ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-18 15:03:39    
ການ​ເຜີຍ​ຄອມ​ພິວ​ເຕີ​ໃຊ້​ສ່ວນ​ຕົວ

cri
ຕາມ​ຂ່າວCRI, ທ່ານ​ຮູ້ຈັກPCບໍ່? ມັນ​ແມ່ນ​ຕົວ​ຫຍໍ້​ພາສາ​ອັງກິດ​ຂອງ​ສັບ​ທີ່​ວ່າ"ຄອມ​ພິວ​ເຕີ​ສ່ວນ​ຕົວ". ຄຽງ​ຄູ່​ກັບ​ມວນ​ມະນຸດ​ກ້າວ​ເຂົ້າ​ສູ່​ຍຸກ​ສະ​ໄໝ​ຂໍ້​ມູນ​ຂ່າວສານ, ຄອມ​ພິວ​ເຕີ​ພວມ​ປ່ຽນ​ແປງ​ຊີວິດ​ຂອງ​ມວນ​ມະນຸດ​ຈາກ​ດ້ານ​ຕ່າງໆ. ​ແຕ່າ, ພວກ​ເຮົາ​ຮູ້​ວ່າ, ຄອມ​ພິວ​ເຕີ​ເຄື່ອງ​ທຳ​ອິດ​ໃນ​ໂລກ​ແມ່ນ​ໃຫຍ່​ພິລຶກ​ແລະ​ແພງ​ທີ່​ສຸດ, ຄົນ​ທັງຫຼາຍ​ບໍ່​ອາດ​ຈະ​ຍົກ​ເອົາ​ເຄື່ອງ​ຄອມ​ພິວ​ເຕີ​ໃຫຍ່​ປາ​ນນີ້​ກັບ​ຄືນ​ເມືອ​ເຮືອນ​ຂອງ​ຕົນ​. ຄັນ​ຊັ້ນ, ຄອມ​ພິວ​ເຕີ​ທີ່​ທັງ​ແພງ​ແລະ​ທັງ​ໃຫຍ່​ແມ່ນກາຍ​ເປັນ​ເຄື່ອງPCທີ່​ເໝາະ​ໃຊ້​ສຳລັບ​ສ່ວນ​ບຸກຄົນ​ແນວ​ໃດ, ​ແລ້ວ​ເຂົ້າ​ສູ່​ຊີວິດ​ຂອງ​ຄົນ​ເຮົາ, ​ແລະ​ປ່​ຽນ​ແປງ​ຊີວິດ​ຂອງ​ຄົນ​ເຮົາ​ແນວ​ໃດ. ອັນ​ນີ້​ຕ້ອງ​ເວົ້າ​ມາ​ແຕ່​ມີ​ໂກຼຄອມ​ພິວ​ເຕີ​ເຄື່ອງ​ທຳ​ອິດ​ໃນ​ໂລກ​ທີ່​ມີ​ຂຶ້ນ​ເມື່ອ​ປີ1971.

