​ຄົມ​ໂລກ​ເອົາ​ໃຈ​ໃສ່​ນຳ​ການ​ປະ​ທະ​ກັນ​ຄັ້ງ​ໃໝ່​ລະ​ຫວ່າງ​ປາ​ເລັສ​ຕີນ​ອິສ​ລະ​ແອນ

cri Author: da
ຕາມ​ຂ່າວCRI​​: ຫວ່າງ​ມໍ່​ໆ​ນີ້ ກອງ​ທະຫານອິສລະ​ແອນ​ໄດ້​​ເປີດການ​ຫຼອນ​ໂຈມ​ຕີ​ທີ່​ຮຸນ​ແຮງ​ກວ່າ​ທຸກ​ຄັ້ງຕໍ່​ພວກ​ປະກອບ​ອາວຸດ​ປາ​ເລັສຕີນ​ແຕ່​ປາ​ເລັສຕີນ​ອິສລະ​ແອນ​ເຊັນ​ສັນຍາ​ຢຸດ​ຍິງຢ່າງ​ບໍ່​ເປັນ​ທາງ​ການ​ໃນ​ເດືອນ​ກຸມພາ​ປີ​ນີ້​ເປັນຕົ້ນມາ,ອັນ​ໄດ້​ເຮັດ​ໃຫ້ປະຊາ​ຄົມ​ໂລກ​ເອົາ​ໃຈ​ໃສ່ນຳ.

ວັນ​ທີ 16 ກໍລະກົດ, ​ຍົນ​ເຮຣິກົບ​ອາພາ​ເຊຂອງກອງ​ທະຫານ​ອິສລະ​ແອນ​ໄດ້​ຫຼອນ​ໂຈມ​ຕີ​ແຖບ​ກາຊາ,ຍິງ​ຊາວ​ປາ​ເລັສຕີນ 2 ຄົນ ບາດ​ເຈັບ​,ຍິງ​ຖືກ​ໂຮງງານ 3 ​ແຫ່ງ.ວັນ​ທີ 15 ,ຍົນ​ເຮຣິກົບ​ປະກອບ​ອາວຸດ​ຂອງ​ອິສລະ​ແອນ​ໄດ້​ຫຼອນ​ໂຈມ​ຕີ​​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່ນ້ຳຈໍ​ແດນ​ແລະແຖບ​ກາຊາ​,ສະມາຊິກ​ອົງການ​ຮາ​ມັສ 7 ຄົນ​ຖືກ​ຍິງຕາຍ.

ວັນ​ທີ 15 ກໍລະກົດ,ທ່ານ​ຊາ​ຣອນ ນາຍົກລັດຖະມົນຕີອິສລະ​ແອນ​ເວົ້າວ່າ,​ເພື່ອ​ຮັບປະກັນ​ໃຫ້ການ​ເຄື່ອນ​ໄຫວ​ຖອນ​ອອກ​ແຕ່​ຝ່າຍ​ດຽວ​ດຳ​ເນີນ​ຢ່າງ​ສະດວກ,ອິສລະ​ແດນ​ຈະ​ໃຊ້​ມາດ​ຕະການ​ດ້ວຍ​ຮູບ​ການ​ຕ່າງໆ ​ໂຈມ​ຈີ​ພວກ​ປະກອບ​ອາວຸດ​ປາ​ເລັສຕີນ.

ມື້​ດຽວ​ກັນ,ກະຊວງ​ການ​ຕ່າງປະ​ເທດ​ເອຢິບ​ອອກ​ຖະ​ແຫຼ​ງການ,ຮຽກຮ້ອງ​ອິສລະ​ແອນ​ປາ​ເລັສຕີນ​ຈົ່ງ​ຮັກສາ​ຄວາມ​ອົດ​ກັ້ນ,ຫຼີກ​ເວັ້ນ​ເຮັດ​ໃຫ້ສະຖານະການພາກ​ພື້ນ​ຊຸດ​ຮ້າຍ​ລົງ​ຕື່ມອີກ.

ນອກ​ນີ້,ທ່ານ​ນາງ​ລາຍ​ສ໌ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ຈະ​ຢ້ຽມຢາມ​ອິສລະ​ແອນ​​ແລະ​​ເຂດປາ​ເລັສຕີນປົກຄອງ​ຕົນ​ເອງ​ແຕ່ວັນ​ທີ 22 ກໍລະ​ກົດ.