ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-18 16:57:51    
ທ່ານ​ຮາ​ທາ​ມີ​ກ່າວ​ວ່າ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີຣັກ​ມາ​ຢ້ຽມ​ຢາມ​ອີຣານ​ເປັນ​ບາດ​ລ້ຽວ​ສຳຄັນ​ໃນ​ປະ​ຫວັດ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ

cri Author: q
ຕາມ​ຂ່າວCRI,ວັນ​ທີ17​ກໍລະກົດ,ທ່ານ​ຮາ​ທາ​ມີ ປະທານາທິບໍດີ​ອີຣານກ່າວ​ວ່າ,ທ່ານ​ຈາ​ຟາ​ລີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລັດ​ຖະ​ບານ​ຂ້າມ​ຜ່ານ​ຂອງ​ອີຣັກມາ​ຢ້ຽມຢາມ​ອີຣານ​ເທື່ອ​ນີ້​​ເປັນ​ບາດ​ລ້ຽວ​ສຳຄັນ​ໃນ​ປະຫວັດ​ການ​ພົວພັນອີຣານ​ອີຣັກ.

ທ່ານ​ຮາ​ທາ​ມີ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​​ເວລາ​ພົບ​ປະ​ທ່ານ​ຈາ​ຟາ​ລີ​ໃນ​ມື້​ດຽວ​ກັນ.​ໃນ​ການ​ພົບ​ປະ,ທ່ານ​ຮາ​ທາ​ມີ​ຍັງ​ຫວັງ​ໃຫ້​ການ​ຢ້ຽມຢາມ​ຂອງ​ທ່ານ​ຈາ​ຟາ​ລີ​ຈະ​ຕາບ​ຈູ​ນຄວາມ​ເສຍ​ຫາຍ​ອັນ​ໃຫຍ່​ຫຼວງ​ທີ່​ເກີດ​ຂຶ້ນ​ຍ້ອນອຳນາດ​ຊັດ​ດາມ​ທຳລາຍ​ການ​ພົວພັນ​ລະ​ຫວ່າງ​ສອງ​ປະ​ເທດ.
ທ່ານ​ຮາ​ທາມີ​ກ່າວ​ວ່າ,ອີຣານຈະ​​ໃຫ້ການ​ຊ່ອຍ​ເຫຼືອ​ແກ່​ອີຣັກ​ໃນ​ການ​ປະຕິ​ຮູບ​ແລະ​ການ​ປົກ​ປ້ອງ​ຄວາມ​ປອດ​ໄພ​ແລະ​ສະຖຽນ​ລະ​ພາບ​ຂອງ​ອີຣັກ.

ທ່ານ​ຈາ​ຟາ​ລີ​ແມ່ນ​ເດີນທາງ​ໄປ​ຮອດ​​ເຕ​ເຮ​ລານ ນະຄອນຫຼວງ​ອີຣານ​ໃນ​ຕອນ​ບ່າຍ​ວວັນ​ທີ16​ກໍລະກົດ,​ເລີ່​ມຢ້ຽມຢາມ​ອີຣານ​ຢ່າງ​ເປັນ​ທາງ​ການ​ເປັນ​ເວລາ3​ມື້.ການ​ຢ້ຽມ​ຢາມ​ເທື່ອ​ນີ້​ແມ່ນ​ການ​ໄປມາຫາ​ສູ່​ກັນ​ທາງ​ການ​ທູດທີ່​ມີ​ລະດັບ​ສູງ​ສຸດ​ລະຫວ່າງ​ອີຣານ​ກັບ​ອີຣັກ​ແຕ່​ເກີດສົງ​ຄາມ​ອີຣານ​ກັບ​ອີຣັກ​ມາ​ນີ້.