ສັບພະ​ຄຸນ​ຊຳລະ​ຂໍ້​ມູນ​ຂ່າວສານ​ອັນ​​ແຂງ​ແຮງ​ຂອງ​ຄອມ​ພິວ​ເຕີ​ແມ່ນ​ຍ້ອນ​ວ່າ​ມັນ​ມີ​ເຄື່ອງCPUທີ່​ປະກອບ​ດ້ວຍ​ແຜ່ນ​ຊິ​ບວົງ​ຈອນ​ໄຟຟ້າIC, ​ເຄື່ອງCPU​ໃນ​ຄອມ​ພິວ​ເຕີ​ທີ່​ພວກ​ເຮົາ​ໃຊ້​ໃນ​ປະຈຸ​ບັນ​ລ້ວນ​ແຕ່​ແມ່ນ​ຜະລິດ​ໂດຍ​ບໍລິສັດ​ອິນ​ແທວ​ຂອງ​ອາ​ເມ​ລິ​ກາ​ໃນ​ຂັ້ນ​ພື້ນຖານ​ແລະ​ກໍ​ແມ່ນ​ບໍລິສັດ​ຫຼັງ​ນີ້​ໄດ້​ຜະລິດ​ແຜ່ນ​ຊິ​ບວົງ​ຈອນ​ໄຟຟ້າICຂອງ​ເຄື່ອງ​ຄອມ​ພິວ​ເຕີ​ໃຊ້​ສ່ວນ​ຕົວ​ຄື​ເຄື່ອງPC​ເຄື່ອງ​ທຳ​ອິດ​ໃນ​ໂລກ. ປີ1971, ​ເຄື່ອງCPU intel 4004​ເຄື່ອງ​ທຳ​ອິດ​ໃນ​ໂລກ​ໄດ້​ຜະລິດ​ອອກ​ເປັນ​ທາງ​ການ, ​ແມ່ນ​ທ່ານ​ຮົບ ​ແວນ​ກິນ ກັບ​ຊ່າງ​ເຕັກນິກ​ຂອງ​ບໍລິສັດ​ບູຊິ​ຄອມ​ຂອງ​ຍີ່ປຸ່ນ​ຮ່ວມ​ກັນ​ຄົ້ນຄວ້າ​ຜະລິດ, ພວກ​​ເຮົາ​ເອີ້ນ​ເປັນ​ເຄື່ອງCPUຮຸ້ນ​ທຳ​ອິດ. ຖ້າ​ຕາມ​ມາດຖານ​ໃນ​ຊຸ່ມື້​ນີ້, ຄວາມ​ສາມາດ​ຊຳລະ​ຂໍ້​ມູນ​ຂ່າວສານ​ຂອງ​ມັນ​ແມ່ນ​ຕ່ຳ​ຈົນ​ເປັນຕາ​ຢາກຫົວ, ​ແຕ່​ກໍ​ແມ່ນ​ແຜ່ນ​ຊິ​ບທີ່​ເບິ່ງ​ຄື​ດຶກ​ດຳ​ບັນ​ທີ່​ສຸດ​ດັ່ງກ່າວ, ​ໄດ້​ປ່​ຽນ​ແປງ​ຊີວິດ​ຂອງ​ຄົນ​ເຮົາ.

ປີ1972, ​ເຄື່ອງCPUຮຸ້ນ​ທີ​ສອງ​ຄືintel8008​ໄດ້​ກຳ​ເນີ​ດ​ເກີດ​ຂຶ້ນ, ​ແຕ່​ວ່າ, ຜະລິດ​ຕະພັນ​ເຫຼົ່າ​ນີ້​ຈະ​ມີ​ຕະຫຼາດ​ຫຼື​ບໍ່, ບໍລິສັດintelທີ່​ມີ​ປະຫວັດ​ພຽງ​ແຕ່4​ປີ​ກໍ​ບໍ່​ຮູ້​ເທື່ອ. ​ເພື່ອ​ຫຼີກ​ເວັ້ນບໍ່​ໃຫ້​ຂາດທຶນ, ບໍລິສັດ​ນີ້​ໄດ້​ຢຸດຕິ​ວຽກ​ງານ​ອອກ​ແບບ​ເຄື່ອງCPUດັ່ງກ່າວ​ແລະ​ຍົກ​ເລີກ​ໜ່ວຍ​ອອກ​ແບບ.

​ແຕ່​ວ່າ, ຜະລິດ​ຕະພັນ​ໃໝ່​ແນວ​ນີ້​ພັດ​ຂາຍ​ດິບ​ຂາຍ​ດີ​ນອກ​ຄວາມ​ຄາດ​ຄິດ. ບໍລິສັດintel​ເລີ່​ມສຳນຶກ​ຮູ້​ເຖິງ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ແຜ່ນ​ຊິ​ບດັ່ງກ່າວ, ​ແລ້ວ​ຈັດ​ຕັ້ງ​ໜ່ວຍ​ອອກ​ແບບ​ຄືນ​ໃໝ່, ​ແລ້ວ​ຜະລິດ​ເຄື່ອງ​ຮຸ້ນ​ໃໝ່​ອອກ​ຂາຍ​ຕໍ່​ໄປ​ຄື​ຮຸ້ນ8008​ໃນ​ປີ1974, ​ແຜ່ນ​ຊິ​ບດັ່ງກ່າວ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ຕະຫຼາດ.

