|
![](/images/spacer.gif) |
(GMT+08:00)
2005-07-18 15:07:19
|
![](/images/shim.gif) |
ການນຳໃຊ້ຄະແນນ HSK
cri
Author: da
ຖ້າວ່າຄະແນນສອບເສັງ HSK ຂອງຜູ້ໃດບັນລຸມາດຖານທີ່ກຳນົດໄວ້ແລ້ວ,ຜູ້ນີ້ຈະໄດ້ຮັບ"ໃບຢັ້ງຢືນລະດັບພາສາຮັ້ນຈີນ"ທີ່ຄະນະກຳມະການສອບເສັງລະດັບພາສາຮັ້ນແຫ່ງລັດຈີນມອບເປັນເອກະພາບ.
1, ຜູ້ທີ່ໄດ້ຮັບ"ໃບຢັ້ງຢືນລະດັບພາສາຮັ້ນຈີນ"ທີ່ມີລະດັບ HSK ຂັ້ນ 3 (HSK ພື້ນຖານຊັ້ນເອຫຼື HSK ຂັ້ນຕົ້ນຊັ້ນເຊ),ກໍສາມາດໄປຮຽນຫຼັກສູດວິຊາສະເພາະທີ່ກ່ຽວຂ້ອງໃນຄະນະວິທະຍາສາດ-ການຊ່າງ ອຸດສາຫະກຳ ກະສິກຳ ແລະແພດຝ່າຍຕາເວັນຕົກຂອງໂຮງຮຽນຊັ້ນສູງຈີນ;ສາມາດເຂົ້າຮ່ວມການສອບເສັງລະດັບພາສາຮັ້ນຈີນວິຊາການຄື HSK(ການຄ້າ), HSK(ເລຂາ), HSK(ທ່ອງທ່ຽວ) ເປັນຕົ້ນ.
2, ຜູ້ທີ່ໄດ້ຮັບ"ໃບຢັ້ງຢືນລະດັບພາສາຮັ້ນຈີນ"ທີ່ມີລະດັບ HSK ຂັ້ນ6,ສາມາດໄປຮຽນຫຼັກສູດວິຊາທີ່ກ່ຽວຂ້ອງຢູ່ພະແນກພາສາສາດ ປະຫວັດສາດແລະແພດຈີນຂອງໂຮງຮຽນຊັ້ນສູງຈີນ.
3, ຜູ້ທີ່ໄດ້ຮັບ"ໃບຢັ້ງຢືນລະດັບພາສາຮັ້ນ"ທີ່ມີລະດັບ HSK ຂັ້ນ 9 ,ສາມາດໄປຮຽນຫຼັກສູດວິຊາທີ່ກ່ຽວຂ້ອງຂອງປະລິນຍາຕີໃນໂຮງຮຽນຊັ້ນສູງຈີນ.
4, ຜູ້ທີ່ໄດ້ຮັບ"ໃບຢັ້ງຢືນລະດັບພາສາຮັ້ນ"ທີ່ມີລະດັບ HSK ຂັ້ນພື້ນຖານ ຂັ້ນຕົ້ນ ຂັ້ນກາງແລະຂັ້ນສູງ,ສາມາດບໍ່ຕ້ອງຮຽນຫຼັກສູດພາສາຮັ້ນຂອງວິຊາທີ່ສົມຄູ່ກັນ;ສາມາດໄປຮັບສະໝັກໃນອົງການຈັດຕັ້ງຕ່າງໆທີ່ປະກາດຮັບສະໝັກພະນັກງານເຮັດວຽກພາສາຮັ້ນຈີນໃນທົ່ວໂລກ.
5, "ໃບຢັ້ງຢືນລະດັບພາສາຮັ້ນຈີນ"ລະດັບ HSK ຂັ້ນເດັກສາມາດກວດກາລະດັບພາສາຮັ້ນແລະຄວາມສາມາດການໄປມາຫາສູ່ກັນຂອງນັກຮ່ວມການສອບເສັງ;ສາມາດກວດກາລະດັບສິດສອນຫຼັກສູດພາສາຮັ້ນຂອງໂຮງຮຽນ;ສາມາດເປັນຂໍ້ຄົ້ນຄວ້າເຂົ້າຮຽນຂອງນັກສອບເສັງທີ່ມາຮຽນຢູ່ຈີນ.
6, ຜູ້ທີ່ໄດ້ຮັບ"ໃບຢັ້ງຢືນລະດັບພາສາຮັ້ນຈີນ"ທີ່ມີລະດັບ HSK (ການຄ້າ), HSK(ເລຂາ) ແລະ HSK(ທ່ອງທ່ຽວ),ສາມາດບໍ່ຕ້ອງຮຽນຫຼັກສູດພາສາຮັ້ນຂອງວິຊາທີ່ກ່ຽວຂ້ອງແລະລະດັບທີ່ສົມຄູ່ກັນ;ສາມາດຂໍວຽກຢູ່ອົງການຂະແໜງການທີ່ກ່ຽວຂ້ອງທີ່ປະກາດຜູ້ຮັບສະໝັກພະນັກງານເຮັດວຽກພາສາຮັ້ນຈີນໃນທົ່ວໂລກ.
|
|
|