ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-16 17:34:36    
ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ​ພົບ​ປະ​ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ​ຈີນ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 15 ກໍລະກົດ ຢູ່​ວຽງ​ຈັນ​ນະຄອນຫຼວງ​ລາວ,ທ່ານ​​ຈູມ​ມະ​ລີ ​ໄຊ​ຍະ​ສອນ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ຮອງ​ປະທານ​ປະ​ເທ​ດສປປລາວ​ໄດ້​ພົບ​ປະ​ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ​ຈີນທີ່​ນຳ​ໂດຍ​ທ່ານ​ຊີ​ຈິ້ນ​ພົງ ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​​ເລຂາພັກ​ແຂວງ​ເຈີ​ຈ່ຽງ.

ທ່ານ​ຈູມ​ມະ​ລີເວົ້າວ່າ,​ໃນ​ຫຼາຍ​ປີ​ມາ​ນີ້,ຊັ້ນສູງ​ຂອງ​ພັກ​ລາວ​ຈີນ​ຢ້ຽມຢາມ​ກັນ​ຢ່າງ​ເນື່ອງນິດ,ການ​ພົວພັນ​ທາງ​ການ​ເມືອງ ​ເສດຖະກິດ​ການ​ຄ້າ​ແລະ​ວັດທະນະທຳ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຂະຫຍາຍຕົວ​ຮອບດ້ານ,ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ກໍ​ພັດທະນາ​ລົງ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ.ການ​ມາ​ຢ້ຽມຢາມ​ຂອງ​ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ​ຈີນ​ເທື່ອ​ນີ້​ຈະ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ພັກ​​ສອງ​ລັດ​ລາວ​ຈີນຕື່ມ​ອີກ.

ທ່ານ​ຊືຈິ້ນ​ພີ​ງ​ເວົ້າວ່າ,ການ​ຢ້ຽມຢາມ​​ເທື່ອ​ນີ້​ແມ່ນ​ຖອດ​ຖອນ​ບົດຮຽນ​ເຊິ່ງກັນ​ແລະ​ກັນ​ໃນ​ການ​ກໍ່ສ້າງ​ພັກ.ທ່ານ​ຍັງ​ໄດ້​ແນະນຳ​ສະພາບ​ການ​ເຄື່ອນ​ໄຫວ​ສຶກສາຮັກສາ​ຄວາມ​ກ້າວໜ້າ​ໃນ​ທົ່ວ​ພັກ​ ​ສະຖານະ​ພາບ​ການ​ເມືອງ​ແລະ​ເສດຖະກິດຂອງ​ຈີນ​ໃນ​ສ​ະ​ເພາະ​ໜ້າ​ນີ້.

​ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ​ຈີນ​ແມ່ນ​ເລີ່​ມ​ຢ້ຽມຢາມສັນຖະວະ​ໄມຕີ​ລາວຕາມຄຳ​ເຊີນ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ​ແຕ່​ວັນ​ທີ 14 ກໍລະກົດ​.​ໃນ​ມື້​ເດີນທາງ​ໄປ​ຮອດ​ວຽງ​ຈັນ,ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີລາວ​ໄດ້​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​,​ແລະ​ຈັດ​ງານ​ລ້ຽງ​ຮັບ​ຕ້ອນ.