​ເດືອນ​ມັງກອນ​ປີ1975, ບໍລິສັດ​ທີ່​ຊື່​ວ່າ​ອານ​ແທ​ໄດ້​ຜະລິດ​ຄອມ​ພິວ​ເຕີ​ອານ​ແທ8800. ​ໃນ​ວາລະສານ​ເອ​ເລັກ​ໂຕ​ນິກມະຫາຊົນ​ທີ່​ມີ​ຊື່ສ​ຽງສະບັບ​ເດືອນ​ມັງກອນ​ປີ​ນັ້ນ​ໄດ້​ຮຽກ​ເຄື່ອງ​ຄອມ​ພິວ​ເຕີ​ອານ​ແທ8800​ເປັນ​ມີ​ໂກຼຄອມ​ພິວ​ເຕີ​ເຄື່ອງ​ທຳ​ອິດ​ໃນ​ໂລກ. ຫຼັງ​ຈາກ​ນັ້ນ, ຄົນ​ທັງຫຼາຍ​ຖື​ວ່າ, ນີ້​ຈິ່ງ​ແມ່ນ​ກົກ​ເຄົ້າ​ແທ້​ຈິງ​ຂອງ​ເຄື່ອງPC. ຄື​ເຄື່ອງ​ຄອມ​ພິວ​ເຕີ​ຂະໜາດ​ນ້ອຍ​ສຳລັບ​ໃຊ້​ສ່ວນ​ຕົວ.

​ເຖິງ​ວ່າ​ອານ​ແທ8800​ແມ່ນ​ມີ​​ໂກຼຄອມ​ພິວ​ເຕີ​ເຄື່ອງ​ທຳ​ອິດ​ໃນ​ໂລກ​ກໍ​ຕາມ, ​ແຕ່​ຮູບຊົງ​ຂອງ​ມັນ​ແມ່ນ​ຕ່າງ​ກັບ​ຄອມ​ພິວ​ເຕີ​ໃຊ້​ສ່ວນ​ຕົວ​ໃນ​ປະຈຸ​ບັນ​ປານ​ຟ້າ​ກັບ​ດິນ, ມັນ​ບໍ່​ມີໜ້າ​ຈໍ, ບໍ່​ມີ​ຄີ​ບອດ, ບໍ່​ມີ​ໄຟ​ສັນຍານ​ແລະ​ບໍ່​ມີ​ເຄື່ອງ​ສະ​ວິດ​ປິດ​ເປີດ, ​ເບິ່ງ​ແລ້ວ​ຄື​ກັບ​ຫີບ​ໃສ່​ເຄື່ອງ​ວັດ​ແທກ​ທໍ່​ນັ້ນ. ຮູບ​ຫຍໍ້​ແທ້​ຈິງ​ຂອງ​ເຄື່ອງPCຄວນ​ແມ່ນ​ເຄື່ອງ​ກາ​ແອບ​ເປີ​ນ​ໃນ​ພາຍຫຼັງ​ມາ, ມັນ​ແມ່ນ​ທ່ານ​ຈັອບສ໌ ຜູ້​ລິ​ເລີ່​ມສ້າງ​ບໍລິສັດ​ແອບ​ເປີ​ນ​ແລະ​ໝູ່​ຂອງ​ທ່ານ​ປະກອບ​ຂຶ້ນ​ໃນ​ອູ່​ລົດ. ຊາວ​ໜຸ່ມ​ທຳ​ມະ​ດາ​ສາມັນ​ສອງ​ຄົນ​ນີ້​ເຊື່ອ​ໝັ້ນ​ວ່າ, ຍຸກ​ສະ​ໄໝ​ຄອ​ມພິວ​ເຕີ​ຫັນ​ເປັນ​ຂອງ​ມະຫາຊົນ​ແລະ​ຂອງ​ສາມັນ​ຊົນມາ​ຮອດ​ແລ້ວ, ອຸດົມ​ການ​ຂອງ​ພວກ​ທ່ານ​ແມ່ນ​ຜະລິດ​ເຄື່ອງPCທີ່​ຄົນ​ທຳ​ມະ​ດາ​ກໍ​ມີ​ຄວາມ​ສາມາດ​ຊື້​ມາ​ໃຊ້​ໄດ້.

