ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-17 16:28:35    
ນາຍົກລັດຖະມົນຕີອີຣັກ​ໄປ​ຮອດ​ເຕ​ເຮຣານ, ​ເລີ່ມ​ຢ້ຽມ​ຢາມ​ອີ​ຣານ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ຕອນ​ບ່າຍ​ວັນ​ທີ 16 ກໍລະກົດ, ທ່ານ​ຈາ​ຟາ​ລີ ນາຍົກລັດຖະມົນຕີລັດຖະບານ​ຂ້າມ​ຜ່ານ​ອີຣັກ​ເດີນທາງ​ໄປ​ຮອດ​ເຕ​ເຮຣານ ນະຄອນຫລວງ​ອີຣານ, ​ເລີ່​ມຢ້ຽມຢາມ​ອີຣານຢ່າງ​ເປັນ​ທາງ​ການ​ເປັນ​ເວລາ 3 ມື້.

ການ​ຢ້ຽມຢາມ​ເທື່ອ​ນີ້​ແມ່ນ​ການ​ໄປ​ມາ​ຫາ​ສູ່​ກັນ​ທາງ​ການ​ທູດ​ຂັ້ນສູງ​ສຸດ​ລະຫວ່າງ​ອີຣານກັບ​ອີຣັກ​ແຕ່​ສົງຄາມ​ອີຣານອີຣັກ​ເປັນຕົ້ນມາ. ມື້​ດຽວ​ກັນ, ທ່ານ​ອາ​ເລັຟ ຮອງ​ປະທານາທິບໍດີ​ຜູ້​ທີ​ໜຶ່ງ​ຂອງ​ອີຣານ​ໄດ້​​ເຈລະຈາ​ກັບ​ທ່ານ​ຈາ​ຟາ​ລີ, ສອງ​ຝ່າຍ​ລ້ວນ​ແຕ່​ສະ​ແດງ​ຄວາມ​ປາຖະໜາ​​ດ່ວນ​ທີ່​ເພີ່ມ​ທະວີ​ການ​ພົວພັນ​ສອງ​ຕໍ່​ສອງ.

ຕາມ​ຊາບ​ວ່າ, ​ໃນ​ໄລຍະ​ຢ້ຽມຢາມ, ທ່ານ​ຈາ​ຟາ​ລີ​ຍັງ​ຈະ​​ເຈລະຈາ​ກັບ​ຝ່າຍ​ອີຣານກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ດ້ານ​ໄຟຟ້າ ພະລັງງານ​ແລະ​ການສະ​ສະໜອງ​ນ້ຳ​ເປັນຕົ້ນ, ພ້ອມ​ດ້ວຍ​ບັນຫາ​ຕ່າງໆ​ເຊັ່ນ​ການ​ຄວບ​ຄຸມ​ຊາຍ​ແດນ​ເປັນຕົ້ນ, ທັງ​ເຊັນ​​ສັນຍາ​ຕ່າງໆ.