ຜູ້​ທີ່​ມີ​ຄວາມ​ເຫັນ​ຄື​ກັນ​ກັບ​ທ່ານ​ຈອບ​ສ໌ນັ້ນ​ແມ່ນ​ນັກ​ສຶກສາ​ໜຸ່ມ​ສອງ​ຄົນ​ຄື​ທ່ານ​ພໍ ​ແອວ​ເລິນ ​ແລະ​ທ່ານ​ບິ​ວ​ເກສ. ​ໃນ​ເວລາ​ທ່ານ​ພໍ ​ແອວ​ເລິນ ​ໄດ້​ເຫັນ​ຂ່າວ​ກ່ຽວ​ກັບ​ເຄື່ອງ​ຄອມ​ພິວ​ເຕີ​ແອານ​ແທ8800​ແລ້ວ, ​ເຂົາ​ກໍ​ບອກ​ທ່ານ​ບິ​ວ​ເກສ​ໃນ​ທັນທີ. ດັ່ງ​ນັ້ນ, ທ່ານ​ທັງ​ສອງ​ຕົກລົງ​ຂຽນ​ໂປ​ແກມ​ອະທິບາຍ​ເຄື່ອງ​ດັ່ງກ່າວ. ​ເພື່ອ​ເຮັດ​ວຽກ​ນີ້, ທ່ານ​ບິ​ວ​ເກສຍັງ​ໄດ້​ເຊົາ​ຮຽນ​ຂະ​ແໜງ​ວິຊາ​ກົດໝາຍ​ໃນ​ມະຫາວິທະຍາ​ໄລ​ຮາ​ເວີ​ດທີ່​ຫາ​ກໍ່​ຮຽນ​ປີດ​ຽວ. ຊາວ​ໜຸ່ມ​ທັງ​ສອງ​ໄດ້​ຕັ້ງ​ບໍລິສັດmicrosoft​ໃນ​ປີ1975, ຫຼັງ​ຈາກ​ນັ້ນ​ບໍ່​ດົນ, ກໍ​ເລີ່​ມຂາຍ​ຊອຟ​ແວ​ພາສາ​ສຳລັບ​ຄອມ​ພິວ​ເຕີ.

​ໃນ​ເວລາ​ຄົນ​ທັງ​ສອງ​ເອົາ​ໃຈ​ໃສ່​ນຳ​ຮາດ​ແວ​ນັ້ນ, ທ່ານ​ເກສກັບ​ທ່ນ​ແອວ​ເລິນ​ພັດ​ມອງ​ເຫັນ​ບົດບາດ​ອັນ​ມະຫາສານ​ຂອງ​ຊອຟ​ແວ, ນີ້​ອາດ​ຈະ​ແມ່ນ​ກຳລັງ​ສອດສ່ອງ​ທີ່​ຄົນ​ທັງຫຼາຍ​ເວົ້າ​ກັນ. ອາ​ໃສ​ຄວາມ​ຮູ້, ນ້ຳ​ໃຈ​ປະດິດ​ສ້າງ​ແລະ​ພອນ​ສະຫວັນ​ໃນ​ດ້ານ​ການ​ຄ້າ, ທ່າ​ນບິ​ວ​ເກສ​ໄດ້​ກາຍ​ເປັນ​ເສດ​ຖື​ຜູ້​ຮັ່ງ​ກວ່າ​ໝູ່​ໃນ​ໂລກ​ຢ່າງ​ສົມ​ຊື່.

ຊອຟ​ແວ​ຂອງ​ບໍລິສັດmicrosoft​ໄດ້​ນຳ​ເອົາ​ພະລັງ​ແຮງ​ອັນ​ມະຫາສານ​ມາ​ໃຫ້​ເຄື່ອງPCທີ່​ຫາ​ກໍ​ຈໍ່​ຕົວ​ຂຶ້ນ, ຄົນ​ທັງຫຼາຍ​ໄດ້​ຕ້ອນຮັບ​ຍຸກ​ສະ​ໄໝ​ມີ​ໂກຼຄອມ​ພິ​ວ​ເຕີ​ດ້ວຍ​ຄວາມ​ຕື່ນ​ເຕັ້ນ​ແລະ​ຄວາມ​ຫວັງ.